ພະຍາດສະມາຖິສັ້ນ ຫຼື Attention-Deficit Hyperactivity Disorder (ADHD)

ພະຍາດສະມາຖິສັ້ນ ຫຼື ທີ່ພາສາອັງກິດ ເອີ້ນວ່າ: Attention-Deficit Hyperactivity Disorder (ADHD), ເປັນພາວະຄວາມບົກພ່ອງໃນການເຮັດໜ້າທີ່ຂອງສະໝອງ, ສົ່ງຜົນໃຫ້ຜູ້ເຈັບເປັນມີຄວາມຜິດປົກກະຕິທາງພຶດຕິກຳ ເຊິ່ງຫາກເກີດໃນເດັກ ອາດເອີ້ນອີກຢ່າງວ່າ ພະຍາດເດັກຂີ້ດື້ ແຕ່ຫາກອາການຂອງພະຍາດ ຫຼອດຈາກການປິ່ນປົວມາເຖິງໃນໄວຜູ້ໃຫຍ່ ພະຍາດສະມາຖິສັ້ນ ອາດສົ່ງຜົນກະທົບກັບຊີວິດ ແລະ ຄວາມສຳເລັດໃນໜ້າທີ່ການງານໄດ້.

ສະນັ້ນ, ເພື່ອຄວາມແນ່ໃຈ ລອງມາກວດກັນເບິ່ງວ່າ ນິໄສທີ່ເຮົາເປັນຢູ່ ບໍ່ໄດ້ເຂົ້າຄ່າຍຂອງອາການພະຍາດສະມາຖິສັ້ນ ໃນຜູ້ໃຫຍ່ ແນ່ນອນ.

ພະບາດສະມາຖິສັ້ນ ໃນຜູ້ໃຫຍ່

ເຄີຍເຂົ້າໃຈວ່າ ພະຍາດສະມາຖິສັ້ນ ເກີດໄດ້ກັບເດັກໃນໄວຂີ້ດື້ເທົ່ານັ້ນ ຂໍໃຫ້ປ່ຽນຄວາມຄິດໃໝ່ເລີຍ ເນື່ອງຈາກໄວລຸ້ນໄວໜຸ່ມສາວ ຫຼື ໄວຜູ້ໃຫຍ່ເຕັມຕົວ ກໍສາມາດເປັນພະຍາດສະມາຖິສັ້ນໄດ້ ເຊິ່ງໂດຍປົກກະຕິແລ້ວ ຈະມີອາການບົ່ງຊີ້ຕິດຕົວມາຕັ້ງແຕ່ໄວເຍົາ ແລະ ອາການຂອງພະຍາດສະມາຖິສັ້ນນັ້ນ ບໍ່ໄດ້ຮັບການປິ່ນປົວ ຫຼື ປິ່ນປົວແຕ່ບໍ່ຕໍ່ເນື່ອງ ຈົນມີພະຍາດນີ້ຕິດຕົວມາໃນໄວຜູ້ໃຫຍ່.

ພະຍາດສະມາຖິສັ້ນ ໃນຜູ້ໃຫຍ່ ເປັນພາວະຄວາມບົກພ່ອງໃນການເຮັດໜ້າທີ່ຂອງສະໝອງ

ພະຍາດສະມາຖິສັ້ນ ໃນໄວຜູ້ໃຫຍ່ ສາມາດແບ່ງອອກໄດ້ເປັນ 3 ປະເພດ ຄື:

