ໃນໄລຍະສະເຫຼີມສະຫຼອງປີໃໝ່ລາວ ພສ 2562 ທົ່ວປະເທດ ມີອັກຄີໄພເກີດຂຶ້ນ ທັງໝົດ 9 ຄັ້ງ; ໃນນີ້ ຮ້າຍແຮງແມ່ນ ເຫດໄຟໄໝ້ເຮືອນປະຊາຊົນຢູ່ບ້ານພູຄໍາ ຈຳນວນ 22 ຫຼັງ ຢູ່ເມືອງຊະນະສົມບູນ ແຂວງຈໍາປາສັກ ເຊິ່ງປະເມີນມູນຄ່າຄວາມເສຍຫາຍ ປະມານ 4 ຕື້ກວ່າກີບ.

ເຈົ້າໜ້າທີ່ກົມຕໍາຫຼວດສະກັັ້ນ ແລະ ຕ້ານອັກຄີໄພ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ລາຍງານວ່າ:

ເຫດໄຟໄໝ້ເຮືອນປະຊາຊົນ
ເຫດໄຟໄໝ້ເຮືອນປະຊາຊົນ

ໃນລະຫວ່າງວັນທີ 12-16 ເມສາ 2019 ເຊິ່ງເປັນຊ່ວງສະເຫຼີມສະຫຼອງເທດສະການປີໃໝ່ລາວ ພສ 2562, ທົ່ວປະເທດ ມີອັກຄີໄພເກີດຂຶ້ນທັງໝົດ 9 ຄັ້ງ, ນະຄອນຫຼວງວຽງຈັນ 3 ຄັ້ງ ແລະ ຕ່າງແຂວງ 6 ຄັ້ງ; ໃນນີ້ ໄຟໄໝ້ລົດເມ 45 ບ່ອນນັ່ງ 1 ຄັນ.

ໃນວັນທີ 12 ເມສາ 2019 ເວລາ 13:30 ໂມງ, ເກີດໄຟໄໝ້ເຮືອນປະຂາຊົນຈໍານວນ 4 ຫຼັງ ເຊິ່ງເປັນເຮືອນມຸງດ້ວຍຫຍ້າ ຢູ່ບ້ານໂນນສົມບູນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ສາເຫດແມ່ນຍ້ອນຈູດສວນ, ສ່ວນມູນຄ່າຄວາມເສຍຫາຍ ຍັງຢູ່ໃນການປະເມີນ.

ຕໍ່ມາໃນເວລາ 14:30 ໂມງ, ເກີດໄຟຟ້າລັດວົງຈອນໄໝ້ຕະຫຼາດຈີນ ຢູ່ບ້ານປ່າອ້ອຍ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເສຍຫາຍ 13 ຫ້ອງ ແລະ ສ້າງເຄື່ອງ 6 ຫ້ອງ ມີມູນຄ່າຄວາມເສຍຫາຍ 6.600.000 ຢວນ.

ບັນຫາອັກຄີໄພ ໃນໄລຍະບຸນປີໃໝ່ລາວ
ບັນຫາອັກຄີໄພ ໃນໄລຍະບຸນປີໃໝ່ລາວ

ໃນວັນທີ 13 ເມສາ 2019 ເວລາປະມານ 00:15 ໂມງ, ໄຟໄໝ້ເຮືອນປະຊາຊົນ 1 ຫຼັງ ຢູ່ບ້ານນາຄວາຍກາງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເກີດຈາກຜູ້ມາເຝົ້າເຮືອນອາລະວາດ ຍ້ອນເມົາຢາເສບຕິດ ( ຢາບ້າ ) ແລ້ວເອົາໄຟຈູດ, ມູນຄ່າຄວາມເສຍປະມານ 10 ລ້ານກີບ.

ໃນຄັ້ງວັນທີ 14 ເມສາ 2019 ເວລາປະມານ 9:00 ໂມງ, ເກີດໄຟຟ້າລັດວົງຈອນ ແລ້ວໄໝ້ໂຮງງານຜະລິດເຊືອກຢາງ ຂອງບໍລິສັດ ພີອີທີ ລາວຈໍາກັດ ຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄໝ້ເຊືອກຢາງຈໍານວນໜຶ່ງ ມີມູນຄ່າເສຍຫາຍ 15.000.000 ກີບ.

ຕໍ່ມາໃນວັນດຽວກັນ ເວລາ 18:30 ໂມງ, ໄຟໄໝ້ເຮືອນປະຊາຊົນ ຢູ່ບ້ານພູຄໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ, ຈຸດເຫດເກີດໄຟໄໝ້ຈາກເຮືອນຂອງ ທ້າວ ອາດ ອາຍຸ 83 ປີ, ຈາກນັ້ນ ໄໝ້ລາມໄປເຮືອນໃກ້ຄຽງ ລວມທັງໝົດ 22 ຫຼັງ ແລະ ເລົ້າເຂົ້າ 2 ຫຼັງ ມູນຄ່າຄວາມເສຍຫາຍ 4 ຕື້ກວ່າກີບ ສ່ວນສາເຫດຍັງຢູ່ໃນຂັ້ນຕອນຂອງການສືບສວນ.

ໄຟໄໝ້ລົດເມ 45 ບ່ອນນັ່ງ 1 ຄັນ ຢູ່ບ້ານຮ່ອງຂະຍອມ ນະຄອນປາກເຊ ແຂວງຈໍາປາສັກ
ໄຟໄໝ້ລົດເມ 45 ບ່ອນນັ່ງ 1 ຄັນ ຢູ່ບ້ານຮ່ອງຂະຍອມ ນະຄອນປາກເຊ ແຂວງຈໍາປາສັກ

ໃນວັນທີ 15 ເມສາ 2019 ເວລາປະມານ 19:00 ໂມງ, ເກີດໄຟໄໝ້ເຮືອນປະຊາຊົນ ບ້ານນໍ້າຫງໍາ ເມືອງແປກ ແຂວງຊຽງຂວາງ ມູນຄ່າຄວາມເສຍຫາຍ 1.000 ລ້ານກີບ, ສ່ວນສາເຫດຍັງຢູ່ໃນຂັ້ນຕອນສືບສວນເຊັ່ນກັນ.

ນອກນີ້, ໃນວັນທີ 16 ເມສາ 2019 ເວລາ 8:30 ໂມງ ເກີດໄຟຟ້າລັດວົງຈອນ ແລ້ວໄໝ້ເຮືອນປະຊາຊົນຢູ່ບ້ານຢາງໂພສີ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ຈໍານວນ 1 ຫຼັງ ມູນຄ່າຄວາມເສຍຫາຍ 11.900 ລ້ານກີບ ແລະ ເວລາ 4:30 ໂມງ ໃນວັນດຽວກັນ ໄຟໄໝ້ລົດເມ 45 ບ່ອນນັ່ງ 1 ຄັນ ຢູ່ບ້ານຮ່ອງຂະຍອມ ນະຄອນປາກເຊ ແຂວງຈໍາປາສັກ ສ່ວນສາເຫດ ແລະ ມູນຄ່າຄວາມເສຍຫາຍ ຍັງຢູ່ໃນຂັ້ນຕອນປະເມີນ ແລະ ສືບສວນ.