ໂຕໂຢຕ້າ ບໍລິສັດຜູ້ຜະລິດລົດຍົນລາຍໃຫຍ່ຂອງຍີ່ປຸ່ນ ແລະ ຊັອບແບັງ ວິເຊີນ ຟັນ ເຊິ່ງເປັນໜ່ວຍງານດ້ານການລົງທຶນຂອງຊັອບແບັງຂອງຍີ່ປຸ່ນ ປະກາດໃນວັນທີ 19 ເມສາ ກ່ຽວກັບ ການລົງທຶນເປັນເງິນ 1 ຕື້ໂດລາສະຫະລັດ ໃນບໍລິສັດອູເບີ ເພື່ອຊຸກຍູ້ການພັດທະນາບົດຍົນບໍ່ມີຄົນຂັບ ທີ່ຈະໃຊ້ໃນບໍລິການຮັບສົ່ງຜູ້ໂດຍສານ.

ໂຕໂຢຕ້າ ແລະ ຊັອບແບັງ ວິເຊີນ ຟັນ ກ່າວໃນຖະແຫຼງການຮ່ວມວ່າ:

ເງິນລົງທຶນຈະໄປລົງໃນບໍລິສັດ ແອດວານສ໌ ເຕັກໂນໂລຊີ ກຣຸບ ຂອງອູເບີ ເພື່ອເລັ່ງການພັດທະນາ ແລະ ວາງແຜນໃນດ້ານການຄ້າຂອງລົດຍົນບໍ່ມີຄົນຂັບ ໃນບໍລິການຮັບສົ່ງຜູ້ໂດຍສານ; ສຳລັບເງິນລົງທຶນດັ່ງກ່າວ ໂຕໂຢຕ້າ ແລະ ບໍລິສັດເດນໂຊ ເຊິ່ງເປັນຜູ້ຜະລິດອາໄຫຼ່ລົດຍົນ ຈະລົງທຶນ 667 ລ້ານໂດລາສະຫະລັດ ໃນຂະນະທີ່ ຊັອບແບັງ ວິເຊີນ ຟັນ ຈະລົງທຶນ 333 ລ້ານໂດລາສະຫະລັດ.

ກ່ອນໜ້ານີ້, ໂຕໂຢຕ້າ ກໍລົງທຶນໃນອູເບີ ໄປແລ້ວ 500 ລ້ານໂດລາສະຫະລັດ ໃນຂະນະທີ່ ອູເບີ ກຳລັງເລັ່ງພັດທະນາເຕັກໂນໂລຊີ ສຳລັບລົດຍົນບໍ່ມີຄົນຂັບ ແຂ່ງກັບອີກຫຼາຍບໍລິສັດ.

ທ່ານ ດາຣາ ຄອສໂຣຊາຮີ ປະທານເຈົ້າໜ້າທີ່ບໍລິຫານ (CEO) ຂອງອູເບີ ກ່າວວ່າ:

ລົດຍົນບໍ່ມີຄົນຂັບ ຈະປ່ຽນແປງລະບົບການຂົນສົ່ງທັງໝົດ, ຈະເຮັດໃຫ້ຖະໜົນຫົນທາງມີຄວາມປອດໄພຫຼາຍຍິ່ງຂຶ້ນ ແລະ ເມືອງຕ່າງໆກໍເປັນຕາຢູ່ຫຼາຍຂຶ້ນເຊັ່ນກັນ.

ພ້ອມນັ້ນ, ອູເບີ ຍັງມີເປົ້າໝາຍຫຼາຍກວ່າການໃຫ້ບໍລິການຂົນສົ່ງຜູ້ໂດຍສານ ໂດຍຕ້ອງການໃຫ້ອະນາຄົດນັ້ນ ປະຊາຊົນແບ່ງປັນຍານພາຫະນະກັນ ແທນທີ່ຈະຕ່າງຄົນຕ່າງເປັນເຈົ້າຂອງລົດຍົນ.