  1. ຜູ້ເປັນພະຍາດສະມາຖິສັ້ນ ທີ່ມີອາການຕັ້ງແຕ່ນ້ອຍ ແຕ່ໄດ້ຮັບການປິ່ນປົວເປັນຢ່າງດີ ເມື່ອເຕີບໃຫຍ່ເປັນຜູ້ໃຫຍ່ ອາການຂອງພະຍາດຈະຖືວ່າຄ້ອນຂ້າງຢູ່ໃນເກນປົກກະຕິ, ສາມາດໃຊ້ຊີວິດໄດ້ປົກກະຕິຕາມໄວ ແຕ່ວ່າກໍອາດຈະມີອາການຂອງພະຍາດສະມາຖິສັ້ນ ຫຼົງເຫຼືອໃຫ້ເຫັນຢູ່ ເຊັ່ນ: ຂີ້ຫງຸດຫງິດ, ຄຽດງ່າຍ, ຂີ້ໂມໂຫ ຫຼື ມີເລື່ອງກັບຍາດພີ່ນ້ອງ ແລະ ເພື່ອຮ່ວມງານປະຈຳ ເຮັດໃຫ້ຕ້ອງປ່ຽນງານຢູ່ເລື້ອຍໆ ລວມເຖິງອາດມີນິໄສມັກໃຊ້ຈ່າຍຟຸມເຟືອຍ ແຕ່ກໍລະນີນີ້ມັກຈະສາມາດຄວບຄຸມຕົນເອງໄດ້ພໍສົມຄວນ ຫຼື ອາດມີຄວາມຄິດສ້າງສັນ ແລະ ສະຕິປັນຍາດີນຳອີກ ໃນບາງຄົນ.
  2. ຜູ້ເປັນພະຍາດສະມາຖິສັ້ນ ທີ່ບໍ່ໄດ້ຮັບການປິ່ນປົວທີ່ຖືກຕ້ອງ ມາຕັ້ງແຕ່ນ້ອຍ ຫຼື ອາດໄດ້ຮັບຄວາມກົດດັນຈາກຜູ້ໃກ້ຊິດ ເຮັດໃຫ້ມີພັດທະນາການທີ່ຊ້າລົງເລື້ອຍໆ ຈົນກາຍເປັນຜູ້ມີອາລົມຊຶມເສົ້າ, ອາລົມແປປ່ວນ, ຕ້ອງຢັບຢັ້ງອາການເຫຼົ່ານີ້ດ້ວຍຢາເປັນປະຈຳ ແຕ່ກໍຍັງຢູ່ໃນຂອບເຂດທີ່ມຊ້ຊີວິດໃນສັງຄົມໄດ້ ພຽງແຕ່ຄວນຕ້ອງໄດ້ຮັບການເບິ່ງແຍງເປັນພິເສດ.
  3. ຜູ້ເປັນພະຍາດສະມາຖິສັ້ນທີ່ບໍ່ຮູ້ຕົວວ່າ ຕົນເປັນ, ກໍລະນີນີ້ ໃນໄວເດັກ ຈະເປັນປົກກະຕິດີ ແລະ ສະຫຼາດສົມໄວ, ເຮັດໃຫ້ບໍ່ມີໃຜນຶກຄິດວ່າ ພຶດຕິກໍາເກເລ, ປາກແຂງ, ອັນຕະພານ, ມັກຄວາມຮຸນແຮງ ແລະ ບໍ່ຄິດກ່ອນເຮັດຂອງຜູ້ເປັນພະຍາດສະມາຖິສັ້ນ ນັ້ນ ເປັນອາການຂອງພະຍາດນີ້ ແຕ່ເຂົ້າໃຈໄປວ່າ ເປັນພຽງລັກສະນະນິໄສປົກກະຕິເທົ່ານັ້ນ, ຈົນໃນທີ່ສຸດ ກໍບໍ່ໄດ້ຮັບການປິ່ນປົວທີ່ຖືກຕ້ອງ ແລະ ອາດເຕີບໃຫຍ່ມາເປັນຜູ້ໃຫຍ່ທີ່ມີບັນຫາຊີວິດ, ມີບັນຫາການເຂົ້າສັງຄົມ ແລະ ບໍ່ປະສົບຜົນສຳເລັດໃນໜ້າທີ່ການງານ.

ຕໍ່ໄປນີ້ ເຮົາມາສຳຫຼວດນຳກັນວ່າ ພະຍາດສະມາຖິສັ້ນນັ້ນ ອາການເປັນແນວໃດ ແລ້ວເຮົາເຂົ້າຄ່າຍວ່າ ເປັນພະຍາດນີ້ບໍ?

