ພັທ ໂງ ວັນ ຄວາ ຫົວໜ້າສູນຝຶກແອບ ແລະ ນໍາໃຊ້ສັດວິຊາສະເພາະ - ພັອ ຄໍາອ້ວນ ວິໄລພັນ ຫົວໜ້າກົມ 311

ພິທີເຊັນມອບ-ຮັບໝາວິຊາສະເພາະ ລະຫວ່າງ ກົມຕໍາຫຼວດຝຶກແອບ ແລະ ນໍາໃຊ້ໝາວິຊາສະເພາະ (ກົມ 311) ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ແຫ່ງ ສປປ ລາວ ແລະ ສູນຝຶກແອບ ແລະ ນໍາໃຊ້ສັດວິຊາສະເພາະ ກອງບັນຊາການຕໍາຫຼວດປ້ອງກັນເຄື່ອນທີ່ ກະຊວງຕໍາຫຼວດ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 4 ເມສາ 2019 ທີ່ນະຄອນຫຼວງວຽງຈັນ ຝ່າຍກົມ 311 ນໍາໂດຍ ພັອ ຄໍາອ້ວນ ວິໄລພັນ ຫົວໜ້າກົມ 311 ແລະ ຝ່າຍສູນຝຶກແອບ ແລະ ນໍາໃຊ້ສັດວິຊາສະເພາະ ນໍາໂດຍ ພັທ ໂງ ວັນ ຄວາ ຫົວໜ້າສູນຝຶກແອບ ແລະ ນໍາໃຊ້ສັດວິຊາສະເພາະ ພ້ອມດ້ວຍຄະນະ, ພະນັກງານທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພະຍານ.

ພັທ ໂງ ວັນ ຄວາ ກ່າວວ່າ:

ໝາວິຊາສະເພາະ ທີເຊັນມອບ-ຮັບໃນຄັ້ງນີ້ ມີຈໍານວນ 10 ໂຕ ແລະ ໝາພໍ່-ແມ່ພັນຈໍານວນ 20 ໂຕ ລວມເປັນຈໍານວນ 30 ໂຕ ເພື່ອນໍາໃຊ້ເຂົ້າໃນວຽກງານຝຶກແອບ ແລະ ນໍາໃຊ້ໝາວິຊາສະເພາະ ຢູ່ລາວ ໃນປັດຈຸບັນ ກໍຄື ສະເພາະໜ້າ ແລະ ຍາວນານໃຫ້ມີຄວາມເຕີບໃຫຍ່, ເຂັ້ມແຂງ ແລະ ໃຫ້ພະນັກງານທີ່ນໍາໃຊ້ໝາວິຊາສະເພາະ ມີຄຸນນະພາບ ກໍຄື ການຂະຫຍາຍພັນໝາໃຫ້ນັບມື້ນັບຫຼາຍຂຶ້ນ.

ລາວ - ຫວຽດນາມ
ລາວ – ຫວຽດນາມ

ໂອກາດນີ້, ພັອ ຄໍາອ້ວນ ວິໄລພັນ ໄດ້ສະແດງຄວາມຊົມເຊີຍ, ຂອບໃຈເປັນຢ່າງສູງມາຍັງສູນຝຶກແອບ ແລະ ນໍາໃຊ້ສັດວິຊາສະເພາະ ທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານບົດຮຽນ ແລະ ທາງດ້ານວັດຖຸໃຫ້ກັບ ກົມ 311 ຕະຫຼອດມາ.