ລູກເນລະຄຸນ ຕົວະເອົາເງິນແມ່ຕົນເອງ ຍ້ອນຢາກໄດ້ເງິນໄປຈ່າຍຟຸມເຟືອຍ ( ຕອນທີ 2 )

0
895

ຕອນແລງຂອງມື້ດຽວກັນ, ມີໄວລຸ້ນແປກໜ້າ 2 ຄົນ ໄດ້ຊອກຫາເຮືອນຂອງ ນາງ ລານ ແລະ ສະເໜີໃຫ້ ນາງ ລານ ເອົາເງິນຈຳນວນທີ່ຕົກລົງກັນໄວ້ໃຫ້ ແຕ່ ນາງ ລານ ບອກກັບໄປວ່າ ຍັງບໍ່ທັນໄດ້ຄົບຕາມຈຳນວນ ພວກກ່ຽວທັງສອງກໍເອົາຕົວຫຼົບໜີໄປ; ຍ້ອນຄິດຢ້ານວ່າ ຈະເປັນກຸ່ມເຄື່ອນໄຫວແບບມືອາຊີບ ນາງ ລານ ຈຶ່ງໄດ້ແຈ້ງຄວາມກັບຕຳຫຼວດ.

ຫຼັງຈາກ ເຈົ້າໜ້າທີ່ ກອງບັນຊາການຕຳຫຼວດກຸ່ມ ລັອງແທ້ງໝີ ໄດ້ຮັບແຈ້ງຄວາມວ່າ ລູກຊາຍ ນາງ ລານ ຖືກກຸ່ມຄົນຮ້າຍຈັບຕົວເພື່ອຮຽກຄ່າໄຖ່ ເຊິ່ງຄາດຄະເນວ່າ ອາດສ້າງຄວາມເສຍຫາຍແກ່ຊີວິດ ແລະ ຊັບສິນ; ດັ່ງນັ້ນ, ຫົວໜ້າຕຳຫຼວດກຸ່ມ ຈຶ່ງໄດ້ລາຍງານສະພາບໃຫ້ ກອງບັນຊາການຕຳຫຼວດ ເຂດ 9 ຮັບຊາບ ເພື່ອມີທິດຊີ້ນຳຊ່ວຍເຫຼືອກໍລະນີດັ່ງກ່າວ. ຈາກນັ້ນ, ໄດ້ຮັບການຊີ້ນຳ ຈຶ່ງໄດ້ມີພະນັກງານວິຊາສະເພາະລົງເຖິງສະຖານທີ່ ແລະ ຕິດຕາມກຸ່ມເປົ້າໝາຍທີ່ບອກວ່າໄດ້ຈັບຕົວ ທ້າວ ເຊີ້ນ ລູກຊາຍຂອງ ນາງ ລານ ໄວ້ນັ້ນ.

ຈຳນວນເງິນທີ່ລູກເນລະຄຸນ ຫຼອກລວງໃຫ້ແມ່ ຫາມາໃຊ້ຄ່າໄຖ່

ໃນຂະນະທີ່ ເຈົ້າໜ້າທີ່ ກຳລັງລົງຕິດຕາມການເຄື່ອນໄຫວຂອງກຸ່ມເປົ້າໝາຍ ມາຮອດຕອນແລງວັນທີ 6 ມີນາ 2019 ນາງ ລານ ກໍໄດ້ຮັບໂທລະສັບຈາກພວກກ່ຽວອີກ ໂດຍບອກວ່າໃຫ້ນຳເງິນຈຳນວນ 40 ລ້ານດົ່ງ ໄປໄວ້ໃຫ້ທີ່ຮ້ານກາເຟ ຖະໜົນຟາມວັນດົ່ງ ເຂດຖູດຶກ ນະຄອນໂຮ່ຈິມິນ.

ເມື່ອໄດ້ຮັບການລາຍງານຈາກ ນາງ ລານ ຄືແນວນັ້ນ, ຕຳຫຼວດເຂດ 9 ໄດ້ສົມທົບກັບ ກຳລັງຕຳຫຼວດກຸ່ມ ແລ້ວວາງແຜນການແບ່ງຈຸກັນອອກປະຕິບັດໜ້າທີ່ມ້າງລາຍຄະດີດັ່ງກ່າວ, ເມື່ອຮອດເວລານັດໝາຍ ພວກກ່ຽວໄດ້ນຳໃບທວງໜີ້ມາລົບກັບເງິນທີ່ຮຽກໄວ້ຈຳນວນ 40 ລ້ານ. ດັ່ງນັ້ນ, ໃນຂະນະທີ່ກຳລັງມອບຮັບເງິນຢູ່ນັ້ນ ເຈົ້າໜ້າທີ່ຕຳຫຼວດ ຈຶ່ງໄດ້ເຂົ້າຈັບກຸມຕົວ, ທັງສອງເປົ້າໝາຍ ຖືກຢັ້ງຢືນວ່າ ແມ່ນ ທ້າວ ຮ່າ ອາຍຸ 28 ປີ ແລະ ທ້າວ ແລ່ງ ອາຍຸ 23 ປີ ທັງສອງເປັນຄົນ ແຂວງບິ່ງດິ້ງ.

