ກົມ 603 ຈະເສີມຂະຫຍາຍແນວຄິດຕັ້ງໜ້າກຳຈັດແນວຄິດຫຍໍ້ທໍ້ໃນຖັນແຖວພະນັກງານ

ຄະນະບັນຊາກົມ 603 ທີ່ຂຶ້ນກັບຫ້ອງວ່າການກະຊວງ ປກສ ໄດ້ວາງທິດທາງແຜນການ ປີ 2019 ຈະຕັ້ງໜ້າເຮັດວຽກງານການເມືອງນຳພາແນວຄິດຂອງພະນັກງານພາຍໃນກົມ ເພື່ອເປັນການເສີມຂະຫຍາຍບັນດາແນວຄິດທີ່ຕັ້ງໜ້າ ຕິດພັນກັບການຮູ້ຈຳກັດບັນດາແນວຄິດຫຍໍ້ທໍ້ອື່ນໆ ໃນຖັນແຖວພະນັກງານພາຍໃນກົມ ໃຫ້ມີແນວຄິດການເມືອງໜັກແໜ້ນ.

ໃນກອງປະຊຸມສະຫຼຸບວຽກງານປີ 2018 ແລະ ວາງທິດທາງແຜນການປີ 2019 ຂອງກົມ 603 ໄດ້ຍົກໃຫ້ເຫັນວ່າ: ເພື່ອເປັນການເສີມຂະຫຍາຍບັນດາແນວຄິດທີ່ຕັ້ງໜ້າຕິດພັນກັບການຮູ້ຈຳກັດບັນດາແນວຄິດຫຍໍ້ທໍ້ອື່ນໆ ໃນຖັນແຖວພະນັກງານພາບໃນກົມໃຫ້ມີແນວຄິດການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ພັກ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ ແລະ ເປັນເຈົ້າການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຕາມພາລະບົດບາດ ໃຫ້ມີຜົນສຳເລັດຍິ່ງຂຶ້ນ, ໃນປີນີ້, ຄະນະບັນຊາກົມ 603 ຈະຕັ້ງໜ້າເຮັດວຽກງານການເມືອງນຳພາແນວຄິດດ້ວຍການນຳພາພະນັກງານພາຍໃນກົມເຂົ້າຮ່ວມຊີວິດປະຈຳອາທິດ, ປະຈຳເດືອນ, ປະຈຳປີ, ເຂົ້າຮ່ວມການຄົ້ນຄວ້າເຊື່ອມຊຶມບັນດາແນວທາງການເມືອງຂອງພັກ, ລະບຽບກົດໝາຍຂອງລັດ, ຂອງກຳລັງ ປກສ ພ້ອມທັງນຳເອົາທິດທາງແຜນການຂອງກະຊວງ, ຂອງຫ້ອງວ່າການວາງອອກ, ນຳເອົາບັນດາຜົນງານ, ຜົນສຳເລັດຂອງການປະຕິບັດໜ້າທີ່ວຽກງານຕົວຈິງໃນແຕ່ລະໄລຍະ.

          ພັທ ລຸນທອງ ເພັງມີໄຊ ຮອງຫົວໜ້າກົມ 603 ຜ່ານບົດສະຫຼຸບວ່າ: ປີ 2018 ຄະນະບັນຊາກົມ ໄດ້ເອົາໃຈໃສານຳພາສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານດ້ວຍຫຼາຍຮູບຫຼາຍສີ ໂດຍສະເພາະແມ່ນຈັດຕັ້ງເຊື່ອມຊຶມເອກະສານສຳຄັນຕ່າງໆ, ເຊິ່ງຜ່ານການຄົ້ນຄວ້າຮໍ່າຮຽນ ໄດ້ເຮັດໃຫ້ພະນັກງານມີຄວາມຮັບຮູ້, ເຊື່ອມຊຶມຕໍ່ແນວທາງການເມືອງຂອງພັກ, ນະໂຍບາຍຂອງລັດ, ສາມາດປັບປຸງທັດສະນະໃຫ້ມີຫຼັກໝັ້ນ, ມີຄວາມຈົງຮັກພັກດີ, ມີລະບຽບວິໄນເຂັ້ມງວດ. ກອງປະຊຸມດັ່ງກ່າວ, ຈັດຂຶ້ນວັນທີ 21 ມີນາ 2019 ເປັນປະທານໂດຍ ພັອ ສົມດີ ແກ້ວວົງເພັດ ຫົວໜ້າກົມ 603, ມີ ພັອ ຄານໄຊ ໄຊຍະຫານ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ພ້ອມດ້ວຍບັນດາແຂກຮັບເຊິນ ແລະ ພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ.