ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ມີນາ ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດລະເບີດໂຮງງານຜະລິດຢາຂ້າແມງໄມ້ໃນມົນທົນຈຽງສູ ທາງພາກຕາເວັນອອກຂອງຈີນ ເພີ່ມຂຶ້ນເປັນ 44 ຄົນແລ້ວ ແລະ ຍັງມີຜູ້ໄດ້ຮັບບາດເຈັບອີກ 600 ກວ່າຄົນ.

ເຫດລະເບີດເກີດຂຶ້ນໃນວັນທີ 21 ມີນາ ທີ່ຜ່ານມາຢູ່ພາຍໃນນິຄົມອຸດສາຫະກຳເຊິນເຈຍກັງ ໃນເມືອງຫຍາງເຊິງ ເຈົ້າໜ້າທີ່ສາມາດຄວບຄຸມໄຟໄວ້ໄດ້ໃນເວລາ 3:00 ໂມງເຊົ້າຂອງວັນທີ 22 ມີນາ ຕາມເວລາທ້ອງຖິ່ນ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ໄດ້ສົ່ງຜູ້ລອດຊີວິດໄປໂຮງໝໍ 16 ແຫ່ງ ໂດຍມີຜູ້ບາດເຈັບ 640 ຄົນທີ່ເຂົ້າປິ່ນປວຢູ່ໃນໂຮງໝໍ. ໃນຈຳນວນນີ້ 32 ຄົນມີອາການບາດເຈັບສາຫັດ.

ຂ່າວລາຍງານໃຫ້ຮູ້ອີກວ່າ ໄຟເກີດຂຶ້ນທີ່ໂຮງງານແຫ່ງໜຶ່ງຂອງບໍລິສັດທຽນເຈຍຍີ່ ເຄມີຄັນ ແລະ ລຸກລາມໄປຍັງໂຮງງານອື່ນທີ່ຢູ່ໃກ້ຄຽງ. ໃນເຫດການຄັ້ງນີ້, ຍັງມີເດັກນ້ອຍນັກຮຽນອະນຸບານທີ່ຢູ່ໃກ້ກັບໂຮງງານແຫ່ງດັ່ງກ່າວໄດ້ຮັບບາດເຈັບຈາກແຮງລະເບີດນຳອີກ. ສາເຫດທີ່ແທ້ຈິງທີ່ກໍ່ໃຫ້ເກີດລະເບີດນັ້ນ ຍັງຢູ່ໃນລະຫວ່າງການສອບສວນ, ເຊິ່ງບໍລິສັດດັ່ງກ່າວທີ່ຜະລິດສານເຄມີຫຼາຍກວ່າ 30 ລາຍການ ແລະ ບາງລາຍການມີສະພາບໄວໄຟ ແລະ ເຄີຍຖືກປັບໃໝເລື່ອງການລະເມີດມາດຕະການດ້ານຄວາມປອດໄພມາແລ້ວ.