ເຊີນຊວນຜູ້ປະກອບການ ສປປ ລາວ

ກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດໄທ ຮ່ວມມືກັບ ຫໍການຄ້າໄທ ແລະ Coelnmesse ປະເທດເຢຍລະມັນ ມີຄວາມຍິນດີເຊີນຊວນຜູ້ຜະລິດ, ຜູ້ສົ່ງອອກ, ຜູ້ນໍາເຂົ້າ ແລະ ຜູ້ທີ່ ສົນໃຈ ເຮັດທຸລະກິດຈາກ ສປປ ລາວ ເຂົ້າຮ່ວມໃນງານສະແດງສິນຄ້າອາຫານ ແລະ ເຄື່ອງດື່ມ ລະດັບໂລກ “ THAIFEX-World of food ASIA 2019 ” ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 28 ພຶດສະພາ-1 ມິຖຸນາ ປີນີ້ ທີ່ສູນສະແດງສິນຄ້າ ແລະ ການປະຊຸມອິມແພັກ ເມືອງທອງທານີ ແຂວງນົນທະບູລີ ປະເທດໄທ.

ທ່ານ ວິດທະຍາກອນ ມະນີເນດ ຮອງອະທິບໍດີກົມສົ່ງເສີມການຄ້າລະຫວ່າງປະເທດ ກະຊວງພານິດໄທ ໃນຖານະຜູ້ແທນຜູ້ຈັດງານຈາກ ລັດຖະບານໄທ ກ່າວໃນວັນທີ 15 ມີນາ ວ່າ:

ໃນໂອກາດດັ່ງກ່າວນີ້, ຢາກເຊີນຊວນຜູ້ທີ່ສົນໃຈຈາກຫຼາຍປະເທດ ທົ່ວໂລກ ລວມທັງ ສປປ ລາວ ຮ່ວມເຈລະຈາທຸລະກິດກັບຜູ້ຜະລິດ, ຜູ້ສົ່ງອອກ, ຜູ້ນໍາເຂົ້າ ແລະ ຕົວແທນຈໍາໜ່າຍສິນຄ້າ ໃນທຸລະກິດກະສິກຳ, ອາຫານ ແລະ ເຄື່ອງດື່ມຈາກ ປະເທດໄທ ແລະ ທົ່ວໂລກ ຫຼາຍກວ່າ 2.700 ລາຍການ ມີປະມານ 5.800 ຮ້ານຄ້ານ້ອຍ ໃນພື້ນທີ່ຈັດງານທີ່ໃຫຍ່ຫຼາຍກວ່າ 100.000 ແມັດກາເລ້.

ສໍາລັບເຫດຜົນທີ່ເຊີນຊວນ ຜູ້ປະກອບການຂອງລາວ ໄປຮ່ວມງານ “ THAIFEX-World of food ASIA” ນັ້ນ ເນື່ອງຈາກວ່າ:

ສປປ ລາວ ຍັງມີສິນຄ້າຫຼາຍຊະນິດທີ່ມີຊື່ສຽງ ທີ່ເຮັດທຸລະກິດໃນປະເທດໄທ-ລາວ ບໍ່ວ່າຈະເປັນ ກາເຟສີນຸກ, ກາເຟ ແລະ ໝາກໄມ້ອົບແຫ້ງດາວ, ຊາຜົ້ງສາລີ ແລະ ເບຍລາວ ເປັນຕົ້ນ ແລະ ງານດັ່ງກ່າວ ເປັນເວທີທີ່ເປີດໂອກາດໃຫ້ ຜູ້ປະກອບການຈາກທົ່ວໂລກ ໄດ້ມາເຈລະຈາການຄ້າກັບຜູ້ປະກອບການອາຫານຂອງປະເທດໄທ ແລະ ຜູ້ປະກອບການຈາກພາກພື້ນຕ່າງໆ ທົ່ວໂລກ ຫຼາຍກວ່າ 40 ປະເທດ ບໍ່ວ່າຈະເປັນອາຊີຕາເວັນອອກ, ອາຊຽນ, ເອີຣົບ, ສະຫະລັດອາເມລິກາ, ອາເມລິກາລາຕິນ, ອາຟຣິກກາ, ເຊິ່ງພ້ອມກັນມາຈັດງານສະແດງສິນຄ້າ ລວມຫຼາຍກວ່າ 2.700 ບໍລິສັດ, ງານນີ້ຖືໄດ້ວ່າເປັນໜຶ່ງງານທີ່ຍິ່ງໃຫຍ່ທີ່ສຸດໃນອາຊີ ໂດຍມີມູນຄ່າການຊື້-ຂາຍຫຼາຍກວ່າ 10.000 ລ້ານບາດ ແລະ ເປັນງານທີ່ຜູ້ປະກອບການຈາກຫຼາຍປະເທດ ລໍຖ້າ ແລະ ບໍ່ພາດທີ່ຈະມາງານນີ້ ເພາະງານດັ່ງກ່າວ ຈັດຂຶ້ນໜຶ່ງຄັ້ງຕໍ່ປີເທົ່ານັ້ນ.

ທ່ານ ວິດທະຍາກອນ ມະນີເນດ ກ່າວຕື່ມວ່າ:

ງານນີ້ ຍັງມີສິດທິພິເສດໃຫ້ກັບ ນັກທຸລະກິດຈາກ ສປປ ລາວ ທີ່ສົນໃຈນໍາສິນຄ້າໄປອອກຮ້ານຄ້ານ້ອຍ ໃນງານ THAI FEX 2019, ກົມສົ່ງເສີມການຄ້າລະຫວ່າງປະເທດ ມີຮ້ານຄ້ານ້ອຍໃຫ້ຈັບຈອງແບບບໍ່ເສຍຄ່າໃຫ້ 10 ຮ້ານຄ້ານ້ອຍ ສະໝັກກ່ອນໄດ້ສິດກ່ອນ ສົນໃຈລາຍລະອຽດເພີ່ມເຕີມ ຕິດຕໍ່ໄດ້ທີ່ ທ່ານ ນາງ ຢານີ ສີມີໄຊ ອຳນວຍການສໍານັກງານສົ່ງເສີມການຄ້າໃນຕ່າງປະເທດ ທີ່ນະຄອນຫຼວງວຽງຈັນ ສໍານັກງານສົ່ງເສີມການຄ້າໃນຕ່າງປະເທດ ຝ່າຍການພານິດ ສະຖານເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ເບີໂທ: 856-21-413701, 413706.