ໃຫ້ກຽດປາຖະກະຖາໂດຍ ທ່ານ ສຸກສະຫວາດ ລັດຖະຈັກ ຫົວໜ້າຄະນະໂຄສະນາອົບຮົມ ແຂວງ

ອາທິດຜ່ານມານີ້, ຄະນະໂຄສະນາອົບຮົມ ແຂວງຄຳມ່ວນ ໄດ້ປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດ ຂອງຊາດ, ຂອງພັກ ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ  (22 ມີນາ 1955 – 22 ມີນາ 2019) ແລະ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ( 21 ມີນາ 1946-21 ມີນາ 2019 ), ໃຫ້ກຽດປາຖະກະຖາໂດຍ ທ່ານ ສຸກສະຫວາດ ລັດຖະຈັກ ຫົວໜ້າຄະນະໂຄສະນາອົບຮົມ ແຂວງ, ມີ ບັນດາຫົວໜ້າຫ້ອງການ, ຄະນະກອງບັນຊາການ ປກຊ-ປກສ ແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ພະແນກການຕ່າງໆອ້ອມຂ້າງແຂວງ ເຂົ້າຮ່ວມ.

ທ່ານ ສຸກສະຫວາດ ລັດຖະຈັກ ໄດ້ຍົກໃຫ້ເຫັນເຖິງ

ຜົນງານການນຳພາຂອງພັກ ແລະ ການເສຍສະຫຼະອັນຍິ່ງໃຫຍ່, ອົງອາດກ້າຫານຂອງປະຊາຊົນລາວບັນດາເຜົ່າ ໃນການຕໍ່ສູ້ປົດປ່ອຍຊາດ ໂດຍພາຍໃຕ້ການນຳພາຂອງພັກ ໃຫ້ເຫັນທາດແທ້, ອຸດົມການອັນໜຶ່ງອັນດຽວຂອງ ພັກປະຊາຊົນ ປະຕິວັດລາວ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ບັນລຸຕາມຈຸດປະສົງທີ່ກຳນົດໄວ້ ໃນແຕ່ໄລຍະຂອງການປະຕິວັດ

ພ້ອມທັງ ລະນຶກເຖິງວິລະກຳອັນຍິ່ງໃຫຍ່ ຄວາມເສຍສະຫຼະອັນອົງອາດກ້າແກ່ນຂອງປະຊາຊົນຊາວເມືອງທ່າແຂກ ພາຍໃຕ້ການນຳພາຂອງ ປະທານ ສຸພານຸວົງ ພ້ອມດ້ວຍໝູ່ຄະນະວິລະບູລຸດເຫຼັກ ໃນວັນທີ 21 ມີນາ 1946

ເຊິ່ງແມ່ນ ເຫດການປະຫວັດສາດອັນສຳຄັນ ແລະ ຍິ່ງໃຫຍ່ ທີ່ພວກເຮົາຈະຕ້ອງໄດ້ຫວນຄືນ ເພື່ອພ້ອມກັນສ້າງສະຕິຊາດເອກະລາດໜຶ່ງດຽວ ພາຍໃຕ້ການນຳພາຂອງພັກ ແລະ ຍົກໃຫ້ເຫັນມູນເຊື້ອສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ ລາວ-ຫວຽດນາມ.

ຄະນະໂຄສະນາອົບຮົມ ແຂວງຄຳມ່ວນ ໄດ້ປາຖະກະຖາຫວນຄືນມູນເຊື້ອ 2 ວັນປະຫວັດສາດ ຂອງຊາດ, ຂອງພັກ

ທັງນີ້, ກໍເພື່ອໂຄສະນາໃຫ້ພະນັກງານ, ສະມາຊິກພັກ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ມີຄວາມຮັບຮູ້ເຂົ້າໃຈ, ເຊື່ອມຊຶມ, ກຳແໜ້ນທາດແທ້ມູນເຊື້ອອັນດີງາມຂອງ ພັກປະຊາຊາຊົນ ປະຕິວັດລາວ.

ນອກນັ້ນ, ກໍໃຫ້ຖືເອົາສິ່ງນີ້ ເປັນສິ່ງວັດແທກຄວາມຮັບຜິດຊອບທາງດ້ານການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີນຳພາ ແລະ ການດຳລົງຊິວິດ ເພື່ອກຳຈັດປັດເປົ່າພະຍາດອາຍາສິດ, ລັດທິເອກະຊົນ, ການສໍ້ລາດບັງຫຼວງ, ເຮັດໃຫ້ພະນັກງານ, ສະມາຊິກພັກ ມີຄວາມເປັນແບບຢ່າງນຳໜ້າໃນທຸກດ້ານ ໃຫ້ແກ່ມະຫາຊົນ ແລະ ເພື່ອເປັນການໂຄສະນາສຶກສາອົບຮົມ ໃຫ້ປະຊາຊົນບັນດາເຜົ່າ, ມີຄວາມຮັບຮູ້ເຂົ້າໃຈຕໍ່ຜົນງານຂອງ ພັກປະຊາຊົນ ປະຕິວັດລາວ ໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພ້ອມທັງເປັນເຈົ້າການສະໜັບສະໜູນຕໍ່ແນວທາງການນຳພາຂອງພັກ ແລະ ຮັບຮູ້ວ່າ ມີແຕ່ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ເທົ່ານັ້ນ ຈຶ່ງໄດ້ມີໂອກາດອັນດີ ໃນການທຳມາຫາກິນສ້າງຄອບຄົວ ໃຫ້ມີຢູ່ມີກິນຮັ່ງມີຄືໃນປັດຈຸບັນນີ້.