ກະຊວງ ປກສ ຈະສຸມໃສ່ຫຼຸດຜ່ອນອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ ໂດຍສຸມໃສ່ໂຄສະນາເຜີຍແຜ່ລະບຽບກົດໝາຍ, ເຜີຍແຜ່ສະພາບການເກີດອຸບັດຕິເຫດ ໃຫ້ທຸກຊັ້ນຄົນໃນສັງຄົມຮັບຮູ້ ແລະ ເຂົ້າໃຈກ່ຽວກັບລະບຽບຫຼັກການທີ່ວາງອອກ, ພ້ອມທັງປັບປຸງກໍາລັງ, ເຄື່ອງມື, ອຸປະກອນຮັບໃຊ້ໃຫ້ພຽງພໍຕາມຄວາມຕ້ອງການໃນໜ້າທີ່ວຽກງານຢ່າງ ກວ້າງຂວາງ.

ພັທ ຄໍາເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ໃນກອງປະຊຸມສະຫຼຸບປີວ່າ: ໃນປີ 2018 ອຸບັດຕິເຫດທີ່ເກີດຂຶ້ນຕາມທ້ອງຖະໜົນແມ່ນມາຈາກການເພີ່ມຂຶ້ນຂອງພາຫະນະຢ່າງວ່ອງໄວ ມີ 2.100.000 ກວ່າຄັນ. ໃນນີ້ ລົດຈັກຫຼາຍກວ່າໝູ່ ກວມ 76,15%, ສະເລ່ຍ 1 ກິໂລ ແມັດມີພາຫະນະ 600 ກວ່າຄັນ, ສະເພາະນະຄອນຫຼວງວຽງຈັນ ມີພາຫະນະທັງໝົດ 900.000 ກວ່າຄັນ ໃນນີ້ ລົດຈັກກວມເອົາ 68,71% ສະເລ່ຍ 1 ກິໂລແມັດ ມີພາຫະນະ 800 ກວ່າຄັນ ຈາກບັນຫາທີ່ເກີດຂຶ້ນເຮັດໃຫ້ເສັ້ນທາງການສັນຈອນບໍ່ສາມາຮອງຮັບການ ເພີ່ມຂຶ້ນຂອງພາຫະນະໄດ້ເຮັດໃຫ້ເສັ້ນທາງມີຄວາມແອອັດ, ສັບສົນ ແລະ ອີກບັນຫາໜຶ່ງຜູ້ຂັບຂີ່ຍັງຂາດສະຕິບໍ່ເຄົາລົບລະບຽບກົດໝາຍ ແລະ ລະເມີດກົດລະບຽບການຈະລາຈອນເປັນຕົ້ນ: ດື່ມສິ່ງມືນເມົາຂັບຂີ່ລົດກວມ 26,6%, ໃຊ້ຄວາມໄວເກີນກໍານົດ 19,6%, ປ່ຽນທິດກະທັນຫັນ 12,8%, ແຊງບໍ່ຮັບປະກັນ 12,7%, ບໍ່ ປ່ອຍສິດ 12,4%, ເຕັກນິກບໍ່ຮັບປະກັນ 2,4%, ລ່ວງປ້າຍຫ້າມ 1,5%. ນອກນີ້, ມີຂີດເສັ້ນແບ່ງຈະລາຈອນບໍ່ຈະແຈ້ງ, ປ້າຍສັນຍານ ແລະອື່ນໆ ກວມ 11,7%.

ໃນໄລຍະຜ່ານມາ, ການເກີດອຸບັດຕິເຫດຕາມທ້ອງຖະໜົນໄດ້ ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ຢູ່ໃນ ສ່ວນສູງ ເຮັດໃຫ້ຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດເປັນຈໍານວນຫຼວງຫຼາຍ, ໃນການສະກັດກັ້ນ ແລະ ຫຼຸດຜ່ອນບັນຫາດັ່ງກ່າວລັດຖະບານໄດ້ອອກກົດໝາຍ, ລະບຽບການ, ດໍາລັດ, ນິຕິກໍາເປັນຕົ້ນ: ກົດລະບຽບການສັນຈອນຕາມເສັ້ນທາງຫຼວງ ສະບັກເລກທີ 107/ປສລ, ດໍາລັດ 188/ນຍ ວ່າດ້ວຍການປັບໄໝ ແລະ ມາດຕະການຕ່າງໆຕໍ່ຜູ້ລະເມີດກ່ຽວກັບການສັນຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກ ຮັກສາທາງຫຼວງ; ໂຄງການຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະໜົນ ແລະ ວຽກງານອື່ນໆ, ເຊິ່ງແຜນການດັ່ງກ່າວ ກະຊວງ ປກສ ໄດ້ສຸມໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າແຕ່ບັນຫາອຸບັດຕິເຫດ ກໍຍັງເກີດຂຶ້ນ 5.800 ກວ່າຄັ້ງ, ພາຫະນະເປ່ເພ 10.500 ກວ່າຄັນ, ຄົນໄດ້ຮັບບາດເຈັບ 9.300 ກວ່າ ຄົນ ແລະ ເສຍຊີວິດ 995 ຄົນ ທຽບໃສ່ປີຜ່ານມາ ຈໍານວນອຸບັດຕິເຫດເພີ່ມຂຶ້ນ, ແຕ່ຄົນເສຍຊີວິດຫຼຸດລົງ 58 ຄົນ, ສະເພາະນະຄອນຫຼວງວຽງຈັນ ເສຍຊີວິດ 240 ຄົນ ຫຼຸດລົງ 11 ຄົນ.

