ກອງບັນຊາການ ປກສ ແຂວງໄຊຍະບູລີ ຈັດພິທີປະກາດການສັບຊ້ອນ ພົນຕຳຫຼວດທີ່ສຳເລັດການສຶກສາລະດັບຊັ້ນຕົ້ນ ຈາກໂຮງຮຽນ ປກສ ຊັ້ນຕົ້ນ ໃນຂອບເຂດທົ່ວປະເທດ ສົກປີ 2018-2019

ກອງບັນຊາການ ປກສ ແຂວງໄຊຍະບູລີ ຈັດພິທີປະກາດການສັບຊ້ອນ ພົນຕຳຫຼວດທີ່ສຳເລັດການສຶກສາລະດັບຊັ້ນຕົ້ນ ຈາກໂຮງຮຽນ ປກສ ຊັ້ນຕົ້ນ ໃນຂອບເຂດທົ່ວປະເທດ ສົກປີ 2018-2019 ໃຫ້ບັນດາຫ້ອງ, ກົມກອງອ້ອມຂ້າງ ແລະ ກອງບັນຊາການ ປກສ ເມືອງ ຂອງແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນເມື່ອບໍ່ດົນມານີ້, ໂດຍການເຂົ້າຮ່ວມຂອງ ພັທ ບຸນໂທ ພອນມະນີ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ຄະນະຫ້ອງການເມືອງ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ບຸນຊ່ວງ ຈັນດາລາ ຮັກສາການຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ຫົວໜ້າກອງບັນຊາການ ປກສ ແຂວງ ສະບັບເລກທີ 1466/ປຊຍ ລົງວັນທີ 11 ມີນາ 2019 ວ່າດ້ວຍ ການສັບຊ້ອນພົນຕຳຫຼວດທີ່ສຳເລັດການສຶກສາ ລະດັບຊັ້ນຕົ້ນ ໃຫ້ບັນດາຫ້ອງ, ກອງອ້ອມຂ້າງ ແລະ ກອງບັນຊາການ ປກສ ເມືອງ ໃນທົ່ວແຂວງ ຈຳນວນ 61 ສະຫາຍ; ໃນນີ້, ສັບຊ້ອນໃຫ້ ຫ້ອງການເມືອງ, ຫ້ອງຕຳຫຼວດ ແລະ ຫ້ອງ 504 ຈຳນວນ 3 ສະຫາຍ, ຫ້ອງການກອງບັນຊາການ ປກສ ແຂວງ 11 ສະຫາຍ, ຄ້າຍຄຸມຂັງ-ດັດສ້າງ 6 ສະຫາຍ, ກອງພັນ 513 ປກສ ແຂວງ 28 ສະຫາຍ, ກອງບັນຊາການ ປກສ ເມືອງໄຊສະຖານ 2 ສະຫາຍ, ກອງບັນຊາການ ປກສ ເມືອງພຽງ 2 ສະຫາຍ, ກອງບັນຊາການ ປກສ ເມືອງແກ່ນທ້າວ 2 ສະຫາຍ ແລະ ສັບຊ້ອນໃຫ້ ປກສ ເມືອງຄອບ, ປກສ ເມືອງເງິນ, ປກສ ເມືອງຫົງສາ, ປກສ ເມືອງປາກລາຍ ແລະ ປກສ ເມືອງທົ່ງມີໄຊ ເມືອງລະ 1 ສະຫາຍ. ທັ້ງນີ້ ກໍເພື່ອເປັນການປັບປຸງການຈັດຕັ້ງ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເຮັດສຳເລັດໜ້າທີ່ຕາມການມອບໝາຍ.

ໃນໂອກາດນີ້, ພັທ ບຸນໂທ ພອນມະນີ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາສະຫາຍທີ່ໄດ້ເອົາໃຈໃສ່ໃນການສຶກສາຮ່ຳຮຽນ ຈົນປະສົບຜົນສຳເລັດ ສະແດງອອກຄື ບໍ່ມີສະຫາຍໃດທີ່ກະທຳຜິດຕໍ່ກົດລະບຽບຂອງໂຮງຮຽນ, ໄດ້ຮັບການປະດັບຊັ້ນ ສິບໂທ ທຸກສະຫາຍ ພ້ອມທັງເນັ້ນໜັກໃຫ້ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທຳປະຕິວັດ, ພ້ອມກັນນຳເອົາບົດຮຽນທີ່ໄດ້ຮ່ຳຮຽນມາ ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງ ຢູ່ບັນດາກົມກອງທ້ອງຖິ່ນຂອງຕົນ ໃຫ້ປະສົບຜົນສຳເລັດ.