ລູກເນລະຄຸນ ຕົວະເອົາເງິນແມ່ຕົນເອງ ຍ້ອນຢາກໄດ້ເງິນໄປຈ່າຍຟຸມເຟືອຍ ( ຕອນທີ 1 )

0
1497

ຍ້ອນຕົນເອງຫຼິ້ນກິນຟູມເຟືອຍ, ຕິດໜີ້ສິນຄຸມເຄືອ, ຫຼິ້ນການພະນັນ ຈົນເຮັດໃຫ້ຕົນເອງບໍ່ມີຄວາມສາມາດຈ່າຍເຂົາໄດ້ ເມື່ອຖືກເຈົ້າໜີ້ທວງຖາມຈຶ່ງເກີດຄວາມກົດດັນ ແລະ ຕົກເຂົ້າໃນສະຖານະການກາຍເປັນຄົນຂີ້ຕົວະຫຼອກລວງ ແບບບໍ່ມີຄວາມຢ້ານກົວຕໍ່ບາບບຸນຄຸນໂທດ ໃຊ້ເລ່ລ່ຽມຕົ້ມຕຸນເອົາເງິນຂອງຄອບຄົວຕົນເອງດ້ວຍຫຼາຍຮູບແບບ ເຊັ່ນດັ່ງຕົວຢ່າງທີ່ເກີດຂຶ້ນຢູ່ນະຄອນໂຮ່ຈິມິນ ເກີດເຫດລູກຊາຍຂອງປະຊາຊົນເຮືອນໜຶ່ງ ໃຊ້ແຜນຕົບຕາແມ່ຂອງຕົນເອງ ໂດຍຮ່ວມກັບໝູ່ຕົວະວ່າ ຜູ້ກ່ຽວຖືກຈັບຕົວຮຽກຄ່າໄຖ່ ເພື່ອໃຫ້ແມ່ຊອກເງິນໄປໄຖ່ເອົາລູກຂອງຕົນອອກມາ.

ເຊິ່ງເຫດການດັ່ງກ່າວ ເກີດຂຶ້ນກັບຄອບຄົວທີ່ພໍ່-ແມ່ທຸກຍາກ ແຕ່ຜູ້ເປັນລູກຊາຍໄປສ້າງໜີ້ສິນຈົນບໍ່ມີທາງອອກ ຈຶ່ງວາງແຜນຕົວະໃຫ້ແມ່ໄປຫາຢືມເງິນນໍາພີ່ນ້ອງ ມາໄຖ່ເອົາຕົນເອງ ດ້ວຍວິທີການທີ່ຕົນຄິດຂຶ້ນມາ ໂດຍອ້າງວ່າ:

ຜູ້ເປັນລູກ ຈົນຫົນທາງ ຈຶ່ງວາງແຜນຕົວະໃຫ້ແມ່ໄປຫາຢືມເງິນນໍາພີ່ນ້ອງ ມາໄຖ່ເອົາຕົນເອງ ດ້ວຍວິທີການທີ່ຕົນຄິດຂຶ້ນມາ

ຖືກຄົນຮ້າຍຈັບຕົວຮຽກຄ່າໄຖ່ ຍ້ອນຄວາມຮັກລູກ ແລະ ຫົວອົກຂອງຜູ້ເປັນແມ່ ເຖິງຈະທຸກຊໍ່າໃດ ກໍຕ້ອງໄດ້ຊອກເງິນໄປຈ່າຍແລກຕົວຜູ້ກ່ຽວອອກມາ.

ເລື່ອງມີຢູ່ວ່າ: ວັນທີ 6 ມີນາ 2019 ເວລາ 9:30 ໂມງ, ໜ່ວຍງານປະຈໍາການຕໍາຫຼວດກຸ່ມ ລັອງແທ້ງໝີ ເຂດ 9 ນະຄອນໂຮ່ຈິມິນ ໄດ້ຮັບການລາຍງານວ່າ ກໍາລັງປະຕິບັດການຊ່ວຍເຫຼືອ ນາງ ຫງວຽນທິລານ ອາຍຸ 73 ປີ.

ໃນສຽງຮ້ອງໄຫ້ນັ້ນ ນາງ ລານ ເວົ້າວ່າ:

ລູກຊາຍຂອງຕົນ ຊື່ ທ້າວ ຫວໍແທ້ງເຊີ້ນ ອາຍຸ 32 ປີ ຖືກກຸ່ມຄົນຮ້າຍຈັບຕົວໄປຮຽກຄ່າໄຖ່.

ປັດຈຸບັນ, ລູກຂອງຜູ້ກ່ຽວກໍາລັງຖືກທຸບຕີຢ່າງທໍລະມານ ແລະ ໄດ້ຮຽກຮ້ອງໃຫ້ຜູ້ເປັນແມ່ ຕ້ອງເອົາເງິນ ຈໍານວນ 40 ລ້ານດົງ ໄປໃຫ້, ພວກເຂົາຈຶ່ງຈະຍອມປ່ອຍຕົວລູກຊາຍອອກມາຢ່າງປອດໄພ.

