ຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະ ວາງທິດທາງແຜນການ ປະຈໍາປີ 2019, ເປັນປະທານໂດຍ ພັອ ສົມພອນ ທອງວິໄລ ຫົວໜ້າຫ້ອງການເມືອງ, ມີຫົວໜ້າ-ຮອງ ແລະ ຄະນະຫ້ອງ, ຫົວໜ້າ-ຮອງພະແນກ, ພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ສີວັນທາ ເພຍສະຂາ ຮອງຫົວໜ້າຫ້ອງການເມືອງ ຜ່ານບົດສະຫຼຸບ ວ່າ:

ປີ 2018 ຜ່ານມາ, ຫ້ອງວ່າການ ໄດ້ເຮັດວຽກງານມະຫາພາກໃນຂົງເຂດວຽກງານ ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ; ເຊິ່ງຄະນະພັກ, ຄະນະຫ້ອງ ໄດ້ຊີ້ນໍາ-ນໍາພາໂດຍກົງ ໂດຍອີງໃສ່ຫຼັກການລວມສູນປະຊາທິປະໄຕ, ມອບວຽກໃຫ້ບຸກຄົນຮັບຜິດຊອບ, ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ຂອບເຂດສິດ, ເອົາໃຈໃສ່ລົງເລິກຊີ້ນໍາວຽກງານ ຢ່າງໃກ້ຊິດຕິດແທດ, ມີແຜນການ ແລະ ມີຄວາມສອດຄ່ອງ, ຖືກຕ້ອງກັບບັນດານິຕິກໍາ, ກົດໝາຍທີ່ໄດ້ກໍານົດໄວ້, ມີການສະຫຼຸບ, ສໍາຫຼວດກວດກາປະຈໍາອາທິດ, ປະຈໍາເດືອນ ແລະ ປະຈໍາປີ ເພື່ອສ່ອງແສງຂັ້ນເທິງເປັນປົກກະຕິ, ວາງທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ ແລະ ສ້າງພະນັກງານເປົ້າໝາຍສືບທອດປ່ຽນແທນ ໂດຍ ຖືເອົາມະຕິ, ແຜນການຂອງຫ້ອງການເມືອງ ກໍຄື ຫ້ອງວ່າການ ກະຊວງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ

ເປັນຕົ້ນແມ່ນ ວຽກງານປັບປຸງກໍ່ສ້າງພັກ, ວຽກງານຂະຫຍາຍພັກ, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານຈັດຕັ້ງ-ພະນັກງານ, ວຽກງານນະໂຍບາຍ-ປະກັນສັງຄົມ ແລະ ແກ້ໄຂຊີວິດການເປັນຢູ່, ວຽກງານໂຄສະນາ-ຂ່າວສານ, ວຽກງານກວດກາ-ປ້ອງກັນກໍາລັງ, ວຽກງານບໍລິຫານ, ວຽກງານວິຊາສະເພາະ ແລະ ວຽກງານຈັດຕັ້ງ-ນະໂຍບາຍ.

ປີ 2019, ຈະເອົາໃຈໃສ່ກໍ່ສ້າງ, ບໍາລຸງພະນັກງານ-ນັກຮົບທາງດ້ານປະລິມານ ແລະ ຄຸນນະພາບ ເປັນຕົ້ນແມ່ນ ພະນັກງານຂັ້ນຊີ້ນໍາ-ນໍາພາ ຕ້ອງໜັກແໜ້ນທາງດ້ານການເມືອງ-ແນວຄິດ, ກໍາແໜ້ນລະບຽບ-ກົດໝາຍ, ມີຄວາມຊື່ສັດບໍລິສຸດ, ມີລະບຽບວິໄນເຂັ້ມງວດ, ມີສະຕິຕໍ່ການຈັດຕັ້ງ, ເປັນແບບຢ່າງນໍາໜ້າ ໃນຂະບວນການເຮັດວຽກງານວິຊາສະເພາະ, ການຮໍ່າຮຽນ, ການດໍາລົງຊີວິດທີ່ປອດໃສ ແລະ ມີການພົວພັນກັບພາກສ່ວນທີ່ກ່ຽວຂ້ອງຢ່າງກວ້າງຂວາງ.

Visual Composer Website Builder