ອົງການກາແດງ ຮັບບໍລິຈາກເລືອດ ຢູ່ໂຮງຮຽນ ປກສ ຊັ້ນກາງ ເລກ 4

0
1946
ສູນບໍລິຈາກເລືອດ ອົງການກາແດງ ປະຈຳ ແຂວງອຸດົມໄຊ ໄດ້ລົງຮັບການບໍລິຈາກເລືອດ ຢູ່ໂຮງຮຽນ ປກສ ຊັ້ນກາງ ເລກ 4

ວັນທີ 13 ມີນາຜ່ານມາ, ສູນບໍລິຈາກເລືອດ ອົງການກາແດງ ປະຈຳ ແຂວງອຸດົມໄຊ ນຳໂດຍ ທ່ານ ສັງທອງ ສິນຕິສຸກ ຫົວໜ້າອົງການກາແດງ ພ້ອມດ້ວຍວິຊາການຂອງສູນບໍລິຈາກເລືອດ ໄດ້ລົງຮັບການບໍລິຈາກເລືອດ ຢູ່ໂຮງຮຽນ ປກສ ຊັ້ນກາງ ເລກ 4 ແຂວງອຸດົມໄຊ, ມີ ພັທ ຄຳເຈີງ ເຟືອງຣານິດ ຮອງອຳນວຍການໂຮງຮຽນ ພ້ອມດ້ວຍພະນັກງານຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ 200 ກວ່າສະຫາຍ.

ທ່ານ ສັງທອງ ສິນຕິສຸກ ຫົວໜ້າອົງການກາແດງ ປະຈຳ ແຂວງອຸດົມໄຊ ໃຫ້ຮູ້ວ່າ:

ເລືອດ ແມ່ນທາດແຫຼວຊະນິດໜຶ່ງທີ່ຫຼ່ໍລ້ຽງຮ່າງກາຍຂອງຄົນເຮົາ, ຖ້າຂາດເລືອດ ມະນຸດເຮົາຈະເສຍຊີວິດທັນທີ ສະແດງໃຫ້ເຫັນວ່າ ຖ້າຂາດເລືອດ ຈະບໍ່ມີສິ່ງໃດທົດແທນໄດ້, ນອກຈາກເລືອດມະນຸດດ້ວຍກັນເທົ່ານັ້ນ ຈຶ່ງສາມາດທົດແທນໄດ້.

ໃນແຕ່ລະມື້ ຢູ່ໂຮງໝໍແຫ່ງຕ່າງໆ ຈະມີຄົນຂາດເລືອດເປັນຈຳນວນຫຼາຍ; ສະນັ້ນ, ການບໍລິຈາກເລືອດ ຈຶ່ງມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ເພື່ອກອບກູ້ເອົາຊີວິດເພື່ອນມະນຸດດ້ວຍກັນ ທີ່ກຳລັງຂາດເລືອດໃຫ້ກັບມາມີຊີວິດອີກຄັ້ງ.

ມີຜູ້ເຂົ້າຮ່ວມບໍລິຈາກທັງໝົດ 10 ສະຫາຍ

ຈາກນັ້ນ, ວິຊາການສູນບໍລິຈາກ ເລືອດ ອົງການກາແດງ ແຂວງ ກໍໄດ້ອະທິບາຍກ່ຽວກັບ ຄວາມໝາຍ-ຄວາມສຳຄັນຂອງເລືອດ ແລະ ການບໍລິຈາກເລືອດ ໃຫ້ນາຍ ແລະ ພົນຕຳຫຼວດພາຍໃນໂຮງຮຽນ ໄດ້ຮັບຮູ້ເຂົ້າໃຈເຖິງຄວາມຕ້ອງການ ໃນການຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ ເພື່ອເປັນການປະກອບສ່ວນຊ່ວຍສັງຄົມ, ຊ່ວຍເຫຼືອຄົນທີ່ຂາດເລືອດ ເຊັ່ນ: ຄົນທີ່ຖືກຜ່າຕັດ, ແມ່ຍິງເກີດລູກ, ຄົນປະສົບອຸບັດຕິເຫດ ພ້ອມກັນນັ້ນ ນັກສຶກສາທີ່ເປັນສະມາຊິກຊາວໜຸ່ມ-ແມ່ຍິງ ພາຍໃນໂຮງຮຽນຊັ້ນກາງ ເລກ 4 ແຂວງອຸດົມໄຊ ກໍໄດ້ພາກັນບໍລິຈາກເລືອດ ເພື່ອເປັນການປະກອບສ່ວນຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ ລວມທັງໝົດ 10 ສະຫາຍ.

ມີ ພັທ ຄຳເຈີງ ເຟືອງຣານິດ ຮອງອຳນວຍການໂຮງຮຽນ ພ້ອມດ້ວຍພະນັກງານຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ 200 ກວ່າສະຫາຍ

ໃນຕອນທ້າຍ, ພັທ ຄຳເຈີງ ເຟືອງຣານິດ ຮອງອຳນວຍການໂຮງຮຽນ ກໍໄດ້ສະແດງຄວາມຍ້ອງຍໍ ແລະ ຊົມເຊີຍຕໍ່ອ້າຍນ້ອງນັກສຶກສາເວົ້າລວມ, ເວົ້າສະເພາະ ຜູ້ທີ່ມີຄວາມສະໝັກໃຈໃນການປະກອບສ່ວນຄັ້ງນີ້ ແລະ ຮຽກຮ້ອງໃຫ້ນາຍ ແລະ ພົນຕຳຫຼວດທຸກສະຫາຍ ເຂົ້າໃຈໃນການຕື່ນຕົວມີນ້ຳໃຈ ແລະ ປະກອບສ່ວນຊ່ວຍເຫຼືອບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ, ຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ ໃນຄັ້ງໜ້າ ໃຫ້ຫຼາຍຂຶ້ນກວ່າເກົ່າ.