ໃນວັນທີ 21 ມີນາ ນີ້ວ່າ: ທ່ານ ໂຣດຣິກໂກ ດູເຕີເຕ ປະທານາທິບໍດີຂອງຟິລິບປິນ ກ່າວວ່າ ລັດຖະບານກຳລັງສຶກສາໂຄງການບໍລິຫານຈັດການນ້ຳຂອງສິງກະໂປ ແລະ ອິດສະຣາແອນ, ເຊິ່ງເປັນສອງປະເທດແຖວໜ້າທີ່ມີຄວາມຊ່ຽວຊານໃນເທັກໂນໂລຊີ ສະກັດເກືອອອກຈາກນ້ຳທະເລ ເພື່ອຜະລິດນ້ຳຈືດ ໂດຍທ່ານ ໂຣດຣິໂກ ດູເຕີເຕ ຫວັງວ່າຈະໄດ້ຮັບຄຳແນະນຳຈາກສິງກະໂປໃນອະນາຄົດ ເພື່ອບັນເທົາວິກິດການຂາດນ້ຳສະອາດໃນຟິລິບປິນ ເນື່ອງຈາກເກີດໄພແຫ້ງແລ້ງຮ້າຍແຮງທີ່ສຸດໃນປີນີ້.

          ອີງຕາມຂໍ້ມູນຈາກລັດຖະບານສິງກະໂປ ແຈ້ງໃຫ້ຮູ້ວ່າ ປະລິມານການຜະລິດນ້ຳຈືດຈາກທະເລຂອງປະ ເທດຢູ່ທີ່ສູງສຸດ 490 ລ້ານລິດ ສະເລ່ຍເປັນ 30% ຂອງຄວາມຕ້ອງການຕໍ່ວັນໃນການອຸປະໂພກ ແລະ ບໍລິໂພກພາຍໃນສິງກະໂປ, ເຊິ່ງມີປະຊາກອນ 5.6 ລ້ານຄົນ. ແນວໃດກໍຕາມຂະບວນການດັ່ງກ່າວຈຳເປັນຕ້ອງໃຊ້ງົບປະ ມານຂ້ອນຂ້າງສູງ ໂດຍຜູ້ຊ່ຽວຊານຄິດໄລ່ຢູ່ທີ່ 2 ໂດລາສະຫະລັດຕໍ່ 1 ລູກບາດແມັດ.

          ລັດຖະບານຟິລິບປິນ ໄດ້ມີການຄົ້ນຄວ້າແກ້ໄຂບັນຫາດັ່ງກ່າວທ່າມກາງພາວະຂາດນ້ຳສະອາດຢ່າງຮ້າຍແຮງໃນຟິລິບປິນ, ເຊິ່ງບໍ່ມີຝົນຕົກລົງມານານກວ່າ 1 ອາທິດແລ້ວ ໂດຍສະເພາະໃນນະຄອນຫຼວງມະນີລາ ແລະ ມີປະຊາກອນອາໄສຢູ່ຢ່າງໜາແໜ້ນຫຼາຍກວ່າ 13 ລ້ານຄົນໄດ້ຮັບຜົນກະທົບ. ນອກນັ້ນ, ບັນຫາຂາດນ້ຳໃນຄັ້ງນີ້ຍັງແຜ່ຂະຫຍາຍອອກໄປອີກ 16 ເມືອງໃຫຍ່ໃນປະເທດ ເຮັດໃຫ້ໂຮງໝໍ ແລະ ສຸກສາລາຫຼາຍແຫ່ງປະກາດຫຼຸດຈຳ ນວນການຮັບຜູ້ປ່ວຍລົງ ເພື່ອສຳຮອງນ້ຳ ແລະ ສູນການຄ້າຫຼາຍແຫ່ງປະກາດຢຸດບໍລິການຫ້ອງນ້ຳ.

          ຂະນະທີ່ການປະປານະຄອນຫຼວງມະນີລາ ລາຍງານວ່າ ປະລິມານນ້ຳ 1.600 ລ້ານລິດທີ່ໃຊ້ກັນຕໍ່ວັນໃນບັດຈຸບັນນຳມາຈາກເຂື່ອນອັງກັດ ຕັ້ງຢູ່ໃນແຂວງບູລາຄັນທາງຕອນເໜືອຂອງນະຄອນຫຼວງມະນີລາ ແລະ ຍັງມີອ່າງ ເກັບນ້ຳລາເມຊາ ໃນເມືອງເກຊອນ ທີ່ຢູ່ທາງເໜືອຂອງເມືອງຫຼວງນຳອີກ. ແຕ່ພາວະໄພແຫ້ງແລ້ງຢ່າງຮ້າຍແຮງໃນປີນີ້ ສົ່ງຜົນໃຫ້ລະດັບນ້ຳສະເພາະໃນອ່າງເກັບນ້ຳລາເມຊາ ຕ່ຳທີ່ສຸດໃນຮອບ 21 ປີ ຈຶ່ງບໍ່ພຽງພໍຕໍ່ຄວາມຕ້ອງ ການຂອງປະຊາຊົນ.