ກອງບັນຊາການ ປກສ ນະ ຄອນຫຼວງວຽງຈັນ ຈັດກອງປະຊຸມປຶກສາຫາລືວຽກງານຫຼຸດຜ່ອນອຸບັດຕິເຫດ ແລະ ການຮັກສາຄວາມປອດໄພຕາມທ້ອງຖະໜົນຢູ່ ນວ, ໃນວັນທີ 19 ມີນາ 2019 ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ປອ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ມີຄະນະກອງບັນຊາການ, ບັນດາຫ້ອງ, ພະແນກ, ປກສ ເມືອງອ້ອມຂ້າງກອງບັນຊາການເຂົ້າຮ່ວມ.

ພົຈວ ບຸບຜາ ສີພົມມາ ຫົວໜ້າກອງບັນຊາການ ປກສ ນວ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກ ທີ 1323/ຈນວ ລົງວັນທີ 21 ທັນວາ 2018 ວ່າດ້ວຍມາດຕະການຫຼຸດຜ່ອນອຸບັດຕິເຫດ ແລະ ການຮັກສາຄວາມປອດໄພຕາມທ້ອງຖະໜົນທົ່ວ ນວ ວ່າ: ຂໍ້ຕົກລົງສະບັບນີ້ກໍານົດເປົ້າໝາຍ, ເງື່ອນໄຂ ແລະ ມາດຕະການຫຼຸດຜ່ອນອຸບັດຕິ ເຫດ ແລະ ການຮັກສາຄວາມປອດໄພຕາມທ້ອງຖະໜົນຢູ່ ນວ ຕາມກົດໝາຍກ່ຽວຂ້ອງກໍານົດໄວ້ ເພື່ອຮັບປະ ກັນຊີວິດ, ຊັບສິນຂອງພົນລະເມືອງ ເຮັດໃຫ້ເມືອງຫຼວງມີຄວາມສະຫງົບສຸກ ແລະ ສັງຄົມມີຄວາມປອດໄພ, ເຊິ່ງເປົ້າໝາຍແກ້ໄຂອຸບັດຕິເຫດ ແລະ ຮັກສາຄວາມປອດໄພຕາມຖະໜົນແມ່ນຈະເລັ່ງໃສ່ 6 ເປົ້າໝາຍ ຄື: ຍານພາຫະນະທີ່ນໍາໃຊ້ເຂົ້າໃນການຈະລາຈອນ, ຜູ້ຂັບຂີ່ຍານພາຫະນະ, ຜູ້ໂດຍສານ, ຜູ້ດໍາລົງຊີວິດ ແລະ ເຄື່ອນໄຫວຕາມແຄມທາງ, ຜູ້ກໍ່ ສ້າງຖະໜົນ ແລະ ກໍ່ສ້າງອາຄານ ແຄມຖະໜົນ, ທັດສະນິຍະພາບ ແລະ ສິ່ງ ແວດລ້ອມຕາມເສັ້ນທາງ; ສ່ວນມາດຕະການຫຼຸດຜ່ອນອຸບັດຕິເຫດ ແລະ ຮັກສາຄວາມປອດໄພຕາມຖະໜົນ ຈະເລັ່ງໃສ່ 5 ມາດຕະການ ຄື: ມາດຕະການສຶກສາອົບຮົມຕໍ່ເປົ້າໝາຍໃຊ້ລົດ-ໃຊ້ຖະໜົນ, ມາດຕະການຕໍ່ຜູ້ດື່ມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ເສບສິ່ງມຶນເມົາຂັບຂີ່ຍານພາຫະນະ, ມາດຕະການຄວບຄຸມຄວາມໄວການຂັບຂີ່ຍານພາຫະນະ, ມາດຕະການຕໍ່ຜູ້ຂັບຂີ່ຍານພາຫະນະທີ່ລະເມີດກົດລະບຽບຈະລາຈອນອື່ນໆ ແລະ ມາດຕະການຕໍ່ຜູ້ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ກ່ອນເວລາ 16:00 ໂມງ; ໃນກອງປະຊຸມບັນດາພະນັກງານຫຼັກແຫຼ່ງທີ່ເຂົ້າຮ່ວມກໍໄດ້ຜັດປ່ຽນປະກອບຄໍາຄິດເຫັນຢ່າງກົງໄປກົງມາ ແລະ ຍົກໃຫ້ເຫັນຜົນງານ, ດ້ານດີ, ດ້ານອ່ອນຂໍ້ຄົງ ຄ້າງໃນໄລຍະຜ່ານມາ ເພື່ອຫາວິທີທາງແກ້ໄຂໃນຕໍ່ໜ້າ.

ທ່ານ ປອ ສິນລະວົງ ຄຸດໄພທູນ ກໍໄດ້ເນັ້ນໃຫ້ບັນດາຄະນະກອງບັນຊາການ ປກສ ນວ ຂຸ້ນຂ້ຽວນໍາພາກໍາລັງວິຊາສະເພາະ ແລະ ນໍາເອົາຂໍ້ຕົກລົງສະບັບດັ່ງກ່າວເຜີຍແຜ່ໃຫ້ທຸກຊັ້ນຄົນໃນ ນວ ຮັບຮູ້ ແລະ ເຂົ້າໃຈຕໍ່ກັບມາດຕະການຕ່າງໆໃນການປັບໃໝແນໃສ່ບໍ່ໃຫ້ນັກຂັບຂີ່ ຫຼື ຜູ້ໃຊ້ລົດ-ໃຊ້ຖະໜົນລະເມີດກົດລະບຽບດັ່ງກ່າວ ຖ້າ ນັກຂັບຂີ່ບໍ່ລະເມີດບັນຫາອຸບັດຕິເຫດຕາມທ້ອງຖະໜົນກໍຈະຫຼຸດລົງ ພາຍຫຼັງສໍາເລັດການໂຄສະນາເຜີຍແຜ່ແລ້ວແມ່ນໃຫ້ເລີ່ມໃຊ້ມາດຕະການຕ່າງໆຢູ່ໃນຂໍ້ຕົກລົງ ສະບັບດັ່ງກ່າວນີ້ ແຕ່ເດືອນກໍລະກົດ 2019 ເປັນຕົ້ນໄປ ໂດຍບໍ່ມີຂໍ້ຍົກເວັ້ນຕໍ່ຜູ້ລະເມີດ.