ປກສ ແຂວງບໍລິຄຳໄຊ ສັບຊ້ອນນັກຮຽນຈົບຈາກໂຮງຮຽນ ປກສ ຊັ້ນຕົ້ນ

ກອງບັນຊາການ ປກສ ແຂວງ ບໍລິຄໍາໄຊ ໄດ້ປະກາດສັບຊ້ອນນັກຮຽນທີ່ຈົບມາຈາກໂຮງຮຽນ ປກສ ຊັ້ນຕົ້ນ ໃນຂອບເຂດທົ່ວປະເທດ ປະຈໍາປີ 2019 ແລະ ສັບຊ້ອນນາຍຕໍາຫຼວດທີ່ມາຈາກກົມກອງອື່ນ ໃນວັນທີ 25 ມີນາ 2019 ນີ້ ໂດຍການເປັນປະທານຂອງ ພັທ ອານົງ ພະບາດໄຊ ຫົວໜ້າຫ້ອງການເມືອງ ປກສ ແຂວງບໍລິຄໍາໄຊ, ມີຄະນະຫ້ອງ, ກອງ, ເມືອງ, ຄ້າຍຄຸມຂັງ-ດັດສ້າງ, ພະແນກທີ່ກ່ຽວຂ້ອງຕະຫຼອດຮອດນັກຮຽນ, ນາຍ ແລະ ພົນຕໍາຫຼວດ ທີ່ຖືກສັບຊ້ອນເຂົ້າຮ່ວມ.

ພັຕ ບຸນລັບ ລາດຊະວົງສຸກ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງ ວ່າດ້ວຍການສັບ ຊ້ອນພົນຕໍາຫຼວດທີ່ສໍາເລັດການສຶກສາລະດັບຊັ້ນຕົ້ນໃນຂອບເຂດທົ່ວປະເທດ ປະຈໍາປີ 2019 ຈໍານວນ 45 ສະຫາຍ ຍິງ 15 ສະຫາຍ, ສໍາເລັດການສຶກສາຈາກ ວປຕ 1 ສະຫາຍ ແລະ ຂໍ້ຕົກລົງວ່າ ດ້ວຍການສັບຊ້ອນບ່ອນປະຈໍາການ 1 ສະຫາຍ, ໃນນີ້ຖືກສັບຊ້ອນໄປປະຈໍາການຢູ່ຫ້ອງການກອງບັນຊາການ ປກສ ແຂວງ ຈໍານວນ 14 ສະຫາຍ ຍິງ 7 ສະຫາຍ, ຫ້ອງການເມືອງ 3 ສະຫາຍ ຍິງ 2 ສະຫາຍ, ຫ້ອງສັນຕິບານ 4 ສະຫາຍ ຍິງ 2 ສະຫາຍ, ຫ້ອງພະລາທິການ ຍິງ 1 ສະຫາຍ, ຫ້ອງ 509 ຈໍານວນ 1 ສະຫາຍ, ກອງພັນປ້ອງກັນເຄື່ອນທີ່ 12 ສະຫາຍ ຍິງ 2 ສະຫາຍ, ຄ້າຍຄຸມຂັງ-ດັດສ້າງ 5 ສະຫາຍ ແລະ ສັບຊ້ອນໄປປະຈໍາຢູ່ ປກສ ເມືອງ ມີ 5 ສະຫາຍ ຍິງ 1 ສະຫາຍ.

ທ່ານຫົວໜ້າກອງບັນຊາການ ໄດ້ຊີ້ນໍາໃຫ້ນັກຮຽນຈົ່ງນໍາເອົາຄວາມຮູ້ຄວາມສາມາດທີ່ຮຽນມາໝູນໃຊ້ໃນການປະຕິບັດວຽກງານພາຍໃນກົມກອງທີ່ຕົນສັງກັດຢູ່ໃຫ້ມີຄວາມເຂັ້ມແຂງ, ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານໃຫ້ສົມກັບເປັນພະນັກງານສືບທອດໃນກໍາລັງປ້ອງກັນຄວາມສະຫງົບ.