ກົມພົວພັນຕ່າງປະເທດ ຫ້ອງວ່າການກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈໍາປີ 2018 ແລະ ວາງທິດທາງແຜນການ ປີ 2019 ໃນວັນທີ 20 ມີນາ ຜ່ານມາ, ເຂົ້າຮ່ວມໂດຍ ພົຈວ ສີສະຫວາດ ແກ້ວມາລາວົງ ຫົວໜ້າຫ້ອງວ່າການກະຊວງ ປກສ, ເປັນປະທານໂດຍ ພັອ ອານຸເດດ ຄູນຄໍາ ຮອງຫົວໜ້າຫ້ອງວ່າການ, ຫົວ ໜ້າກົມພົວພັນຕ່າງປະເທດ, ມີຄະນະພັກ-ຄະນະກົມ, ພະແນກ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

ພັທ ພົມມາ ທິບພະວົງ ຮອງ ຫົວໜ້າກົມພົວພັນຕ່າງປະເທດ ກ່າວວ່າ: 1 ປີຜ່ານມາ ຄະນະກົມ, ຄະນະພະແນກ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບປະຕິບັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ເປັນຕົ້ນແມ່ນສັງລວມນາຍ ແລະ ພົນຕໍາຫຼວດໄປເຂົ້າຮ່ວມກອງປະຊຸມ, ຕິດຕາມຄະນະຜູ້ແທນໄປແລກປ່ຽນ ບົດ ຮຽນ ແລະ ຝຶກອົບຮົມຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ 185 ຄັ້ງ, ຈັດພິທີການຕ່າງໆ, ຮັບສົ່ງແຂກພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາຢ້ຽມຂໍ່ານັບທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າຫ້ອງວ່າການ ແລະ ຫົວ ໜ້າກົມໃຫຍ່ ໄດ້ 85 ຄັ້ງ, ພົວພັນເຮັດໜັງສືຜ່ານແດນໃຫ້ນາຍ ແລະ ພົນຕໍາຫຼວດໄປເຄື່ອນໄຫວວຽກຢູ່ຕ່າງ ປະ ເທດ 89 ຫົວ, ຮັບສົ່ງຄະນະນໍາກະຊວງໄປເຄື່ອນໄຫວວຽກຢູ່ຕ່າງປະເທດໄດ້ 88 ຄັ້ງ, ສໍາເລັດການຕ້ອນຮັບເຈົ້າໜ້າທີ່ວິຊາສະເພາະກະຊວງ ປກສ ຈີນ ຈໍານວນ 16 ຄະນະທີ່ມາເຮັດວຽກກັບບັນດາກົມວິຊາສະເພາະ ກະຊວງ ປກສ ລາວ ເພື່ອແກ້ໄຂຄະດີທີ່ຄົນຈີນ ກະທໍາຜິດຢູ່ ສປ ຈີນ ແລ້ວເອົາຕົວຫຼົບໜີມາລີ້ຊ້ອນຢູ່ລາວ ແລະ ໄດ້ສົ່ງຜູ້ຖືກຫາດັ່ງກ່າວກັບຄືນປະເທດ ໄດ້ 29 ຄັ້ງ, ມີ 55 ຄົນ ແລະ ໄດ້ມອບ-ສົ່ງຜູ້ຖືກຫາຄົນຈີນ ກະ ທໍາຜິດຜ່ານໂທລະຄົມ 1 ຄັ້ງ ຈໍານວນ 191 ຄົນກັບຄືນ ສປ ຈີນ.

ທິດທາງແຜນການໃນປີນີ້, ຄະນະກົມ, ຄະນະພະແນກ ຈະສືບຕໍ່ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບ ປະຕິ ບັດວຽກງານວິຊາສະເພາະ ກໍຄືການກວດກາເອກະສານຕ່າງໆຈາກບັນດາກົມກອງອ້ອມຂ້າງກະຊວງ ທີ່ຜ່ານເຂົ້າມາກົມພົວພັນຕ່າງປະເທດ ເພື່ອໃຫ້ຖືກຕ້ອງຕາມລະບຽບຫຼັກການ, ເອົາໃຈໃສ່ປັບປຸງດ້ານວຽກງານພິທີ ການຮັບແຂກ ເພື່ອບໍ່ໃຫ້ມີຂໍ້ຂາດຕົກບົກຜ່ອງ ໂດຍໄດ້ຮັບການແນະນໍາຈາກຂັ້ນເທິງໃຫ້ໄດ້ດີກວ່າເກົ່າ.