ຄະນະກຳມະການກຳນົດນະໂຍບາຍການເງິນ (FOMC) ຂອງ ທະນາຄານກາງ ສະຫະລັດ ອາເມລິກາ (ເຟດ) ມີມະຕິເປັນເອກະພາບກັນ ໃນການຮັກສາອັດຕາດອກເບ້ຍໄລຍະສັ້ນ ທີ່ລະດັບ 2,25-2,50% ໃນກອງປະຊຸມ ວັນທີ 20 ມີນາ ທີ່ຜ່ານມາ

ຄະນະກຳມະການກຳນົດນະໂຍບາຍການເງິນ (FOMC) ຂອງ ທະນາຄານກາງ ສະຫະລັດ ອາເມລິກາ (ເຟດ) ມີມະຕິເປັນເອກະພາບກັນ ໃນການຮັກສາອັດຕາດອກເບ້ຍໄລຍະສັ້ນ ທີ່ລະດັບ 2,25-2,50% ໃນກອງປະຊຸມ ວັນທີ 20 ມີນາ ທີ່ຜ່ານມາ ເຊິ່ງເປັນກອງປະຊຸມ ຄັ້ງທີ 2 ຂອງເຟດ ໃນປີນີ້ ຕາມທີ່ຕະຫຼາດການເງິນຄາດຄະເນໄວ້.

ເຟດ ມີມະຕິຮັກສາອັດຕາດອກເບ້ຍເອົາໄວ້ຕາມເດີມ ຫຼັງຈາກທີ່ໄດ້ຮັກສາອັດຕາດອກເບ້ຍເອົາໄວ້ເຊັ່ນກັນ ໃນກອງປະຊຸມເດືອນມັງກອນ ຜ່ານມາ ພາຍຫຼັງທີ່ປັບຂຶ້ນເຖິງ 4 ຄັ້ງ ໃນປີຜ່ານມາ; ນອກຈາກນີ້, ເຟດ ຍັງສົ່ງສັນຍານວ່າ ຈະບໍ່ມີການປັບຂຶ້ນອັດຕາດອກເບ້ຍ ໃນປີນີ້ ຈາກເດີມທີ່ເຄີຍລະບຸໄວ້ ໃນກອງປະຊຸມເດືອນທັນວາ ປີຜ່ານມາ ວ່າ ຈະປັບຂຶ້ນ 2 ຄັ້ງ.

ຖະແຫຼງການຂອງ ເຟດ ລະບຸວ່າ:

ເຟດ ຈະໃຊ້ຄວາມອົດທົນ ກ່ອນທີ່ຈະມີການປັບຂຶ້ນອັດຕາດອກເບ້ຍຕໍ່ໄປ; ຂະນະດຽວກັນ, ເຟດ ຈະຄ່ອຍໆປັບຫຼຸດງົບດຸນ ໃນເດືອນພຶດສະພາ ຈາກລະດັບ 3 ໝື່ນລ້ານໂດລາຕໍ່ເດືອນ ເຫຼືອພຽງ 1,5 ໝື່ນລ້ານໂດລາຕໍ່ເດືອນ ກ່ອນທີ່ຈະຢຸດຕິການປັບຫຼຸດງົບດຸນ ໃນເດືອນກັນຍາ.

ເຟດ ຍັງປັບຫຼຸດຕົວເລກຄາດຄະເນ ການຂະຫຍາຍຕົວຂອງເສດຖະກິດ ສະຫະລັດ ອາເມລິກາ ໃນປີນີ້ ສູ່ລະດັບ 2,1% ຈາກລະດັບ 2,3% ທີ່ລະບຸໄວ້ ໃນເດືອນທັນວາ ປີຜ່ານມາ ແລະ ປັບຫຼຸດຕົວເລກຄາດຄະເນ ໃນປີໜ້າ ສູ່ລະດັບ 1,9% ຈາກເດີມທີ່ 2,0% ຂະນະທີ່ຍັງຮັກສາຕົວເລກຄາດຄະເນ ອັດຕາການຂະຫຍາຍຕົວ ໃນປີ 2021 ທີ່ລະດັບ 1,8% ແລະ ຮັກສາຕົວເລກ ອັດຕາການຂະຫຍາຍຕົວ ໃນໄລຍະຍາວ ທີ່ລະດັບ 1,9%.

ນອກຈາກນີ້, ເຟດ ໄດ້ປັບເພີ່ມ ອັດຕາຕົວເລກການວ່າງງານ ໃນປີນີ້ ທີ່ລະດັບ 3,7% ຈາກເດີມ 3,5% ສ່ວນຕົວເລກໃນປີ 2020 ແລະ 2021 ໄດ້ປັບເພີ່ມຂຶ້ນສູ່ລະດັບ 3,8% ແລະ 3,9% ຕາມລຳດັບ ຈາກເດີມທີ່ລະດັບ 3,6% ແລະ 3,8% ຂະນະທີ່ປັບຫຼຸດຕົວເລກວ່າງງານ ໃນໄລຍະຍາວ ສູ່ລະດັບ 4,3% ຈາກເດີມທີ່ 4,4%.

ພ້ອມນັ້ນ, ເຟດ ຍັງປັບຫຼຸດຕົວເລກຄາດຄະເນເງິນເຟີ້ ໃນປີນີ້ ສູ່ລະດັບ 1,8% ຈາກລະດັບ 1,9% ແລະ ປັບຫຼຸດຄາດຄະເນ ໃນປີ 2020 ແລະ 2021 ສູ່ລະດັບ 2,0% ຈາກເດີມທີ່ລະດັບ 2,1% ແລະ ຮັກສາຕົວເລກຄາດຄະເນເງິນເຟີ້ ໄລຍະຍາວ ທີ່ລະດັບ 2,0%.