ປກສ ແຂວງອັດຕະປື ເພີ່ມທະວີວຽກງານປ້ອງກັນ – ຈັດສັນຄວາມເປັນລະບຽບ ໃນການສັນຈອນ

0
1088
ໂດຍການເຂົ້າຮ່ວມຂອງ ພັທ ບັນດິດ ສີວິໄລ ຮອງກອງບັນຊາການ ປກສ ແຂວງ, ມີ ພັທ ບຸນທະນອງ ແກ້ວພິລາວົງ ຮອງຫ້ອງຕຳຫຼວດ ປກສ ແຂວງ
ໂດຍການເຂົ້າຮ່ວມຂອງ ພັທ ບັນດິດ ສີວິໄລ ຮອງກອງບັນຊາການ ປກສ ແຂວງ, ມີ ພັທ ບຸນທະນອງ ແກ້ວພິລາວົງ ຮອງຫ້ອງຕຳຫຼວດ ປກສ ແຂວງ

ໂດຍປະຕິບັດຕາມຄຳແນະນຳຂອງ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 05/ຕຫຼ ລົງວັນທີ 26 ມີນາ 2019 ກ່ຽວກັບ ການເພີ່ມທະວີວຽກງານປ້ອງກັນ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງການສັນຈອນ ໃນໄລຍະການສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ລາວ ພສ 2562 ທີ່ຈະມາເຖິງນີ້.

ມາໃນຕອນເຊົ້າຂອງວັນທີ 9 ເມສາ 2019 ນີ້, ກອງບັນຊາການ ປກສ ແຂວງອັດຕະປື ຈຶ່ງໄດ້ຈັດວາງກຳລັງຕຳຫຼວດຈາລະຈອນ ລົງປ້ອງກັນປະຈຳປ້ອມ ແລະ ຕາມເສັ້ນທາງຈຸດຕ່າງໆ ເພື່ອຕິດຕາມ – ກວດກາການສັນຈອນ ໃນໄລຍະຂອງການສົ່ງທ້າຍປີເກົ່າ – ຕ້ອນຮັບປີໃໝ່ລາວ, ໂດຍການເຂົ້າຮ່ວມຂອງ ພັທ ບັນດິດ ສີວິໄລ ຮອງກອງບັນຊາການ ປກສ ແຂວງ, ມີ ພັທ ບຸນທະນອງ ແກ້ວພິລາວົງ ຮອງຫ້ອງຕຳຫຼວດ ປກສ ແຂວງ ພ້ອມດ້ວຍເຈົ້າໜ້າທີ່ຕຳຫຼວດຈາລະຈອນ ກອງບັນຊາການ ປກສ ແຂວງອັດຕະປື ເຂົ້າຮ່ວມຢ່າງພ້ອມພຽງ.

ພັຕ ເພັດສະໄໝ ໄຊຍະກຸນ ຫົວໜ້າພະແນກຈາລະຈອນ ປກສ ແຂວງ ໄດ້ກ່າວວ່າ:

ກອງບັນຊາການ ປກສ ແຂວງອັດຕະປື
ກອງບັນຊາການ ປກສ ແຂວງອັດຕະປື

ການຈັດວາງກຳລັງຕຳຫຼວດຈາລະຈອນ ລົງປ້ອງກັນປະຈຳປ້ອມ ແລະ ຕາມເສັ້ນທາງຈຸດຕ່າງໆໃນຄັ້ງນີ້ ກໍເພື່ອຕິດຕາມ – ກວດກາການສັນຈອນ ໃນໄລຍະຂອງການສົ່ງທ້າຍປີເກົ່າ – ຕ້ອນຮັບປີໃໝ່ລາວ ພສ 2562 ໃຫ້ມີຄວາມປອດໄພ ໂດຍໄດ້ຫັນເອົາກຳລັງລົງໂຄສະນາຕາມສາຍທາງ ແລະ ເຂດຊຸມຊົນ ພ້ອມທັງໄດ້ຈັດຕັ້ງກຳລັງປະຈຳການ ເພື່ອຄອຍເຫດຕະຫຼອດ 24 ຊົ່ວໂມງ.

ການເພີ່ມທະວີວຽກງານປ້ອງກັນ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງການສັນຈອນ ໃນໄລຍະການສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ລາວ ພສ 2562
ການເພີ່ມທະວີວຽກງານປ້ອງກັນ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງການສັນຈອນ ໃນໄລຍະການສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ລາວ ພສ 2562

ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ຜູ້ນຳໃຊ້ລົດ – ໃຊ້ຖະໜົນ ປະຕິບັດຕາມກົດລະບຽບການສັນຈອນຢ່າງເຂັ້ມງວດ, ທັງເປັນການຕິດຕາມຄອຍເຫດ ໃນການກອບກູ້ຊ່ວຍເຫຼືອຜູ້ຖືກບາດເຈັບ ທີ່ເກີດຈາກອຸບັດຕິເຫດໄດ້ຢ່າງທັນການ ເພື່ອເຮັດໃຫ້ການສະເຫຼີມສະຫຼອງ ສົ່ງທ້າຍປີເກົ່າ – ຕ້ອນຮັບປີໃໝ່ລາວ ພສ 2562 ນີ້ ຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ໃນການສັນຈອນ ແລະ ຫຼີກລ່ຽງໄດ້ຜົນເສຍຫາຍອັນໃຫຍ່ຫຼວງ ທີ່ຈະເກີດຂຶ້ນຈາກອຸບັດຕິເຫດ.

Visual Composer Website Builder