ເພື່ອເຮັດໃຫ້ທົ່ວແຂວງຫຼວງນ້ຳທາ ມີບົດບາດກ້າວໜ້າໃນສັງຄົມ ໃນຍຸກປັດຈຸບັນ ໃນການເກັບກຳຂໍ້ມູນຂ່າວສານ, ການປະກາດຂ່າວທາງສື່ເອເລັກໂຕຼນິກ, ສື່ສິ່ງພິມ ແລະ ສື່ທາງລະບົບອອນລາຍຕ່າງໆມີຄວາມວ່ອງໄວ, ທັນເຫດການ, ຖືກຕ້ອງກັບຄວາມເປັນຈິງ ແລະ ສາມາດເປັນກະບອກສຽງອັນແຫຼມຄົມ ໃຫ້ແກ່ພັກ-ລັດ ໃນການນຳເອົາແນວທາງນະໂຍບາຍ, ລະບຽບກົດໝາຍເຜີຍແຜ່ໃນສັງຄົມ ໃຫ້ໄດ້ຮັບຊາບຢ່າງທົ່ວເຖິງ. 

ໃນນີ້, ໄດ້ເລີ່ມແຕ່ວັນທີ 11-15 ມີນາ 2019 ພະແນກຖະແຫຼງຂ່າວ ແລະ ວັດທະນະທໍາແຂວງ ໄດ້ຈັດຊຸດຝຶກອົບຮົມໄລຍະສັ້ນ ໃຫ້ແກ່ສື່ມວນຊົນທົ່ວແຂວງ, ເຂົ້າຮ່ວມມີ ທ່ານ ສີວິໄລ ປັນແກ້ວ ຫົວໜ້າພະແນກຖະແຫຼງຂ່າວ ແລະ ວັດທະນະທຳແຂວງ, ມີ ທ່ານ ສັງຂານ ຈຸມຄຳພັນ ຮອງອຳນວຍການໃຫຍ່ ວິທະຍຸກະຈາຍສຽງແຫ່ງຊາດລາວ, ບັນດານັກສຳມະນາກອນຈາກ ບັນດາພະແນກການອ້ອມຂ້າງແຂວງ, ກອງບັນຊາການ ປກຊ-ປກສ ແຂວງ, ຫ້ອງການຖະແຫຼງຂ່າວ ແລະ ວັດທະນະທຳ 5 ເມືອງ ເຂົ້າຮ່ວມ.

ໃນຊຸດຝຶກອົບຮົມຄັ້ງນີ້, ນັກສຳມະນາກອນ ຈະໄດ້ຮຽນຮູ້ໜ້າທີ່ພາລະບົດບາດ ແລະ ລັກສະນະພິເສດຂອງວິທະຍຸກະຈາຍສຽງ, ພາສາທີ່ໃຊ້ໃນວິທະຍຸ, ຄຸນສົມບັດຂອງໂຄສົກ, ເຕັກນິກສຳພາດຂ່າວ, ເກັບກຳຂໍ້ມູນ, ການຂຽນຂ່າວ-ຂຽນບົດຕ່າງກັນຄືແນວໃດ, ການລາຍງານຂ່າວ, ຮູບແບບຈັດລາຍການວິທະຍຸ ພ້ອມນີ້ຍັງໄດ້ລົງຕົວຈິງເຮັດຂ່າວ-ບົດຜະລິດລາຍການພັດທະນາຊີວິດຊາວແຂວງຫຼວງນ້ຳທາ, ລາຍການລົມຂ່າວ, ລາຍການບັນເທີງ, ລາຍການກະສິກຳປ່າໄມ້ ແລະ ລາຍການທ່ອງທ່ຽວຫຼວງນ້ຳທາ.