ວັນທີ 4 ເມສາ 2019, ທ່ານ ປອ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຈາກສາທາລະນະລັດອິນໂດເນເຊຍ, ເຊິ່ງນໍາໂດຍ ທ່ານ ສາສະດາຈານ ດຣ. ເມີມາຮາດີ ໂຊຈາ ແດນກາຣາ ປະທານອົງການກວດສອບແຫ່ງສາທາລະນະລັດອິນໂດເນເຊຍ ພ້ອມດ້ວຍຄະນະ ເພື່ອພົບປະແລກປ່ຽນບົດຮຽນດ້ານວຽກງານວິຊາສະເພາະ ທັງເປັນການເສີມຂະຫຍາຍສາຍພົວພັນຮ່ວມມືໃນຂົງເຂດວຽກງານກວດສອບແຫ່ງລັດໃຫ້ນັບມື້ເຂັ້ມແຂງ ແລະ ມີປະສິດທິ ພາບ.


ໂອກາດດັ່ງກ່າວ, ທ່ານ ປອ ນາງ ວຽງທອງ ສີພັນດອນ ໄດ້ສະແດງການຕ້ອນຮັບຢ່າງອົບອຸ່ນຕໍ່ຄະນະຜູ້ແທນດັ່ງກ່າວທີ່ໄດ້ເດີນທາງມາຢ້ຽມຢາມອົງການກວດສອບແຫ່ງລັດ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີອັນພິເສດ ແລະ ການຮ່ວມມືຮອບດ້ານໃຫ້ນັບມື້ນັບຂະຫຍາຍຕົວ ແລະ ກ້າວສູ່ລວງເລິກ ໂດຍສະເພາະແມ່ນການຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ໃຫ້ນັບມື້ແໜ້ນແຟ້ນ, ມີປະສິດທິພາບ-ປະສິດທິຜົນຍິ່ງໆຂຶ້ນໄປ.


ການພົບປະຄັ້ງນີ້, ທ່ານ ປອ ນາງ ວຽງທອງ ສີພັນດອນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດສອບໄລຍະປີ 2018 ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າໃຫ້ຜູ້ແທນຝ່າຍອິນໂດເນເຊຍຮັບຮູ້; ພ້ອມນີ້, ທ່ານ ສາສະດາຈານ ດຣ. ເມີມາ ຮາດີ ໂຊຈາ ແດນກາຣາ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດສອບເຊັ່ນດຽວກັນ ແລະ ທັງສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນການຮ່ວມມືແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ-ອິນໂດເນເຊຍ ໂດຍສະເພາະການຮ່ວມມືຂອງອົງການກວດສອບແຫ່ງລັດ, ເຊິ່ງສະແດງໃຫ້ເຫັນຜົນສໍາເລັດອັນໃຫຍ່ຫຼວງໃນໄລຍະຜ່ານມາ ສາມາດສ້າງຄວາມເຂັ້ມແຂງໃຫ້ແກ່ອົງການກວດ ສອບແຫ່ງລັດ ສປປ ລາວ; ຫຼັງຈາກນັ້ນ, ໄດ້ມີການເຊັນບົດບັນ ທຶກຜົນຂອງການພົບປະລະຫວ່າງອົງການກວດສອບແຫ່ງລັດ ສປປ ລາວ ກັບອົງການກວດສອບແຫ່ງ ສາທາລະນະລັດອິນໂດເນເຊຍ ປະຈໍາປີ 2020-2021.