ກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມການສ້າງແຜນກຳນົດພະນັກງານ ນຳພາ-ບັນຊາ ຂັ້ນກົມໃຫຍ່ການເມືອງ ປກສ ຄຸ້ມຄອງຢູ່ກົມຈັດຕັ້ງພະນັກງານໃນວັນທີ 19 ມີນາ 2019, ເຂົ້າ ຮ່ວມ ໂດຍ ພົຈວ ອາລູ ວາລີຊື ຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະພັກກົມໃຫຍ່, ຄະນະໜ່ວຍພັກຮາກຖານອ້ອມຂ້າງກົມໃຫຍ່ການເມືອງ ແລະ ກົມຈັດຕັ້ງພະນັກງານເຂົ້າຮ່ວມ.

ພົຈວ ຄຳກິ່ງ ຜຸຍຫຼ້າມະນີວົງ ຫົວໜ້າກົມຈັດຕັ້ງພະນັກງານກ່າວວ່າ: ການສ້າງແຜນກໍານົດພະນັກງານນໍາພາ-ບັນຊາແມ່ນເປັນການຊອກໃຫ້ເຫັນການບຳລຸງສ້າງ, ຈັດວາງ, ສັບຊ້ອນ ແລະ ນຳໃຊ້ຜູ້ທີ່ມີຄວາມຮູ້-ຄວາມສາ ມາດ, ຄົບມາດຖານເງື່ອນໄຂຢູ່ຕຳແໜ່ງງານຂັ້ນນຳພາ-ບັນຊາຕາມເປົ້າໝາຍແຜນການໄລຍະຍາວ. ດັ່ງນັ້ນ, ວຽກ ງານດັ່ງກ່າວຈຶ່ງເປັນໜ້າທີ່ຮັບຜິດຊອບໂດຍກົງ ແລະ ເປັນວຽກງານປົກກະຕິໃນຊີວິດການເມືອງຂອງຄະນະພັກແຕ່ລະຂັ້ນ; ສະນັ້ນ, ສາມາດເວົ້າໄດ້ວ່າວຽກງານພະນັກງານແມ່ນມີບົດບາດສຳຄັນ ແລະ ເປັນປັດໄຈຕັດສິນໄຊຊະນະ ຫຼື ປະລາໄຊຂອງການຈັດຕັ້ງ, ເຊິ່ງລວມໄປເຖິງການຄົງຕົວ ແລະ ການຂະຫຍາຍຕົວຂອງລະບອບ ປະ ຊາທິປະໄຕທີ່ພັກປະຊາຊົນ ປະຕິວັດລາວ ເປັນຜູ້ຈັດຕັ້ງນຳພາ ເພື່ອກ້າວສູ່ຈຸດໝາຍສັງຄົມນິຍົມ; ໂດຍເຫັນໄດ້ຄວາມສຳຄັນຂອງວຽກງານດັ່ງກ່າວ. ໄລຍະຜ່ານມາ, ກະຊວງ ປກສ ໄດ້ສົມທົບກັບຄະນະຈັດຕັ້ງສູນກາງພັກ ໃນການຄົ້ນຄວ້າກຳນົດເປົ້າໝາຍພະນັກງານ ເພື່ອຈັດວາງສັບຊ້ອນເຂົ້າໃສ່ຕຳແໜ່ງງານຂັ້ນສູນກາງຄຸ້ມຄອງຢ່າງມີຜົນສຳເລັດ ເປັນຕົ້ນແມ່ນການຄົ້ນຄວ້າກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ແຕ່ລະຂັ້ນ ເພື່ອປັບປຸງພາຍໃນພັກໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ທັງຍົກສູງຄວາມສາມາດນຳພາຂອງຄະນະພັກໃຫ້ສົມຄູ່ກັບການເລັ່ງທວງຂອງໜ້າທີ່ການເມືອງໃນໄລຍະໃໝ່ແນໃສ່ຮັບປະກັນໃຫ້ການເລືອກເຟັ້ນບຸກຄະລາກອນປະກອບເຂົ້າໃນຄະນະພັກ ແຕ່ລະຂັ້ນຖືກຕ້ອງຕາມມາດຖານເງື່ອນໄຂທີ່ໄດ້ກຳນົດໄວ້ໃຫ້ປະກົດຜົນເປັນຈິງ.

ສຳລັບການສ້າງແຜນກຳນົດພະນັກງານນຳພາ-ບັນຊາໃນຄັ້ງນີ້ ຈະໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ແລະ ອະນຸກຳມະການຊ່ວຍວຽກ ເພື່ອເຮັດໜ້າທີ່ໃນການກະກຽມດ້ານຕ່າງໆບົນພື້ນຖານການປະສານສົມທົບກັບຄະນະຫ້ອງການເມືອງກົມໃຫຍ່ການ ເມືອງ ແນໃສ່ເຮັດໃຫ້ກອງປະຊຸມດັ່ງກ່າວນີ້ດຳເນີນໄປຖືກຕ້ອງຕາມ ທິດນຳ, ຄາດໝາຍ ແລະ ຮັບປະກັນດ້ານເນື້ອໃນທີ່ໄດ້ກຳນົດໃນມະຕິ ເລກທີ 38,39,40/ຄພ.ປກສ ແລະ ຄຳສັ່ງແນະນຳເລກທີ 3543/ກມປສ, ລົງວັນທີ 9 ພະຈິກ 2018 ຂອງກົມໃຫຍ່ການເມືອງ ປກສ; ກອງປະຊຸມຈະດຳ ເນີນໄປເປັນເວລາ 2 ວັນ (19-20 ມີນາ 2019) ໂດຍຈະໄດ້ມີການຈັດຕັ້ງທາບທາມ 3 ຮອບ ແນໃສ່ ເຮັດໃຫ້ແຜນກຳນົດພະນັກງານນຳພາ-ບັນຊາ ຄັ້ງນີ້ມີຜົນສຳເລັດໄປດ້ວຍດີ.