ທ່ານ ໄຮໂຄ ມາສ ລັດຖະມົນຕີ ກະຊວງການຕ່າງປະເທດ ເຢຍລະມັນ

ໃນວັນທີ 19 ເມສາ ທີ່ຜ່ານມາ, ທ່ານ ໄຮໂຄ ມາສ ລັດຖະມົນຕີ ກະຊວງການຕ່າງປະເທດ ເຢຍລະມັນ ຖະແຫຼງວ່າ: ຊາວເຢຍລະມັນທີ່ໄດ້ຮັບບາດເຈັບ ຈາກອຸບັດຕິເຫດລົດທ່ອງທ່ຽວ ໃນປັອກຕຸຍການ ຈະໄດ້ຮັບການສົ່ງຕົວກັບປະເທດໂດຍໄວທີ່ສຸດ.

ທ່ານ ມາສ ເດີນທາງໄປຍັງສະຖານທີ່ເກີດເຫດ ພ້ອມກັບທີມແພດທະຫານ ແລະ ເຈົ້າໜ້າທີ່ຕ່າງປະເທດ ເຢຍລະມັນ ໂດຍກ່າວວ່າ:

ການຈັດການໃນເລື່ອງດັ່ງກ່າວ ຕ້ອງດຳເນີນການຢ່າງຮອບຄອບ ແລະ ລະມັດລະວັງໃຫ້ຫຼາຍທີ່ສຸດ ເພື່ອບໍ່ໃຫ້ເກີດຄວາມຜິດພາດ ແລະ ຫວັງວ່າຈະດຳເນີນການໄດ້ໃນໄວໆນີ້;

ສ່ວນຊົບຊາວເຢຍລະມັນ ທີ່ເສຍຊີວິດຈາກອຸບັດຕິເຫດ ຈະໄດ້ຮັບກວດພິສູດໃຫ້ສຳເລັດຕາມຂະບວນການ ກ່ອນສົ່ງກັບປະເທດ.

ເຈົ້າໜ້າທີ່ ກ່າວວ່າ:

ກຳລັງສອບສວນສາເຫດຂອງການເກີດອຸບັດຕິເຫດ ລົດໂດຍສານນັກທ່ອງທ່ຽວ ແລະ ຈະກວດສອບລະບົບເຄື່ອງຈັກຂອງລົດຄັນດັ່ງກ່າວ.

ທັ້ງນີ້, ເກາະມາເດຣາ ຂອງປັອກຕຸຍການ ທີ່ລົດໂດຍສານນັກທ່ອງທ່ຽວກຳລັງເດີນທາງໄປນັ້ນ ຢູ່ທາງແຄມຝັ່ງຈາກທິດຕາເວັນຕົກສຽງເໜືອ ຂອງທະວີບອາຟຣິກກາ ເຊິ່ງເປັນສະຖານທີ່ນິຍົມໄປພັກຜ່ອນຂອງເອີຣົບ ເນື່ອງຈາກສະພາບອາກາດດີ, ສົດຊື່ນ, ເຕັມໄປດ້ວຍພູເຂົາ ແລະ ຕົ້ນໄມ້.