ອາການ: ບໍ່ມັກແບ່ງເວລາ, ຂາດຄວາມສາມາດໃນການບໍລິຫານຈັດການເວລາ

ພະຍາດສະມາຖິສັ້ນ ໃນຜູ້ໃຫຍ່ ອາການບົ່ງຊີ້ທີ່ໜ້າສົງໄສວ່າ ອາດເປັນ:

  • ໃຈຮ້ອນ.
  • ອາລົມຂຶ້ນລົງໄວ, ຄຽດງ່າຍ ຫາຍໄວ ແຕ່ຫາກໂມໂຫຫຼາຍ ມັກມີເລື່ອງຄັດແຍ້ງຮຸນແຮງກັບຄູ່ກໍລະນີສະເໝີ ອາດເຖິງຂັ້ນລົງໄມ້ລົງມືກັນ.
  • ເກເລ ຂາດຄວາມຢັບຢັ້ງຊັ່ງໃຈ.
  • ເອົາແຕ່ໃຈສຸດໆ.
  • ວອກແວກງ່າຍ, ບໍ່ຄ່ອຍມີສະມາຖິໃນການຮຽນ ຫຼື ເຮັດວຽກ.
  • ລໍຖ້າສິ່ງໃດໜຶ່ງດົນໆ ບໍ່ຄ່ອຍໄດ້.
  • ມັກເຮັດນັ້ນນີ້ຫຼາຍໆຢ່າງ ພ້ອມໆກັນ ແຕ່ມັກຈະເຮັດບໍ່ສຳເລັດ ແມ່ນແຕ່ຢ່າງດຽວ.
  • ບໍ່ມັກແບ່ງເວລາ, ຂາດຄວາມສາມາດໃນການບໍລິຫານຈັດການເວລາ.
  • ນັ່ງຢູ່ນິ່ງໆບໍ່ໄດ້ດົນ, ມັກສັ່ນຂາ, ລຸກຍ່າງປະຈຳ, ຫຼິ້ນ ຫຼື ລົມໂທລະສັບ ເຖິງວ່າໃນເວລາຂັບລົດກໍຕາມ.
  • ເບື່ອງ່າຍ, ຕ້ອງການສິ່ງເລົ້າໃຈຢູ່ສະເໝີ.
  • ຂາດລະບຽບວິໄນ ໃນຕົນເອງ, ຫ້ອງ ຫຼື ທີ່ຢູ່ອາໄສ ຮົກເຮື້ອ.
  • ປ່ຽນວຽກປະຈຳ ເນື່ອງຈາກຄວາມຜິດພາດຈາກການເຮັດວຽກ ຫຼື ບັນຫາກັບເພື່ອນຮ່ວມງານ.
  • ມາຊ້າ, ຜິດນັດຫຼາຍຄັ້ງ, ບໍ່ໃສ່ໃຈກັບວຽກຂອງຄົນອື່ນ, ເຄັ່ງຄັດສະເພາະເລື່ອງທີ່ຕົນໃສ່ໃຈເທົ່ານັ້ນ.
  • ພຶດຕິກຳແຂງກະດ້າງ, ມັກມີບັນຫາກັບຄົນອ້ອມຂ້າງ ບໍ່ວ່າຈະຄົນໃນຄອບຄົວ, ເພື່ອນຮ່ວມງານ ຫຼື ແມ່ນແຕ່ຜູ້ບັງຄັບບັນຊາ ກໍຕາມ.
  • ມັກຂັບລົດໄວຫຼາຍ ຈົນສ່ຽງກັບການເກີດອຸບັດຕິເຫດ.
  • ມັກໃຊ້ຈ່າຍໂດຍບໍ່ຢັ້ງຄິດ, ມັກສ້າງໜີ້ຕໍ່ເນື່ອງ.
  • ເວົ້າໂອ້ອວດຄວາມສາມາດຂອງຕົນເອງ.
  • ຂາດສະມາຖິ, ບໍ່ສາມາດຮັບຟັງຄົນອື່ນດົນໆໄດ້ ສົ່ງຜົນໃຫ້ຂາດຄວາມຮອບຄອບ ໃນການເຮັດວຽກ.
  • ຊີ້ຫຼົງຂີ້ລືມ.
  • ຂາດຄວາມໝັ້ນໃຈໃນຕົນເອງ.
  • ມັກຊອດຂຶ້ນມາແບບດື້ໆໃນວົງສົນທະນາ, ມັກຄັດຈັງຫວະ ຫຼື ສະແດງພຶດຕິກໍາທີ່ຂາດຄວາມຢັ້ງຄິດ.
  • ຂາດແຮງບັນດານໃຈໃນການເຮັດສິ່ງໃດໆ ກໍຕາມ, ເຮັດໃຫ້ມີລັກສະນະນິໄສເກັບກົດ, ບໍ່ປະສົບຜົນສຳເລັດໃນສິ່ງໃດເລີຍ.
  • ກະວົນກະວາຍ, ມີອາການວິຕົກກັງວົນ ແມ່ນແຕ່ກັບເລື່ອງໜ້ອຍໆ.
  • ຕິດແອວກໍຮໍ ຫຼື ມີປະຫວັດໃຊ້ສານເສບຕິດ.
  • ມີທ່າອ່ຽງຢ່າຮ້າງ ເນື່ອງຈາກບັນຫາຄວາມສໍາພັນໃນຄອບຄົວ.

