ເຈົ້າໜ້າທີ່ ເລັ່ງສອບສວນ ສາເຫດໄຟໄໝ້ ກຸດຕິຄູບາ ວັດທາດຫຼວງເໜືອ

0
1097
ສະພາບຄວາມເສຍຫາຍ ແມ່ນຍັງເຫຼືອແຕ່ຊາກໄຟໄໝ້ເທົ່ານັ້ນ
ສະພາບຄວາມເສຍຫາຍ ແມ່ນຍັງເຫຼືອແຕ່ຊາກໄຟໄໝ້ເທົ່ານັ້ນ

ໃນວັນທີ 19 ເມສາ 2019 ນີ້, ພັທ ຈັນຫອມ ແກ້ວສຸລາໄຊ ຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ລາຍງານເຫດການໄຟໄໝ້ກຸດຕິ ທີ່ວັດທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ໂດຍທ່ານຫົວໜ້າຫ້ອງຕໍາຫຼວດ ປກສ ນວ ໄດ້ໃຫ້ຮູ້ວ່າ:

ພັທ ຈັນຫອມ ແກ້ວສຸລາໄຊ ຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ
ພັທ ຈັນຫອມ ແກ້ວສຸລາໄຊ ຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ

ເວລາ 18:40 ໂມງ ຂອງວັນທີ 18 ເມສາ ຜ່ານມານີ້, ໄດ້ມີເຫດໄຟໄໝ້ກຸດຕິ ຢູ່ວັດທາດຫຼວງເໜືອ ເຊິ່ງເປັນກຸດຕິສອງຊັ້ນ ກ່ອນເກີດເຫດໄຟຟ້າດັບປະມານ 1-2 ນາທີ ຈາກນັ້ນໄຟຟ້າກໍມາ ແລ້ວດັບອີກ 2 ຄັ້ງ ຈຶ່ງເກີດມີໄຟໄໝ້ຢູ່ຝາເຄິ່ງກາງກຸດຕິທາງດ້ານຫຼັງ.

ໃນເວລານັ້ນ, ຄູບາ ແລະ ຈົວ ໄດ້ພ້ອມກັນເຂົ້າມອດໄຟ ແຕ່ບໍ່ສາມາດສະກັດກັ້ນໄຟໄວ້ໄດ້ ເຮັດໃຫ້ໄຟລຸກລາມໄປທົ່ວກູດຕິ ພາຍຫຼັງແຈ້ງເຫດເຈົ້າໜ້າທີ່ໄດ້ນຳລົດມອດໄຟເຂົ້າສະກັດກັ້ນ ແລະ ມອດໄຟຈຳນວນ 6 ຄັນ.

ໃນນັ້ນ, ມີລົດມອດໄຟຈາກພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນວ ຈໍານວນ 3 ຄັນ, ຈາກກົມຕໍາຫຼວດມອດໄຟ ຈໍານວນ 1 ຄັນ, ໜ່ວຍກູ້ໄພ 1623 ຈໍານວນ 1 ຄັນ ແລະ ຈາກ ປກສ ເມືອງໄຊເສດຖາ ຈໍານວນ 1 ຄັນ ພ້ອມທັງໃຊ້ຈໍານວນພົນເຂົ້າຊ່ວຍມອດໄຟອີກ ຈໍານວນ 40 ຄົນ ຈົນຮອດເວລາ 20:00 ໂມງ ຈຶ່ງສາມາດມອດໄຟໄດ້.

ສາເຫດທີ່ເກີດໄຟໄໝ້ ຍັງຢູ່ໃນຂັ້ນການສືບສວນ-ສອບສວນຂອງເຈົ້າໜ້າທີ່
ສາເຫດທີ່ເກີດໄຟໄໝ້ ຍັງຢູ່ໃນຂັ້ນການສືບສວນ-ສອບສວນຂອງເຈົ້າໜ້າທີ່

ເຫດໄຟໄໝ້ດັ່ງກ່າວ, ໄດ້ສ້າງຜົນເສຍຫາຍດັ່ງນີ້: ກຸດຕິ ຈໍານວນ 1 ຫຼັງ, ມີທັງໝົດ 20 ຫ້ອງ, ຊັ້ນເທິງແມ່ນບ່ອນພັກເຊົາຂອງຄູບາ-ຈົວ; ສ່ວນຊັ້ນລຸ່ມແມ່ນ ເປັນບ່ອນເກັບຮັກສາເຄື່ອງຂອງຕ່າງໆ ແລະ ກຸດຕິດັ່ງກ່າວ ກໍຖືກນໍາໃຊ້ມາຫຼາຍ 10 ປີແລ້ວ. ສ່ວນມູນຄ່າເສຍຫາຍ ຍັງບໍ່ສາມາດປະເມີນໄດ້ ແລະ ສາເຫດທີ່ເກີດໄຟໄໝ້ ຍັງຢູ່ໃນຂັ້ນການສືບສວນ-ສອບສວນຂອງເຈົ້າໜ້າທີ່.

ມູນຄ່າເສຍຫາຍ ຍັງບໍ່ສາມາດປະເມີນໄດ້
ມູນຄ່າເສຍຫາຍ ຍັງບໍ່ສາມາດປະເມີນໄດ້

ດັ່ງນັ້ນ, ເພື່ອເປັນການປົກປັກຮັກສາຊັບສິນຂອງຕົນ ແລະ ຂອງລວມໝູ່ ຈຶ່ງຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນ, ຊາວຄ້າ-ຂາຍ, ພະນັກງານ-ລັດຖະກອນ ຕະຫຼອດຮອດຜູ້ທີ່ໃຊ້ຝືນໄຟ ຈົ່ງມີສະຕິໃນການລະວັງຕົວ ເມື່ອໃຊ້ໄຟຟ້າແລ້ວ ຄວນໃຫ້ຖອດປັກ ບໍ່ຄວນສຽງຄາໄວ້, ຈຸດທູບ-ທຽນບູຊາ ກໍໃຫ້ດັບມອດ ຫຼື ຖ້າຫາກເຮືອນຫຼັງໃດທີ່ເຫັນວ່າ ປັກໄຟມີອາຍຸການນໍາໃຊ້ດົນ ຫຼື ເກົ່າແກ່ ຄວນປ່ຽນຖ່າຍໃໝ່ ເນື່ອງຈາກວ່າສະພາບອາກາດໃນລະດູແລ້ງ ມີຄວາມອົບເອົ້າຫຼາຍ ເຮັດໃຫ້ເກີດເຊື້ອເພີງໄດ້ງ່າຍ ແລະ ເປັນສາເຫດເຮັດໃຫ້ເກີດມີອັກຄີໄພ ຕາມມາ.

ສະພາບຄວາມເສຍຫາຍ ແມ່ນຍັງເຫຼືອແຕ່ຊາກໄຟໄໝ້ເທົ່ານັ້ນ
ສະຖານທີ່ເກີດເຫດ ແມ່ນຢູ່ວັດທາດຫຼວງເໜືອ