ໃນກອງປະຊຸມສະຫຼຸບວຽກງານປີ 2018 ແລະ ທິດທາງແຜນການປີ 2019 ຂອງກົມເລຂາ ຫ້ອງວ່າການກະຊວງ ປກສ ໄດ້ຍົກໃຫ້ເຫັນວ່າ: ປີ 2019 ຄະນະກົມເລຂາ ຈະເອົາໃຈໃສ່ນຳພາ-ບັນຊາພະນັກງານວິຊາການ ເອົາໃຈໃສ່ປັບປຸງຂອດວຽກງານບໍລິການເອກະສານໃຫ້ມີຄວາມວ່ອງໄວ, ຊັດເຈນ ແລະ ຮັບປະກັນບໍ່ໃຫ້ຕົກເຮ່ຍເສຍຫາຍ.

ກອງປະຊຸມດັ່ງກ່າວຈັດຂຶ້ນໃນວັນທີ 22 ມີນານີ້, ໂດຍມີ ພົຈວ ສີສະຫວາດ ແກ້ວມາລາວົງ ຫົວໜ້າຫ້ອງວ່າການກະຊວງ ປກສ ພ້ອມດ້ວຍແຂກຮັບເຊີນ ແລະ ພະນັກງານທົ່ວກົມເລຂາເຂົ້າຮ່ວມ; ໂດຍການເປັນປະທານ ຂອງ ພັອ ຄຳຫຼ້າ ບົວພະຄຸນ ຫົວໜ້າກົມເລຂາ.

ໃນກອງປະຊຸມ, ພັທ ໄຄສີ ມິດາພອນ ຮອງຫົວໜ້າກົມເລຂາ ຂຶ້ນຜ່ານບົດສະຫຼຸບໃຫ້ຮູ້ວ່າ: ປີນີ້, ຄະນະກົມເລ ຂາຈະນຳພາ-ບັນຊາ ພະນັກງານວິຊາການພາຍໃນ ເອົາໃຈໃສ່ປັບປຸງຂອດວຽກງານບໍລິການເອກະສານ ໂດຍການສືບຕໍ່ເພີ່ມທະວີການພົວພັນປະສານສົມທົບວຽກງານກັບບັນດາກົມ-ກອງອ້ອມຂ້າງ, ກະຊວງ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອກະກຽມດ້ານເນື້ອໃນເອກະສານຕ່າງໆໃຫ້ທ່ານລັດຖະມົນຕີ ແລະ ຮອງລັດຖະມົນ ຕີກະຊວງ ປກສ ຄຽງຄູ່ກັບການຍົກສູງພາລະບົດບາດໜ້າທີ່ເລຂານຸການໃຫ້ແກ່ການນຳແຕ່ລະຂັ້ນກ່ຽວກັບການຄົ້ນຄິດ-ການແຕ່ງ-ຂຽນເອກະສານ ແລະ ອຳນວຍຄວາມສະດວກໃນການເຄື່ອນໄຫວຂອງຄະນະພັກ-ຄະນະນຳແຕ່ລະຂັ້ນ ແລະ ປະສານສົມທົບກັບກົມກອງຂະແໜງການກ່ຽວຂ້ອງຕາມທິດຊີ້ນຳຂອງຂັ້ນເທິງ, ເປັນເຈົ້າການຊ່ວຍການນຳໃນການຄົ້ນຄວ້າ-ກວດກາຄວາມຖືກຕ້ອງບັນດາເອກະສານ, ນິຕິກຳ, ສັງລວມເອກະສານ, ຂຽນ ແລະ ຮຽບຮຽງບົດຕ່າງໆຮັບປະກັນເອກະສານເຂົ້າ-ອອກ ຕ້ອງມີລະບຽບການສະເພາະ ເປັນຕົ້ນການຮັກສາຄວາມລັບ, ມີຄວາມວ່ອງໄວ, ຊັດເຈນ ແລະ ບໍ່ໃຫ້ຕົກເຮ່ຍເສຍຫາຍ.

ປີ 2018, ຄະນະກົມເລຂາໄດ້ນຳພາ-ບັນຊາພະນັກງານວິຊາສະເພາະເອົາໃຈໃສ່ຕິດຕາມກວດແກ້ຮຽບຮຽງເອກະສານຕ່າງໆທີ່ຈະເຂົ້າຄະນະລັດຖະມົນຕີ ເພື່ອຮັບປະກັນຄວາມຖືກຕ້ອງທາງດ້ານເນື້ອໃນ ແລະ ນິຕິກຳ, ຊຸກ ຍູ້, ຕິດຕາມ, ກວດກາການຈັດຕັ້ງປະຕິບັດຂອງບັນດາກົມ-ກອງໃຫ້ຖືກຕ້ອງຕາມການຊີ້ນຳຂອງຂັ້ນເທິງ, ສ້າງເງື່ອນໄຂອຳນວຍຄວາມສະດວກທຸກການເຄື່ອນໄຫວວຽກງານຂອງການນຳ ນັບທັງສູນກາງລົງຮອດທ້ອງຖິ່ນ ແລະ ຕ່າງປະເທດ ໄດ້ຮັບຜົນສຳເລັດ.