ແນວໃດກໍຕາມ, ການວິນິດໄສຂອງພະຍາດສະມາຖິສັ້ນ ໃນຜູ້ໃຫຍ່ ອາດຈະເຮັດໄດ້ຍາກ ເນື່ອງຈາກຜູ້ເປັນພະຍາດນີ້ ມັກບໍ່ຮູ້ຕົວວ່າຕົນເປັນ ໂດຍຈະຮູ້ຕົວ ກໍຕໍ່ເມື່ອມີບັນຫາບາງຢ່າງເກີດຂຶ້ນ ໃນຊີວິດ ເຊັ່ນ: ຕ້ອງປ່ຽນວຽກເປັນປະຈຳ ຈົນໜ້າຜິດສັງເກດ, ມີບັນຫາການເຂົ້າສັງຄົມຢ່າງຮຸນແຮງ ແລະ ບັນຫາເຫຼົ່ານີ້ ຕ້ອງຜັກດັນໃຫ້ຜູ້ເປັນພະຍາດ ໄປພົບຈິດຕະແພດ ແຕ່ວ່າ ຫາກຜູ້ເປັນພະຍາດ ມີປະຫວັດການເປັນຕັ້ງແຕ່ໄວເດັກ ກໍລະນີນີ້ອາດນຳໄປສູ່ການບຳບັດປິ່ນປົວທີ່ງ່າຍຍິ່ງຂຶ້ນ.

ແຕ່ເມື່ອລອງສຳຫຼວດແລ້ວ ພົບວ່າ ມີອາການກົງກັບລັກສະນະນິໄສຂອງຕົນເອງ ຫຼາຍກວ່າເຄິ່ງໜຶ່ງ ແນະນຳໃຫ້ໄປປຶກສາຈິດຕະແພດ ເພື່ອວິເຄາະຫາອາການ ແລະ ຫາທາງອອກຈະດີກວ່າ.

ອາການ: ມາຊ້າ, ຜິດນັດຫຼາຍຄັ້ງ, ບໍ່ໃສ່ໃຈກັບວຽກຂອງຄົນອື່ນ, ເຄັ່ງຄັດສະເພາະເລື່ອງທີ່ຕົນໃສ່ໃຈເທົ່ານັ້ນ

ພະຍາດສະມາຖິສັ້ນ ໃນຜູ້ໃຫຍ່ ນັ້ນ ການປິ່ນປົວຍັງເຮັດໄດ້ບໍ?

ເຖິງວ່າສ່ວນຫຼາຍ ພະຍາດສະມາຖິສັ້ນ ໃນຜູ້ໃຫຍ່ ຈະເປັນຜົນກະທົບຈາກອາການຂອງພະຍາດໃນໄວເດັກ ແຕ່ຫາກຮູ້ທັຍອາການ ແລະ ໄດ້ໄປປຶກສາແພດຜູ້ຊ່ຽວຊານແລ້ວ ການປິ່ນປົວພະຍາດສະມາຖິສັ້ນ ໃນຜູ້ໃຫຍ່ ກໍຍັງຖືວ່າບໍ່ສາຍເກີນໄປ ໂດຍຈະຕ້ອງອາໄສການປິ່ນປົວແບບປະສົມປະສານ ດ້ວຍວິທີການຫຼາຍຢ່າງລວມກັນ ເຊິ່ງສາມາດເຮັດໄດ້ດັ່ງນີ້:

