ໂດຍການເປັນປະທານຂອງ ພັທ ອິນປອນ ແສງອາມາດ ຮັກສາການຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ

ທ້າຍອາທິດຜ່ານມານີ້, ຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2018 ແລະ ວາງທິດທາງປະຈຳປີ 2019 ໂດຍການເປັນປະທານຂອງ ພັທ ອິນປອນ ແສງອາມາດ ຮັກສາການຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ມີຄະນະກອງບັນຊາການ ປກສ 5 ຕົວເມືອງ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ ເຊິ່ງ 1 ປີ ຜ່ານມາ ສາມາດຍາດໄດ້ຫຼາຍຜົນສຳເລັດເປັນຕົ້ນແມ່ນ ການຄຸ້ມຄອງພົນລະເມືອງ.

ໃນກອງປະຊຸມ ຍັງໄດ້ຜ່ານບົດສະຫຼຸບວ່າ:

1 ປີ ຜ່ານມາ, ຄະນະຫ້ອງ ໄດ້ເອົາໃຈໃສ່ຄຸ້ມຄອງການເໜັງຕີງຂອງພົນລະເມືອງ ໃນນັ້ນໄດ້ລົງກວດກາພົນລະເມືອງ, ທີ່ມາຈາກຕ່າງແຂວງ ຈໍານວນ 10 ຄັ້ງ ມີ 1.128 ຄົນ. ມີ 85 ຄອບຄົວ. ໃນນັ້ນ, ມາເປັນໄພ້ເປັນເຂີຍ 175 ຄົນ, ຂຶ້ນທະບຽບສໍາມະໂນຄົວ 50 ຄົນ. ນອກນັ້ນ, ກໍໄດ້ສຸມໃສ່ການທອນໂຮມອາວຸດລ່າເນື້ອ ໂດຍສະເພາະ ປືນແກັບ ໄດ້ 316 ກະບ໋ອກ. ພ້ອມນຳມາຈູດທຳລາຍຖິ້ມ ເພື່ອບໍ່ໃຫ້ມີການນຳໃຊ້ໂດຍບໍ່ຖືກຕ້ອງ.

ກອງປະຊຸມສະຫຼຸບວຽກງານປະຈຳປີ 2018 ແລະ ວາງທິດທາງປະຈຳປີ 2019

ນອກນີ້, ໄດ້ເກັບກຳສະຖິຕິໂຮງແຮມທົ່ວແຂວງ ມີ 14 ແຫ່ງ, ຂອງຄົນຫວຽດນາມ 3 ແຫ່ງ, ເຮືອນພັກ 30 ແຫ່ງ, ຂອງຄົນຫຽດນາມ 9 ແຫ່ງ, ຮ້ານອາຫານ 21 ຮ້ານ, ຫ້ອງແຖວ 10 ຫຼັງ, ຮ້ານກິນດື່ມ-ບັນເທິງ 22 ຮ້ານ, ຮ້ານຄາລາໂອເກະ 36 ຮ້ານ, ຂອງຫຽດນາມ 26 ຮ້ານ, ລີສອດ 2 ແຫ່ງ. ພາຍໃນ 1 ປີຜ່ານມາ, ໄດ້ອອກບັດໃຫ້ປະຊາຊົນພົນລະເມືອງ ໄດ້ 1.618 ຄົນ ຍິງ 596 ຄົນ ແລະ ຊັກມ້ຽນເອກະສານອອກບັດ 50 ຄັ້ງ.