ພົຕ ສິນທະວົງ ໄຊຍະກອນ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງ ປກສ

ກະຊວງ ປກສ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ (22 ມີນາ 1955-22 ມີນາ 2019) ໃນວັນທີ 21 ມີນາ 2019 ເພື່ອເປັນການໂຄສະນາໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ອ້ອມຂ້າງກະຊວງ ທີ່ເຂົ້າຮ່ວມ ໄດ້ຫວນຄືນມູນເຊື້ອການນຳພາຂອງພັກ ໃນໄລຍະຕໍ່ສູ້ກູ້ຊາດ, ໄລຍະປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດ ໃນຕະຫຼອດໄລຍະ 64 ປີຜ່ານມາ.

ພົຕ ສິນທະວົງ ໄຊຍະກອນ ກຳມະການສູນກາງພັກ ຮອງລັດຖະມົນຕີ ກະຊວງ ປກສ ໄດ້ປາຖະກະຖາໃຫ້ຮູ້ວ່າ:

ພາຍຫຼັງທີ່ ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 22 ມີນາ 1955 ກໍໄດ້ນຳພາປະຊາຊົນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ແຕ່ລະໄລຍະ ຈົນສາມາດໄດ້ຮັບໄຊຊະນະເປັນກ້າວໆ;

ອັນພົ້ນເດັ່ນແມ່ນ ໄດ້ນຳພາການຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ສາມາດປະກາດສ້າງຕັ້ງປະເທດລາວ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 2 ທັນວາ 1975.

ສະເພາະໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ ໄດ້ກ້າວເຂົ້າສູ່ໄລຍະໃໝ່ຂອງການປະຕິວັດ, ພັກປະຊາຊົນ ປະຕິວັດລາວ ໄດ້ກາຍເປັນພັກກຳອຳນາດ, ເຊິ່ງມີລັດປະຊາທິປະໄຕ ປະຊາຊົນ ເປັນເຄື່ອງມືອັນແຫຼມຄົມ ເພື່ອຄຸ້ມຄອງສັງຄົມໃນເງື່ອນໄຂທີ່ເປັນພັກກຳອຳນາດ, ທີ່ຕັ້ງ ແລະ ບົດບາດຂອງພັກ ໄດ້ມີການປ່ຽນແປງ ຄື: ພັກຍັງເປັນກອງນຳໜ້າການເມືອງຂອງຊົນຊັ້ນກຳມະກອນ ແລະ ທັງເປັນຜູ້ນຳພາສັງຄົມ, ຄວາມຮັບຜິດຊອບຂອງພັກ ກໍເພີ່ມຂຶ້ນສູງກວ່າເກົ່າ, ພັກມີຄວາມຮັບຜິດຊອບຕໍ່ຊາຕາກຳຂອງປະຊາຊົນຢ່າງຮອບດ້ານ ເຊັ່ນ: ພັກໄດ້ກຳນົດແນວທາງໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເປັນວຽກທີ່ສຳຄັນ, ປຸກລະດົມປວງຊົນທັງຊາດ ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດ ໄວ້ໃຫ້ໝັ້ນຄົງ.