1. ປຶກສາຈິດຕະແພດ

ການປິ່ນປົວໃນຂັ້ນນີ້ ຈະເນັ້ນໄປທີ່ການປັບທັດສະນະຄະຕິ, ການປັບພຶດຕິກຳ ເຊິ່ງຕ້ອງອາໄສການປ່ຽນແປງທາງສິ່ງແວດລ້ອມຮອບຕົວຜູ້ເປັນພະຍາດ ດ້ວຍ, ໂດຍອາດທຳຄວາມເຂົ້າໃຈກັບຄອບຄົວຂອງຜູ້ເປັນພະຍາດ ໄປພ້ອມໆກັບການບຳບັດຜູ້ເປັນພະຍາດ ເພື່ອໃຫ້ຄອບຄົວ ແລະ ຄົນໃກ້ຊິດ ເຂົ້າໃຈເຖິງອາການຂອງພະຍາດ ແລະ ແນະນຳໃຫ້ພ້ອມໃຈກັນຊ່ວຍເຫຼືອຜູ້ເປັນພະຍາດ ຢ່າງຄ່ອຍເປັນຄ່ອຍໄປ.

2. ການປິ່ນປົວດ້ວຍຢາ

ແພດອາດເລືອກໃຊ້ຢາປິ່ນປົວອາການຊຶມເສົ້າ, ຢາກະຕຸ້ນທາງຈິດ ເຊິ່ງຕ້ອງຜ່ານການວິນິດໄສວ່າ ຢາຊະນິດໃດ ຈະໃຫ້ຜົນການປິ່ນປົວທີ່ມີປະສິດທິພາບສູງສຸດ, ປອດໄພຕໍ່ຜູ້ໃຊ້, ໃຊ້ງ່າຍ ແລະ ມີຜົນຂ້າງຄຽງໜ້ອຍ.

3. ຕິດຕາມອາການຂອງຜູ້ເປັນພະຍາດ

ເນື່ອງຈາກ ພະຍາດສະມາຖິສັ້ນ ເປັນພະຍາດຊຳເຮື້ອຊະນິດໜຶ່ງ ຈຶ່ງຄວນມີການປິ່ນປົວ ແລະ ຕິດຕາມຜູ້ເປັນພະຍາດ ຢ່າງຕໍ່ເນື່ອງ ໂດຍໃນກໍລະນີໃຊ້ຢາປິ່ນປົວ ຄວນມີການຕິດຕາມປະເມີນຜົນຂ້າງຄຽງຂອງຢາ ລວມເຖິງຕິດຕາມຜົນອອກລິດຂອງຢາ ກັບອາການຂອງຜູ້ເປັນພະຍາດ ນຳອີກ.

ເຊິ່ງຫາກຜູ້ເປັນພະຍາດ ບໍ່ມີອາການຕອບສະໜອງດ້ວຍດີ ຈາກການປິ່ນປົວໃນຮູບແບບໃດກໍຕາມ ແພດຄວນປະເມີນຜູ້ເປັນພະຍາດ ອີກຄັ້ງ ແລະ ພິຈາລະນາໃຫ້ການປິ່ນປົວເພີ່ມເຕີມ ເຊັ່ນ: ປິ່ນປົວພະຍາດທີ່ພົບ ຮ່ວມກັບ ພະຍາດສະມາຖິສັ້ນ (ອາດເປັນພະຍາດຄຽດ ຫຼື ຊຶມເສົ້າ ເປັນຕົ້ນ) ໄປພ້ອມໆກັບການປິ່ນປົວດ້ວຍພຶດຕິກໍາບໍາບັດ ຫຼື ຄອບຄົວບໍາບັດ ແຕ່ວ່າຫາກຍັງບໍ່ເຫັນຜົນ ກໍລະນີນີ້ອາດຕ້ອງສົ່ງຕໍ່ຜູ້ເປັນພະຍາດ ໄປໃຫ້ເຖິງມືຜູ້ຊ່ຽວຊານຕາມຄວາມເໝາະສົມ.

ແນວໃດກໍຕາມ, ພະຍາດສະມາຖິສັ້ນ ບໍ່ໄດ້ເປັນພະຍາດທີ່ໜ້າກັງວົນ ແລະ ຢາກໃຫ້ຄິດໄວ້ສະເໝີວ່າ ຄົນທີ່ເປັນພະຍາດສະມາຖິສັ້ນ ຍັງສາມາດດຳເນີນຊີວິດໃນສັງຄົມໄດ້ຢ່າງປົກກະຕິ ແຕ່ວ່າຜູ້ເປັນພະຍາດເອງ ກໍຕ້ອງຍອມຮັບຄວາມຈິງ ແລະ ຍອມເຂົ້າຮັບການປິ່ນປົວຢ່າງຕໍ່ເນື່ອງດ້ວຍ.