ກົມໃຫຍ່ຕໍາຫຼວດ ແລະ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກະຊວງ ປກສ ໄດ້ຈັດພິທີປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ (22 ມີນາ 1955-22 ມີນາ 2019) ແລະ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ຄົບຮອບ 58 ປີ (5 ເມສາ 1961-5 ເມສາ 2019) ໃນວັນທີ 19 ມີນາ 2019 ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ມີຄວາມຮັບຮູ້ ແລະ ເຂົ້າ ໃຈກ່ຽວກັບຄວາມໝາຍ-ຄວາມສໍາຄັນຂອງວັນດັ່ງກ່າວ; ປາຖະກະຖາແຕ່ລະພາກສ່ວນ ໂດຍ ພົຈວ ປອ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ແລະ ພັອ ປອ ມາລາ ວິລະຈິດ ຫົວໜ້າກົມຄົ້ນຄວ້າວິທະ ຍາສາດ ແລະ ປະຫວັດສາດ.

ໃນພິທີ, ທັງສອງທ່ານໄດ້ປາຖະກະຖາໃຫ້ຮູ້ວ່າ: ໃນປີ 1955 ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່ຂອງການປະ ຕິວັດ ແລະ ໂດຍປະຕິບັດຕາມມະຕິຂອງກອງປະຊຸມ ໃຫຍ່ ຄັ້ງທີ II ຂອງພັກກອມມູນິດອິນດູຈີນ ບັນດານັກ ກອມມູນິດລາວ ພາຍຫຼັງທີ່ໄດ້ກະກຽມມາໄດ້ໄລຍະໜຶ່ງ ກໍເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຕົກລົງ ສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຂຶ້ນໃນວັນທີ 22 ມີນາ 1955. ພາຍຫຼັງພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ກໍໄດ້ປະເຊີນໜ້າກັບຈັກກະພັດອາເມລິກາ, ເຊິ່ງເປັນຈັກກະພັດໂຕໃໝ່ ແຕ່ພັກເຮົາກໍໄດ້ແບກຫາບເອົາພາລະອັນໜັກໜ່ວງ ເພື່ອຊີ້ນໍາ-ນໍາພາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງຈັກກະພັດ ແລະ ລູກມືປະຕິການຂາຍຊາດຢ່າງດຸເດືອດຂ້ຽວຂາດ ກ້າວໄປເຖິງການປົດປ່ອຍປະເທດຊາດຢ່າງສົມບູນ ແລະ ພັດ ທະນາຢ່າງມີໝາກມີຜົນ ເປັນແຕ່ລະໄລຍະປະຫວັດສາດ.

ພ້ອມນັ້ນ, ທັງສອງທ່ານ ຍັງໃຫ້ຮູ້ວ່າ: ສຳລັບວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນລາວນັ້ນ ລັດ ຖະບານໄດ້ຕົກລົງ ແລະ ອອກດຳລັດ ສະບັບເລກທີ 277/ນຍ, ລົງວັນທີ 1 ກັນຍາ 2005 ຮັບຮອງ ເອົາວັນທີ 5 ເມສາ 1961 ເປັນມື້ສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຢ່າງເປັນທາງການ. ນັບແຕ່ໄດ້ຮັບການສ້າງຕັ້ງເປັນຕົ້ນມາ, ສະເພາະໄລຍະປີ 1961-1975 ແມ່ນໄລຍະແຫ່ງການຕໍ່ສູ້ ແລະ ປົກປັກຮັກສາ 2 ແຂວງເຕົ້າໂຮມ ແລະ ຕີເອົາຊະນະຍຸດທະສາດສົງຄາມພິເສດ ເພີ່ມທະວີຂອງພວກລ່າເມືອງຂຶ້ນແບບໃໝ່ ໂດຍສືບຕໍ່ຮັກສາມູນເຊື້ອກຳລັງສັນຕິລາດ ໄດ້ເອົາກຳລັງລົງຮາກຖານປຸກລະດົມຂົນຂວາຍປະຊາຊົນ ເຂົ້າໃນການກໍ່ສ້າງ 2 ແຂວງເຕົ້າໂຮມ ແລະ ເຫດການປະຫວັດສາດ ມະຫັດສະຈັນ ນໍາເອົາຜູ້ນໍາຂອງຝ່າຍແນວລາວຮັກຊາດ ທີ່ຖືກຄຸມຂັງຢູ່ຄຸກໂພນເຄັງ ອອກໄປສູ່ເຂດທີ່ໝັ້ນຢ່າງປອດໄພ ກຳລັງປ້ອງກັນຄວາມສະຫງົບ ປະຊາຊົນລາວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕີເອົາຊະນະສັດຕູທຸກໆສະໜາມຮົບໃນທົ່ວປະເທດ.