ຜູ້ເປັນແມ່ ທີ່ຍາມໃດກໍຫ່ວງ ແລະ ຮັກລູກສະເໝີ ແຕ່ບໍ່ຄາດຄິດວ່າ ລູກຂອງຕົນ ຈະເຮັດກັບຕົນໄດ້ເຖິງຂະໜາດນີ້

ຜູ້ເປັນແມ່ ຍ້ອນເປັນຫວ່ງລູກ ແລະ ຄິດໄດ້ຢ່າງດຽວແມ່ນ ເຮັດແນວໃດກໍຕ້ອງຊອກເງິນມາໄຖ່ເອົາຊີວິດລູກຂອງຕົນອອກມາໃຫ້ໄດ້ ເພາະວ່າກໍາລັງຕົກຢູ່ໃນອັນຕະລາຍຈາກກຸ່ມສັງຄົມມືດດັ່ງກ່າວ ເຊິ່ງອາດຈະຕາຍຍາມໃດກໍບໍ່ຮູ້.

ເຈົ້າໜ້າທີ່ ຈຶ່ງໄດ້ສອບຖາມເອົາຂໍ້ມູນຢ່າງລະອຽດຈາກ ນາງ ລານ ໂດຍໄດ້ຂໍ້ມູນວ່າ:

ໃນຕອນຄໍ່າຂອງວັນທີ 1 ມີນາ 2019 ທ້າວ ເຊີ້ນ ໄດ້ຄອບແມ່ວ່າ ຈະອອກໄປຫຼິ້ນກັບໝູ່ຈັກບຶດແລ້ວຈະກັບມາ ແຕ່ແມ່ລໍຖ້າຈົນເດິກບໍ່ເຫັນກັບມາເຮືອນ;

ຜູ້ເປັນແມ່ເປັນຫວ່ງ ຈຶ່ງພະຍາຍາມໂທລະສັບຫາ ແຕ່ບໍ່ສາມາດຕິດຕໍ່ໄດ້, ເມຍຂອງ ທ້າວ ເຊີ້ນ ກໍອູ້ມລູກນ້ອຍຫາຊອກຕາມສະຖານທີ່ຕ່າງໆທີ່ຜົວຂອງຕົນມັກໄປ ແຕ່ກໍບໍ່ເຫັນ ທ້າວ ເຊີ້ນ.

ຈຳນວນເງິນທີ່ລູກເນລະຄຸນ ຫຼອກລວງໃຫ້ແມ່ ຫາມາໃຊ້ຄ່າໄຖ່

ທັງຄືນຄົນໃນຄອບຄົວ ນາງ ລານ ປຽບເໝືອນນັ່ງຢູ່ເທິງກອງໄຟ ແລະ ລໍຖ້າແຕ່ຄົນມາສົ່ງຂ່າວໃຫ້ຮູ້ເທົ່ານັ້ນ, ຈົນລໍມາຮອດວັນທີ 3 ມີນາ 2019 ຈຶ່ງມີຄົນໂທລະສັບເຂົ້າມາເບີຂອງ ນາງ ລານ ເມື່ອຮັບສາຍ ພວກກ່ຽວໄດ້ອ້າງວ່າ:

ເປັນເຈົ້າໜີ້ຂອງ ທ້າວ ເຊີ້ນ ປັດຈຸບັນໄດ້ຈັບຕົວ ທ້າວ ເຊີນ ໄວ້ ແລະ ຖ້າຢາກໄດ້ຕົວຄືນຕ້ອງເອົາເງິນມາໄຖ່ເອົາ ຈໍານວນ 40 ລ້ານດົງ ຖ້າບໍ່ໄດ້ຈະບໍ່ຮັບປະກັນຊີວິດຂອງຜູ້ກ່ຽວ.

Visual Composer Website Builder

ຕໍ່ມາວັນທີ 4 ມີນາ, ນາງ ລານ ກໍໄດ້ຮັບສາຍໂທລະສັບຂອງພວກກ່ຽວອີກ ໂດຍບອກວ່າ ຕອນແລງໃຫ້ເອົາເງິນ ຈໍານວນດັ່ງກ່າວມາໃຫ້ ແລະ ຮັບເອົາຕົວ ທ້າວ ເຊີ້ນ ກັບເມືອ ບໍ່ດັ່ງນັ້ນຈະຈັດການກັບ ທ້າວ ເຊີ້ນ, ແຕ່ທາງຄອບຄົວຈະເອົາເງິນໃສມາໄວວາປານນີ້ ຕັ້ງ 40 ລ້ານດົງ; ຕໍ່ມາວັນທີ 5 ມີນາ ພວກກ່ຽວໄດ້ໂທມາ ແລະ ເຮັດທໍາທ່າໃຫ້ ທ້າວ ເຊີ້ນ ເວົ້າວ່າ:

ແມ່ຕ້ອງເອົາເງິນມາໄຖ່ເອົາລູກ ບໍ່ດັ່ງນັ້ນພວກເຂົາຈະເຈາະເອົາໝາກໄຂ່ຫຼັງລູກຂ້າງໜຶ່ງ.

ອ່ານຕໍ່ໃນມື້ຕໍ່ມາ…