ກອງບັນຊາການ ປ້ອງກັນສູນກາງ ປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ

0
3428
ພັທ ທອງຄູນ ແພງສະຫວັນ ຮອງຫົວໜ້າຫ້ອງການເມືອງ

ກອງບັນຊາການ ປ້ອງກັນສູນກາງ ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ໃນວັນທີ 2 ເມສາ 2019, ປະດັບຊັ້ນໂດຍ ພັອ ຄໍາເກື່ອງ ຜິວວັນນາ ຮອງຫົວໜ້າກອງບັນຊາການ ປ້ອງກັນສູນກາງ, ມີ ຄະນະພັກ-ຄະນະນໍາ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານ-ນັກຮົບ ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ປະດັບຊັ້ນໂດຍ ພັອ ຄໍາເກື່ອງ ຜິວວັນນາ ຮອງຫົວໜ້າກອງບັນຊາການ ປ້ອງກັນສູນກາງ

ພັທ ທອງຄູນ ແພງສະຫວັນ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ກະຊວງ ປກສ ສະບັບເລກທີ 1105/ກມປສ ລົງວັນທີ 27 ມີນາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການ ປ້ອງກັນສູນກາງ ແລະ ຂໍ້ຕົກລົງຂອງ ກອງບັນຊາການ ປ້ອງກັນສູນກາງ ສະບັບເລກທີ 878/ປກ ລົງວັນທີ 29 ມີນາ 2019 ວ່າດ້ວຍ ການເລື່ອນຊັ້ນໃຫ້ພົນຕໍາຫຼວດ ກອງບັນຊາການ ປ້ອງກັນສູນກາງ; ໃນນີ້, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 5 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 2 ສະຫາຍ, ສິບເອກ ຂຶ້ນ ວາທີ 3 ສະຫາຍ ແລະ ເລື່ອນຊັ້ນ ສິບໂທ ຂຶ້ນ ສິບເອກ ຈໍານວນ 1 ສະຫາຍ.

ພິທີປະກາດເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ທີ່ມີຜົນງານດີເດັ່ນ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ
Visual Composer Website Builder
ກອງບັນຊາການ ປ້ອງກັນສູນກາງ

ໂອກາດດຽວກັນ, ພັອ ຄຳເກື່ອງ ຜິວວັນນາ ຍັງໄດ້ປາຖະກະຖາ ວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 58 ປີ ( 5 ເມສາ 1961-5 ເມສາ 2019 ) ເພື່ອໃຫ້ພະນັກງານ-ນັກຮົບ ຮັບຮູ້ເຂົ້າໃຈກ່ຽວກັບພາລະກິດຕໍ່ສູ້ກູ້ຊາດ ກໍຄື ການປະກອບສ່ວນຢ່າງຕັ້ງໜ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມກັບການສ້າງພະນັກງານ-ນັກຮົບທຸກຮຸ່ນ ໃນແຕ່ລະໄລຍະ ໃຫ້ກາຍເປັນກຳລັງທີ່ຈົງຮັກພັກດີຕໍ່ປະເທດຊາດ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ.

ມີ ຄະນະພັກ-ຄະນະນໍາ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ ແລະ ພະນັກງານ-ນັກຮົບ ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