ຜູ້ເປັນລູກ ຈົນຫົນທາງ ຈຶ່ງວາງແຜນຕົວະໃຫ້ແມ່ໄປຫາຢືມເງິນນໍາພີ່ນ້ອງ ມາໄຖ່ເອົາຕົນເອງ ດ້ວຍວິທີການທີ່ຕົນຄິດຂຶ້ນມາ

ຢູ່ທີ່ຮ້ານກາເຟບ່ອນທີ່ກຸ່ມທັງສອງນັດເອົາເງິນມາໃຫ້ນັ້ນ ທ້າວ ເຊີ້ນ ລູກຂອງ ນາງ ລານ ກໍມີໜ້າຢູ່ທີ່ນັ້ນ ແຕ່ຕາມການສັງເກດຂອງເຈົ້າໜ້າທີ່ ປະກົດວ່າ ທ້າວ ເຊີ້ນ ມີທ່າທາງບໍ່ໄດ້ກັງວົນ ຫຼື ຕື່ນເຕັ້ນຄືດັ່ງຄົນທີ່ຖືກຈັບຕົວຮຽກຄ່າໄຖ່ແຕ່ຢ່າງໃດ; ດັ່ງນັ້ນ, ເຈົ້າໜ້າທີ່ຕຳຫຼວດ ຈຶ່ງໄດ້ເອົາຕົວ ທ້າວ ເຊີ້ນ ກັບໄປຫ້ອງການ ເພື່ອສອບສວນຫາເຫດການຕົວຈິງ.

Visual Composer Website Builder

ຫຼັງຈາກການເຮັດວຽກຂອງເຈົ້າໜ້າທີ່ ແຜນການຕົບຕາແມ່ຕົນເອງຂອງ ທ້າວ ເຊີ້ນ ກໍໄດ້ຖືກເປີດເຜີຍ ໂດຍຜູ້ກ່ຽວໄດ້ຮັບສາລະພາບກັບ ເຈົ້າໜ້າທີ່ ວ່າ: ຕົນເອງເສຍການພະນັນ ແລະ ບໍ່ມີຄວາມສາມາດຈ່າຍໄດ້ ຈຶ່ງໄດ້ວາງແຜນຕົວະເອົາເງິນນຳຄອບຄົວ ເພື່ອໄດ້ເງິນມາຈ່າຍໃຫ້ເຈົ້າຂອງຮ້ານ ແລະ ທີ່ເຫຼືອໄວ້ຫຼິ້ນກິນຟູມເຟືອຍ; ກ່ອນຄິດແຜນການ ຜູ້ກ່ຽວໄດ້ຊວນເອົາໝູ່ 2 ຄົນ ຊື່ ທ້າວ ຮ່າ ແລະ ທ້າວ ແລ່ງ ເຂົ້າຮ່ວມ ເພື່ອເຮັດໜ້າທີ່ໂທມາຂູ່ເອົາເງິນນຳແມ່ຕົນເອງ ໃນລັກສະນະທີ່ຕົນເອງຖືກຈັບຕົວຮຽກຄ່າໄຖ່.

ຜູ້ເປັນແມ່ ຍິ່ງເຈັບປວດໃຈກວ່າເກົ່າອີກ ເມື່ອໄດ້ຍິນຂ່າວວ່າ ລູກຂອງຕົນເອງເປັນຄົນວາງແຜນການທັງໝົດ ເພື່ອຕົວະເອົາເງິນແມ່.

ຜູ້ເປັນແມ່ ທີ່ຍາມໃດກໍຫ່ວງ ແລະ ຮັກລູກສະເໝີ ແຕ່ບໍ່ຄາດຄິດວ່າ ລູກຂອງຕົນ ຈະເຮັດກັບຕົນໄດ້ເຖິງຂະໜາດນີ້

ນາງ ລານ ເວົ້າຕື່ມວ່າ:

ຂະນະທີ່ໄປພົບພວກກ່ຽວທີ່ຮ້ານກາເຟ ຕາມນັດໝາຍ ຕົນເອງຍັງແນມເຫັນລູກຊາຍນັ່ງຢູ່ກັບກຸ່ມອີກ 2 ຄົນ ຕອນນັ້ນຈື່ໄດ້ວ່າ ລູກຊາຍຍັງເອີ້ນບອກວ່າໃຫ້ເອົາເງິນໃຫ້ພວກເຂົາ ເພື່ອຄວາມປອດໄພຂອງລູກ ໂດຍບໍ່ຄິດບໍ່ຝັນວ່າລູກຂອງຕົນຈະເຮັດກັບຕົນ ຫຼື ຄົນໃນຄອບຄົວໄດ້ແນວນີ້; ແມ່ກໍເຖົ້າແລ້ວ ສ່ວນ ທ້າວ ເຊີ້ນ ກໍມີວຽກເຮັດຢ່າງຖາວອນ ມີເງິນເດືອນຕັ້ງ 5-7 ລ້ານດົ້ງຕໍ່ເດືອນ ແຕ່ຍ້ອນຕິດຫຼິ້ນກິນ, ຕິດການພະນັນ ຈຶ່ງເຮັດໃຫ້ຊີວິດຂອງຜູ້ກ່ຽວ ປ່ຽນແປງໄດ້ເຖິງຂະໜາດນີ້.