ກອງພັນ 513 ສະຫຼຸບການເຄື່ອນໄຫວວຽກງານ ປີ 2018

0
698

ກອງພັນ 513 ກອງບັນຊາການ ປກສ ແຂວງໄຊຍະບູລີ ຈັດກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະ ທິດທາງແຜນການ ປີ 2019 ໂດຍການເປັນປະທານຂອງ ພັທ ສົມເພັດ ປັນແກ້ວ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ມີຄະນະພັກ- ຄະນະບັນຊາ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ພັທ ທອງເດີນ ຟອງປະດິດ ຮອງຫົວໜ້າກອງພັນ ກ່າວວ່າ:

ພັທ ທອງເດີນ ຟອງປະດິດ ຮອງຫົວໜ້າກອງພັນ

1 ປີຜ່ານມາ, ໄດ້ປະສານສົມທົບກັບ ເຫຼົ່າຮົບວິຊາສະເພາະຕ່າງໆທີ່ກ່ຽວຂ້ອງ ຈັດຕັ້ງກໍາລັງອອກກວດກາລາຕາເວນຕະຫຼອດ 24 ຊົ່ວໂມງ;

ເອົາໃຈໃສ່ປັບປຸງລະບົບປະຈໍາການສ່ອງແສງລາຍງານສະພາບ, ຊຸກຍູ້-ຕິດຕາມ, ກວດກາປະຕິບັດແຜນການ, ມະຕິ, ຄໍາສັ່ງແນະນໍາ, ແຈ້ງການຕ່າງໆ;

ເປັນເຈົ້າການປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງ ອອກກວດກາລາດຕະເວນຂອບເຂດຄວາມຮັບຜິບຊອບທັງກາງເວັນ ແລະ ກາງຄືນ, ສາມາດພົບເຫັນເປົ້າໝາຍເຄື່ອນໄຫວກະທໍາຜິດລະບຽບກົດໝາຍ ຄື:

ມົ້ວສຸມເສບຢາເສບຕິດ ຈໍານວນ 31 ຄົນ, ນໍາໃຊ້ເຄື່ອງຊັອດປາ ຈໍານວນ 6 ຄົນ, ຢຶດໝໍ້ຊັອດປາໄດ້ 4 ເຄື່ອງ, ມີອາວຸດລ່າເນື້ອໄວ້ຄອບຄອງ ປະເພດປືນແກັບ ຈໍານວນ 9 ກະບອກ, ຂັບລົດເປັນກຸ່ມແກ້ງ, ດັດແປງສະພາບເຕັກນິກລົດ, ຂັບຂີ່ລົດກວນເມືອງ ໄດ້ 15 ຄົນ,  ຢຶດລົດດັດແປງສະພາບ ຈໍານວນ 7 ຄັນ.

ຄຽງຄູ່ກັນນີ້, ຍັງໄດ້ເອົາໃຈໃສ່ປ້ອງກັນກອງປະຊຸມວັນບຸນສໍາຄັນຕ່າງໆຂອງພັກ-ຂອງຊາດ, ບຸນປະເພນີຂອງບັນດາເຜົ່າມີຄວາມປອດໄພ 100%, ນໍາພາກໍາລັງຝຶກຊ້ອມຫັດແອບວຽກງານວິຊາສະເພາະ ແລະ ຍົກສູງສະຕິກຽມພ້ອມສູ້ຮົບ ຢ່າງເຂັ້ມງວດ.

ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018 ແລະ ທິດທາງແຜນການ ປີ 2019

ໂອກາດນີ້, ພັທ ສົມເພັດ ປັນແກ້ວ ຮຽກຮ້ອງໃຫ້ ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຢູ່ໃນສົງຄົມ ເປັນຕົ້ນກຸ່ມແກ້ງຂີ່ລົດກວນເມືອງ, ລົດດັດແປງສະພາບເຕັກນິກ, ສືບຕໍ່ກວດກາລາດຕະເວນ ນັບທັງກາງເວັນ ແລະ ກາງຄືນ ຕາມຈຸດຫຼ່ໍແຫຼມບ່ອນທີ່ມີຄວາມສ່ຽງໃຫ້ເປັນປົກກະຕິ ແລະ ຮັບປະກັນຄວາມສະຫງົບປອດໄພ.