ກະຊວງ ປກສ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມຄວາມພ້ອມຈັດຂະບວນການແຂ່ງຂັນກິລາຍິງປືນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງ ປກສ ຄົບຮອບ 58 ປີ (5 ເມສາ 1961-5 ເມສາ 2019) ວັນທີ 19 ມີນາ 2019, ເປັນປະທານ ໂດຍ ພົຕ ສິນທະວົງ ໄຊຍະກອນ ກຳມະການສູນກາງ ພັກ ຮອງລັດຖະມົນຕີ ກະຊວງ ປກສ, ມີຄະນະຮັບຜິດຊອບຈັດການແຂ່ງຂັນກິລາ ແລະ ອະນຸກຳມະການດ້ານຕ່າງໆເຂົ້າຮ່ວມ.

ພົຈວ ສີສະຫວາດ ແກ້ວມາລາວົງ ຫົວໜ້າຫ້ອງວ່າການກະຊວງ ປກສ ຜ່ານຂໍ້ຕົກລົງຂອງລັດຖະມົນຕີ ກະຊວງ ປກສ ເລກ ທີ 459/ປກສ, ລົງວັນທີ 3 ມີນາ 2019 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຈັດຕັ້ງການແຂ່ງ ຂັນກິລາຍິງປືນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ. ໃນນັ້ນ, ໄດ້ແຕ່ງ ຕັ້ງ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງ ປກສ ເປັນຫົວໜ້າຄະນະຊີ້ນຳລວມ ແລະ ແຕ່ງຕັ້ງອະນຸກຳມະການເນື້ອໃນ, ອະນຸກຳມະການພິທີການ-ຮັບແຂກ, ອະນຸກຳມະການເຕັກນິກ, ອະນຸກຳມະການປ້ອງ ກັນ ແລະ ອະນຸກຳມະການສິລະປະ, ຂ່າວສານ ເພື່ອເຮັດໃຫ້ຂະບວນການດັ່ງກ່າວມີຜົນສຳເລັດຢ່າງຈົບງາມ; ພ້ອມນັ້ນ, ໃນກອງປະຊຸມບັນດາອະນຸກຳມະການໄດ້ພ້ອມກັນປຶກສາຫາລືຖອດຖອນບົດຮຽນເຊິ່ງກັນແລະກັນ ຕໍ່ກັບໜ້າທີ່ຄວາມຮັບຜິດຊອບດ້ານຕ່າງໝທີ່ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ ທັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງກະຊວງປ້ອງກັນຄວາມສະຫງົບ ກັບບັນດາກະຊວງ, ຂະແໜງການຕ່າງໆ ແລະ ພາກ ສ່ວນທີ່ກ່ຽວຂ້ອງໃຫ້ເກີດດອກອອກຜົນ.

ໂອກາດດຽວກັນ, ພົຕ ສິນທະວົງ ໄຊຍະກອນ ໄດ້ໃຫ້ທິດຊີ້ນຳຕໍ່ບັນດາອະນຸກຳມະການກ່ຽວຂ້ອງຕ່າງໆ ຈົ່ງພ້ອມກັນປຶກສາຫາລືເຊິ່ງກັນແລະກັນຢ່າງເລິກເຊິ່ງຕໍ່ກັບຂະບວນການໃນຄັ້ງນີ້ ພ້ອມທັງມີການປະສານສົມທົບ ກັບບັນດາກົມກອງທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຄວາມຮັບຜິດຊອບຂອງຕົນໃຫ້ໄດ້ຮັບຜົນສໍາເລັດ ແນໃສ່ໃຫ້ການຈັດຂະບວນການກິລາຍິງປືນໃນຄັ້ງນີ້ ເຕັມໄປດ້ວຍບັນຍາກາດຟົດຟື້ນ ແລະ ສຳ ເລັດຜົນຕາມຄາດໝາຍທີ່ວາງໄວ້ ແລະ ທີ່ສຳຄັນ ຕ້ອງຮັບປະກັນຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ.