ປກສ ແຂວງອັດຕະປື ວາງພວງມາລາ – ກະຕ່າດອກໄມ້ ໃນໂອກາດວັນສ້າງຕັ້ງກຳລັງ

0
2422
ກອງບັນຊາການ ປກສ ແຂວງອັດຕະປື
ກອງບັນຊາການ ປກສ ແຂວງອັດຕະປື

ເນື່ອງໃນໂອກາດ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ (5 ເມສາ 1961 – 5 ເມສາ 2019) ແລະ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ແຂວງອັດຕະປື ຄົບຮອບ 55 ປີ (9 ເມສາ 1964 – 9 ເມສາ 2019). ດັ່ງນັ້ນ, ມາໃນຕອນເຊົ້າຂອງວັນທີ 8 ເມສາ 2019 ທີ່ຜ່ານມາ ກອງບັນຊາການ ປກສ ແຂວງອັດຕະປື ຈຶ່ງໄດ້ເຂົ້າວາງພວງມາລາ ແລະ ກະຕ່າດອກໄມ້ ຢູ່ທີ່ອະນຸສອນສະຖານນັກຮົບນິລະນາມ ແລະ ຢູ່ຕໍ່ໜ້າຮູບປັ້ນ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ.

ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພອນສະໄໝ ມຽງລາວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງອັດຕະປື
ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພອນສະໄໝ ມຽງລາວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງອັດຕະປື

ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ພອນສະໄໝ ມຽງລາວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງອັດຕະປື, ມີຄະນະພັກ – ຄະນະກອງບັນຊາການ ປກສ ແຂວງ, ຄະນະຫ້ອງ, ຄະນະກອງພັນ, ຄະນະຄ້າຍຄຸມຂັງ – ດັດສ້າງ, ພະນັກງານຫຼັກແຫຼ່ງຂອງ ກອງບັນຊາການ ປກສ ແຂວງອັດຕະປື ເຂົ້າຮ່ວມຢ່າງພ້ອມພຽງ.

ການວາງພວງມາລາ ແລະ ກະຕ່າດອກໄມ້ ໃນຄັ້ງນີ້ ກໍເພື່ອລະນຶກເຖິງຄຸນງາມຄວາມດີ ແລະ ຄວາມໄວ້ອາໄລຮັກ ເຖິງດວງວິນຍານຂອງບັນດາສະຫາຍນັກຮົບປະຕິວັດ ແລະ ດວງວິນຍານຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ອຸທິດເຮື່ອແຮງ, ສະຕິປັນຍາ ນຳພາປະຊາຊົນລາວບັນດາເຜົ່າຕໍ່ສູ້ປົດປ່ອຍຊາດ ຈົນຍາດໄດ້ໄຊຊະນະ ແລະ ສາມາດສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

Visual Composer Website Builder
ລະນຶກເຖິງຄຸນງາມຄວາມດີ ແລະ ຄວາມໄວ້ອາໄລຮັກ ເຖິງດວງວິນຍານຂອງບັນດາສະຫາຍນັກຮົບປະຕິວັດ ແລະ ດວງວິນຍານຂອງ ປະທານ ໄກສອນ ພົມວິຫານ
ລະນຶກເຖິງຄຸນງາມຄວາມດີ ແລະ ຄວາມໄວ້ອາໄລຮັກ ເຖິງດວງວິນຍານຂອງບັນດາສະຫາຍນັກຮົບປະຕິວັດ ແລະ ດວງວິນຍານຂອງ ປະທານ ໄກສອນ ພົມວິຫານ