ວັນທີ 21 ມີນາ 2018 ນີ້, ກອງບັນຊາການປ້ອງກັນເຄື່ອນທີ່ (ປທ)  ກະຊວງ ປກສ ປາຖະກະຖາວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ (22 ມີນາ 1955-22 ມີນາ 2019) ທີ່ໄດ້ໝູນວຽນມາຮອດອີກວາລະໜຶ່ງໃຫ້ມີບັນຍາກາດຟົດຟື້ນ ແລະ ເປັນການລະນຶກເຖິງຄຸນງາມຄວາມດີຂອງນັກ ຮົບປະຕິວັດ ທີ່ສາມາດຍາດໄດ້ໄຊຊະນະ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍການເປັນປະທານ ແລະ ປາຖະກະຖາໂດຍ ພັອ ໄຊສຸວັນ ພັນທະສຸກ ຮອງຫົວໜ້າ ກອງບັນຊາການ ປທ, ມີພະນັກງານ-ນັກຮົບພາຍໃນ ປທ ເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານຮອງ ຫົວໜ້າກອງບັນຊາການ ປທ ໄດ້ຍົກໃຫ້ເຫັນປະຫວັດການຕໍ້ສູ້ທີ່ມີຄວາມໝາຍຄວາມສໍາຄັນຢ່າງແໜ້ນແຟ້ນ ຂອງຜູ້ນໍາທີ່ແສນເຄົາລົບຮັກ ວ່າ: ໃນໄລຍະປີ 1955 ຕໍ່ໜ້າຄວາມຮຽກຮ້ອງຕ້ອງການໃໝ່ ຂອງການປະຕິວັດ ແລະ ໂດຍປະຕິບັດຕາມມະຕິຂອງກອງປະຊຸມໃຫຍ ຄັ້ງທີ 2 ຂອງກອມມູນິດອິນດູຈີນ; ບັນດາກອມມູນິດລາວ ພາຍຫຼັງທີ່ໄດ້ກະກຽມມາໃນໄລຍະໜຶ່ງກໍເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສ້າງຕັ້ງພັກປະຕິວັດຂອງຕົນຂຶ້ນໃນວັນທີ 22 ມີນາ 1955 ເຊິ່ງເປັນໄລຍະທີ່ພັກນໍາພາການຕໍ່ສູ້ ເພື່ອປະຕິບັດສັນຍາເຊີແນວ 1954, ເດັດດ່ຽວປົກປັກຮັກສາ 2 ແຂວງ ເພື່ອເຕົ້າໂຮມແຂວງຫົວພັນ ແລະ ແຂວງຜົ້ງສາລີ ພັກໄດ້ເພີ່ມວິທີການປັບປຸງ, ບໍາລຸງກໍ່ສ້າງກໍາລັງປະຕິວັດ, ພື້ນຖານການເມືອງ ແລະ ເສດຖະກິດ; ປົກປັກສອງແຂວງເຕົ້າໂຮມສົມທົບກັບການ ຂົນຂວາຍປຸລະດົມການຕໍ່ສູ້ການເມືອງຢູ່ 10 ແຂວງ, ທັບມ້າງກົນອຸບາຍດ້ວຍການຍົວະເສືອເຂົ້າຖໍ້າຂອງພວກລ່າເມືອງຂຶ້ນແບບໃໝ່ທີ່ແນໃສ່ດັບສູນກໍາລັງປະຕິວັດຮັກຊາດ ເຊິ່ງພາໄປເຖິງການເຊັນສັນຍາວຽງຈັນ ໃນປີ 1957, ນອກນັ້ນ, ໃນລະຫວ່າງປີ 1959-1962 ພວກຈັກກະພັດ ແລະ ລູກມືໄດ້ອອກແຮງປາບປາມຂະບວນການປະຕິວັດຢ່າງປ່າເຖື່ອນ ເຊິ່ງພວກເຂົາໄດ້ທັບມ້າງລັດຖະບານປະສົບ ແລະ ຄວາມຖືກຕ້ອງປອງດອງຊາດ, ປິດລ້ອມກອງພັນທີ 2 ຢູ່ທົ່ງໄຫຫີນ, ຈັບຜູ້ນໍາຂອງແນວລາວແນວຮັກຊາດເຂົ້າຄຸກແຕ່ພາຍໃຕ້ ການນຳພາອັນສະຫຼາດສ່ອງໃສ ຂອງພັກກອງພັນທີ 2 ໄດ້ຜ່າວົງປິດລ້ອມຢ່າງປອດໄພ ແລະ ບັນດາຜູ້ນໍາຂອງລາວ ກໍສາມາດແຫກຄຸກອອກມາໄດ້ຢ່າງມະຫັດສະຈັນ ໃນວັນທີ 24 ພຶດສະພາ 1960, ພ້ອມທັງໄດ້ປົດປ່ອຍທົ່ງໄຫຫີນ-ຊຽງຂວາງ, ຫຼວງນໍ້າທາ ແລະ ເປີດກວ້າງບັນດາຖານທີ່ໝັ້ນ, ປົດປ່ອຍດິນແດນ ໄດ້ 2 ສ່ວນ 3 ແລະ ມີພົນລະເມືອງ 1 ສ່ວນ 2 ຂອງທົ່ວປະເທດ ເຮັດໃຫ້ດິນແດນເຂດປົດປ່ອຍຕິດລຽນຕໍ່ກັນແຕ່ເໜືອ ຮອດໃຕ້.

ພາຍໃຕ້ການຊີ້ນໍາ-ນໍາພາຢ່າງສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ກອງທັບ ແລະ ປະຊາຊົນລາວ ສາມາດຕີຊະນະການບຸກໂຈມຕີຂອງສັດຕູທັງແບບເກົ່າ -ແບບໃໝ່ ພ້ອມທັງກໍ່ສ້າງເສດຖະກິດ, ວັດທະນາະທໍາ-ສັງຄົມຢູ່ໃນເຂດປົດປ່ອຍໄດ້ບັນລຸດ້ວຍຜົນສໍາເລັດຫຼາຍປະການ.