ພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຫ້ອງການ ກອງບັນຊາການ ຜູ້ເກົ່າ ແລະ ຜູ້ໃໝ່ ເຂົ້າຮ່ວມໂດຍ ພັອ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ

ເມື່ອບໍ່ດົນມານີ້, ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຫ້ອງການ ກອງບັນຊາການ ຜູ້ເກົ່າ ແລະ ຜູ້ໃໝ່ ເຂົ້າຮ່ວມໂດຍ ພັອ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ມີ ບັນດາຫົວໜ້າ-ຄະນະຫ້ອງ, ຫົວໜ້າ-ຮອງພະແນກ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

ໃນພິທີ, ພັທ ພຸດທະສອນ ວົງແຝງຄຳ ຫົວໜ້າຫ້ອງການກອງບັນຊາການ ຜູ້ເກົ່າ ໄດ້ສະຫຼຸບລາຍງານຫຍໍ້ກ່ຽວກັບ ການຊີ້ນຳ-ນຳພາ ໃນໄລຍະຜ່ານມາ ແລະ ບັນດາແຜນວຽກສືບຕໍ່ເພື່ອມອບໃຫ້ຜູ້ມາຮັບໜ້າທີ່ໃໝ່ສືບຕໍ່ຊີ້ນຳໆພາ.

ຈາກນັ້ນ, ກໍໄດ້ລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ ໂດຍ ພັທ ພຸດທະສອນ ວົງແຝງຄໍາ ຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ ໂຍກຍ້າຍໄປຮັບໜ້າທີ່ໃໝ່ຢູ່ ກອງບັນຊາການ ປກສ ເມືອງສິງ ແລະ ແຕ່ງຕັ້ງ ພັທ ສົມສັກ ສີປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງ  ສິງ ມາຮັບໜ້າທີ່ໃໝ່ເປັນ ຫົວໜ້າຫ້ອງການ ກອງບັນຊາການ ປກສ ແຂວງ.

ພັທ ສົມມີ ຄິດທະໄຊ ຫົວໜ້າຫ້ອງສັນຕິບານ ຜູ້ເກົ່າ ກັບ ພັທ ພອນແກ້ວ ພົງແສນຫຼວງ ຫົວໜ້າຜູ້ໃໝ່ ເຊັນບົດບັນທຶກມອບ-ຮັບໜ້າທີ່ໃໝ່

ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນທີ 12 ມີນາ 2019, ພັທ ສົມມີ ຄິດທະໄຊ ຫົວໜ້າຫ້ອງສັນຕິບານ ຜູ້ເກົ່າ ກັບ ພັທ ພອນແກ້ວ ພົງແສນຫຼວງ ຫົວໜ້າຜູ້ໃໝ່ ກໍໄດ້ເຊັນບົດບັນທຶກມອບ-ຮັບໜ້າທີ່ໃໝ່ ເຂົ້າຮ່ວມໂດຍ ພັທ ອິນສົມ ທຳລະສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີ ບັນດາຄະນະຫ້ອງ, ຫົວໜ້າ-ຮອງພະແນກ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

Visual Composer Website Builder