ພະແນກການເງິນ ແຂວງຜົ້ງສາລີ ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າພະແນກ ຜູ້ເກົ່າ ແລະ ຜູ້ໃໝ່

ພະແນກການເງິນ ແຂວງຜົ້ງສາລີ ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າພະແນກ ຜູ້ເກົ່າ ແລະ ຜູ້ໃໝ່ ຂຶ້ນໃນຫວ່າງບໍ່ດົນມານີ້, ເຂົ້າຮ່ວມເປັນປະທານໂດຍ ທ່ານ ຄຳຜອຍ ວັນນະສານ ຮອງເຈົ້າແຂວງໆຜົ້ງສາລີ ຜູ້ຊີ້ນຳວຽກງານເສດຖະກິດ, ມີບັນດາທ່ານຫົວໜ້າຂະແໜງການ-ຮອງຂະແໜງ, ພະນັກງານ-ລັດຖະກອນພາຍໃນພະແນກ ເຂົ້າຮ່ວມ.

ໃນພິທີ, ທ່ານ ຫຸມພັນ ຈັນທະລາ ຮອງຫົວໜ້າຄະນະຈັດຕັ້ງ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ທ່ານເຈົ້າແຂວງ ວ່າດ້ວຍ ການແຕ່ງຕັ້ງ ຫົວໜ້າພະແນກການເງິນ ແຂວງ; ໃນນີ້, ໄດ້ຕົກລົງໂຍກຍ້າຍ ທ່ານ ທອງສຸກ ເປົາສຸລີ ຫົວໜ້າພະແນກການເງິນ ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ເມືອງຜົ້ງສາລີ ແລະ ຕົກລົງແຕ່ງຕັ້ງ ທ່ານ ປອ ວັນໄຊ ສຸກສັນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງ ເປັນຫົວໜ້າພະແນກການເງິນ ແຂວງຜົ້ງສາລີ.

ນອກນັ້ນ, ທ່ານ ຄຳຜອຍ ວັນນະສານ ຍັງໄດ້ເນັ້ນໃຫ້ ຫົວໜ້າພະແນກ ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ດັ່ງນີ້:

ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມພະນັກງານ-ລັດຖະກອນ ພາຍໃນພະແນກຂອງຕົນ ຮັບຮູ້ເຂົ້າໃຈຕໍ່ ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ, ມີຄຸນທາດການເມືອງໜັກແໜ້ນ, ມີຈັນຍາບັນໃນການຮັບໃຊ້ປະຊາຊົນດ້ວຍຄວາມໂປ່ງໃສ, ເປັນແບບຢ່າງໃນການເຄື່ອນໄຫວ ກໍຄື ການຊີ້ນຳ-ນຳພາສະມາຊິກພາຍໃນພະແນກຂອງຕົນ, ເປັນແບບຢ່າງໃນການປະຕິບັດວຽກງານຢ່າງຮອບດ້ານ, ປັບປຸງແບບແຜນວິທີການເຮັດວຽກໃຫ້ສອດຄ່ອງຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ ປະຕິບັດຕາມຫຼັກການລວມສູນ ປະຊາທິປະໄຕ ແລະ ຕົກລົງເປັນໝູ່ຄະນະ.