ກະຊວງພາຍໃນຂອງອີຣັກ ອອກຖະແຫຼງການວ່າ ເກີດເຫດເຮືອເຟີຣີ, ເຊິ່ງເປັນເຮືອໂດຍສານຂ້າມພາກຫຼົ້ມກາງແມ່ນ້ຳໄທກຣິດໃນເສັ້ນທາງໄຫຼຜ່ານໃຈກາງເມືອງໂມຊຸນ, ເຊິ່ງເປັນເມືອງເອກຂອງແຂວງນິເນເວ ແລະ ເປັນເມືອງໃຫຍ່ໃນພາກເໜືອຂອງອີຣັກ. ອຸບັດຕິເຫດດັ່ງກ່າວ, ເຈົ້າໜ້າທີ່ໄດ້ເຂົ້າໄປຊ່ວຍເຫຼືອຜູ້ລອດຊີວິດໄດ້ຢ່າງໜ້ອຍ 55 ຄົນ ແຕ່ຈຳນວນຜູ້ທີ່ເສຍຊີວິດເກືອບຮອດ 100 ຄົນ. ໃນຈຳນວນນີ້ມີເດັກນ້ອຍລວມຢູ່ 19 ຄົນ ແລະ ຜູ້ເສຍຊີວິດສ່ວນຫຼາຍເປັນແມ່ຍິງ.

ຂະນະທີ່ສາເຫດຂອງກາດເກີດອຸບັດຕິເຫດຄັ້ງນີ້ ຍັງຢູ່ໃນຂັ້ນຕອນຂອງການສືບສວນສອບສວນຂອງໜ່ວຍງານທີ່ກ່ຽວຂ້ອງ. ແຕ່ເບື້ອງຕົ້ນມີການສັນນິຖານວ່າ ອາດເປັນເພາະເຮືອໂດຍສານບໍ່ມີອຸປະກອນຊ່ວຍຊີວິດພຽງພໍ ມີການບັນທຸກຜູ້ໂດຍສານເກີນກຳນົດ ແລະ ລະດັບນ້ຳໃນໄລຍະນັ້ນຂຶ້ນສູງ ໂດຍເຈົ້າໜ້າທີ່ເຊື່ອວ່າ ຜູ້ໂດຍສານສ່ວນຫຼາຍຕ້ອງການເດີນທາງໄປຮ່ວມເທດສະການເນົາຣຸຊ (Nowruz), ເຊິ່ງເປັນງານປີໃໝ່ຕາມວັດທະນະທຳຂອງຊາວເຄິດ ແລະ ຖືເປັນວັກຢຸດທາງລັດຖະການຂອງອີຣັກນຳອີກ ເນື່ອງຈາກຖືເປັນໄລຍະເລີ່ມຕົ້ນຂອງລະດູໃບໄມ້ປົ່ງ.

ສຳລັບເມືອງໂມຊຸນ ຕັ້ງຢູ່ຫ່າງຈາກນະຄອນຫຼວງແບັກແດດ ຂື້ນໄປທາງເໜືອປະມານ 400 ກິໂລແມັດ ແລະ ເຄີຍຢູ່ພາຍໃຕ້ການປົກຄອງຂອງກຸ່ມກໍ່ການຮ້າຍໄອເອສໃນໄລຍະກາງປີ 2014 ກ່ອນທີ່ກອງທັບອີຣັກ, ເຊິ່ງໄດ້ຮັບການສະໜັບສະໜູນຈາກນານາປະເທດຮ່ວມກັນປົດປ່ອຍພື້ນທີ່ໄດ້ສຳເລັດໃນເດືອນກໍລະກົດ 2017. ແຕ່ພື້ນທີ່ສວນຫຼາຍເສຍຫາຍເກືອບໝົດ ແລິະ ອັງການສະຫະປະຊາຊາດ (UN) ເປີດລະດົມທຶນຊ່ວຍເຫຼືອລັດໂະບານອີຣັກໃນການຟື້ນຟູບ້ານເມືອງຄືນໃໝ່.