ໃນຕໍ່ໜ້າ, ກະຊວງ ປກສ ສຸມໃສ່ຈັດຕັ້ງປະຕິບັດ, ໂດຍໂຄ ສະນາດໍາລັດ 188/ນຍ ວ່າດ້ວຍ ການປັບໃໝ ແລະ ມາດຕະການ ຕ່າງໆຕໍ່ຜູ້ທີ່ລ່ວງລະເມີດກົດໝາຍ ກ່ຽວກັບຈະລາຈອນທາງບົກ, ການ ຂົນສົ່ງທາງບົກ ແລະ ການປົກປັກ ຮັກສາທາງຫຼວງ ເພື່ອການປູກຈິດ ສໍານຶກຂອງຜູ້ຂັບຂີ່ໃນການໃຊ້ລົດ-ໃຊ້ຖະໜົນ, ຈັດຕັ້ງໂຄສະນາໃຫ້ຄວາມຮູ້, ດ້ານກົດລະບຽບການ ສັນຈອນ, ສະພາບການລະເມີດ ແລະ ສະພາບເກີດອຸບັດຕິເຫດທາງບົກໃຫ້ແກ່ທຸກຊັ້ນຄົນໃນສັງຄົມ, ຢູ່ໃນບ້ານ ແລະ ກຸ່ມບ້ານ, ຊາວຄ້າຂາຍຕາມຕະຫຼາດ, ສູນ ການຄ້າ, ກໍາມະກອນຢູ່ຕາມໂຮງ ຈັກ, ໂຮງງານ, ພະນັກງານຕາມອົງ ການຂອງລັດ, ເອກະຊົນ ຕະຫຼອດ ຮອດນັກຮຽນ-ນັກສຶກສາໃຫ້ທົ່ວເຖິງ.

ພ້ອມທັງໂຄສະນາລະບຽບການສັນຈອນ, ສະພາບການສັນຈອນ ແລະ ສະພາບເກີດອຸບັດຕິ ເຫດຜ່ານສື່ມວນຊົນ, ໂທລະພາບ, ວິທະຍຸ, ໜັງສືພິມ, ວາລະສານ, ປົດສະເຕີ, ປ້າຍແຄມທາງ, ປ້າຍໂຄ ສະນາໃຫຍ່, ທາງອິນເຕີເນັດ, ນອກນັ້ນ ໄດ້ສົມທົບກັບ ປກສ ກຸ່ມ ບ້ານລົງແຕ່ລະຄອບຄົວ, ບ້ານພັກ, ຫ້ອງແຖວ, ສະຖາບັນການສຶກສາ, ໂຮງຈັກ-ໂຮງງານ, ເພື່ອແນະ ນໍາ, ຊີ້ນໍາ ແລະ ຕັກເຕືອນໃຫ້ ກວ້າງຂວາງທົ່ວເຖິງ, ໂຄສະນາ ຜ່ານທາງໂທລະໂຄ່ງທີ່ມີຢູ່ຕາມ ບ້ານປະຊາຊົນ ໂດຍສະເພາະແມ່ນ ລາຍການຕ່າງໆ ເພື່ອໃຫ້ຜູ້ໃຊ້ລົດ -ໃຊ້ຖະໜົນຮັບຮູ້ ແລະ ເລືອກ ໃຊ້ເສັ້ນທາງຢ່າງປອດໄພ. ນໍາເອົາ ຫຼັກສູດປອດໄພເຂົ້າໃນຫຼັກການ ຮຽນ-ການສອນ ເພື່ອປູກຈິດສໍາ ນຶກໃຫ້ຄວມຮູ້, ເຂົ້າໃຈແກ່ນັກ ຮຽນຢູ່ຕາມໂຮງຮຽນແຫ່ງຕ່າງໆ ຕັ້ງແຕ່ຊັ້ນປະຖົມ, ມັດທະຍົມ ຕອນຕົ້ນ ແລະ ຕອນປາຍ, ເອົາໃຈ ໃສ່ລະບາຍການສັນຈອນທີ່ແອ ອັດໃນໂມງໄປການ-ເລີກການ ຕາມ ເສັ້ນທາງທີ່ສໍາຄັນໃຫ້ມີຄວມສະ ດວກ, ວ່ອງໄວ ແລະ ປອດໄພ.

ນອກນີ້, ສຸມໃສ່ໂຄງການຫຼຸດຜ່ອນອຸບັດຕິເຫດຢ່າງແຂງແຮງ ເຮັດໃຫ້ອຸບັດຕິເຫດຫຼຸດລົງເທືື່ອ ລະກ້າວທັງສຸມໃສ່ກວດກາ, ແກ້ ໄຂລົດນໍາເຂົ້າບໍ່ຖືກຕ້ອງ, ລົດບໍ່ ມີປ້າຍ, ປ້າຍບໍ່ຖືກຕ້ອງ, ທະ ບຽນບໍ່ຖືກຕ້ອງ ແລະ ລົດບໍ່ຮັບ ປະກັນທາງດ້ານເຕັກນິກ, ປັບປຸງ ກໍາລັງຕໍາຫຼວດຈະລາຈອນ ແລະ ເຄື່ອງມືຮັບໃຊ້ແກ່ວຽກງານດັ່ງກ່າວ ໃຫ້ເໝາະສົມກັບຕົວຈິງ ເປັນຕົ້ນ ແມ່ນລະບົບກ້ອງວົງຈອນປິດ, ລະບົບໄຟອໍານາດ, ເຄື່ອງກວດທາດເຫຼົ້າ, ເຄື່ອງຈັບຄວາມໄວ ແລະອື່ນໆ.