ທົ່ວໂລກ ຈະສາມາດກຳຈັດວັນນະໂຣກ ໃຫ້ໝົດໄປໄດ້ ພາຍໃນປີ 2045 ຖ້າຫາກໄດ້ຮັບທຶນສະໜັບສະໜຸນຢ່າງເໝາະສົມ ໃນການກຳຈັດພະຍາດດັ່ງກ່າວ

ໃນວັນທີ 21 ມີນາ ທີ່ຜ່ານມາ, ຜູ້ຊ່ຽວຊານລະຫວ່າງປະເທດ ຖະແຫຼງວ່າ: ທົ່ວໂລກ ຈະສາມາດກຳຈັດວັນນະໂຣກ ໃຫ້ໝົດໄປໄດ້ ພາຍໃນປີ 2045 ຖ້າຫາກໄດ້ຮັບທຶນສະໜັບສະໜຸນຢ່າງເໝາະສົມ ໃນການກຳຈັດພະຍາດດັ່ງກ່າວ.

ຜູ້ແທິນພິເສດ ສະຫະປະຊາຊາດ ດ້ານວັນນະໂຣກ ກ່າວວ່າ:

ການກວດປິ່ນປົວໃຫ້ດີຂຶ້ນ ແລະ ຄຳນຶງເຖິງການປ້ອງກັນພະຍາດ ເປັນສິ່ງສຳຄັນທີ່ຈະຊ່ວຍຫຼຸດຈຳນວນຜູ້ເຈັບເປັນພະຍາດວັນນະໂຣກ ຫຼາຍກວ່າ 10 ລ້ານຄົນ ທີ່ມີລາຍງານໃນແຕ່ລະປີ.

ເຊິ່ງລາຍງານໄດ້ລະບຸວ່າ: ພະຍາດປອດຊໍາເຮື້ອ ເຊິ່ງສາມາດປ້ອງກັນ ແລະ ປິ່ນປົວໄດ້ ຫາກກວດພົບແຕ່ດົນ ໂດຍວັນນະໂຣກ ກໍເປັນໜຶ່ງໃນພະຍາດລະບາດອັນດັບຕົ້ນໆ ທີ່ເປັນສາເຫດຂອງການເສຍຊີວິດ ໂດຍມີລາຍງານຜູ້ເສຍຊີວິດ ປີລະ 1,6 ລ້ານກວ່າຄົນ.

ທາງດ້ານ ຜູ້ຊ່ຽວຊານ ຂອງ ຢູເອັນ ກ່າວວ່າ:

ວັນນະໂຣກ ເປັນບັນຫາໃຫຍ່ ແລະ ກໍ່ໃຫ້ເກີດຄວາມເສຍຫາຍທາງທຸລະກິດຫຼາຍ ທັງໃນກຸ່ມປະເທດພັດທະນາ ແລະ ກຳລັງພັດທະນາ.

ດັ່ງນັ້ນ, ຈຶ່ງຈຳເປັນຕ້ອງລິເລີ່ມມາດຕະການປ້ອງກັນ ວັນນະໂຣກ ແລະ ເຖິງວ່າ ວັນນະໂຣກ ຈະເປັນພະຍາດທີ່ຂ້າຊີວິດຜູ້ຄົນ ຫຼາຍເທົ່າກັບ ຜູ້ເສຍຊີວິດຈາກການຕິດເຊື້ອ HIV/AIDS ແລະ ມາເລເຣຍ ລວມກັນໃນແຕ່ລະປີ ແຕ່ຊໍ້າພັດໄດ້ຮັບທຶນວິໄຈ ພຽງ 10% ຂອງທຶນວິໄຈພະຍາດເອດສ໌ ເທົ່ານັ້ນ.

Visual Composer Website Builder

ຄະນະຜູ້ຊ່ຽວຊານ ຈາກ 13 ປະເທດ ມີລາຍງານໃນວາລະສານການແພດ ແລນເຊດ ລະບຸວ່າ:

ທຶນສະໜັບສະໜຸນເພື່ອວິໄຈ ແລະ ພັດທະນາ ທົ່ວໂລກ ຈຳເປັນຕ້ອງເພີ່ມຂຶ້ນ 4 ເທົ່າ ເປັນ 3.000 ລ້ານໂດລາຕໍ່ປີ ຫາກຕ້ອງການກຳຈັດ ວັນນະໂຣກ ໃຫ້ໝົດໄປຢ່າງໄດ້ຜົນ ໂດຍຍົກຕົວຢ່າງທີ່ ອິນເດຍ ເຊິ່ງມີຜູ້ເສຍຊີວິດຈາກ ວັນນະໂຣກ ເຖິງ 1 ໃນ 3 ຂອງທົ່ວໂລກ, ການໄດ້ຮັບການປິ່ນປົວ ແລະ ໄດ້ຮັບການກວດຫາເຊື້ອແຕ່ຕົ້ນ ເປັນຢ່າງດີ ຈະາມາດຫຼຸດການເສຍຊີວິດລົງໄດ້ເກືອບ 1 ໃນ 3 ເຊິ່ງມີຄ່າໃຊ້ຈ່າຍ ປະມານ 290 ລ້ານໂດລາ ໃນແຕ່ລະປີ.