ເຈົ້າໜ້າທີ່ທ້ອງຖິ່ນ ເປີດເຜີຍລາຍລະອຽດຄວາມເສຍຫາຍ ຈາກເຫດການດິນເຈື່ອນ ເນື່ອງຈາກຝົນຕົກໜັກໃນພື້ນທີ່ພູເຂົາ ທີ່ເກີດຂຶ້ນໃນເມືອງໂຣຊາສ ຂອງໂກລົມບີ ໃນຕອນເຊົ້າຂອງວັນທີ 21 ເມສາ ທີ່ຜ່ານມາ ວ່າ:

ມີຜູ້ເສຍຊີວິດຢ່າງໜ້ອຍ 17 ຄົນ, ບາດເຈັບ 5 ຄົນ ແລະ ອີກ 13 ຄົນ ສູນຫາຍ.

ລາຍງານຈາກ ສຳນັກງານຈັດການຄວາມສ່ຽງໄພພິບັດແຫ່ງຊາດ ໂກລົມບີ ລະບຸວ່າ:

ຄວາມເສຍຫາຍທີ່ໄດ້ຮັບຈາກເຫດດິນເຈືື່ອນ ໃນຄັ້ງນີ້
ຄວາມເສຍຫາຍທີ່ໄດ້ຮັບຈາກເຫດດິນເຈືື່ອນ ໃນຄັ້ງນີ້

ເຮັດດິນເຈື່ອນ ເຮັດໃຫ້ອາຄານບ້ານເຮືອນ ພັງເສຍຫາຍຢ່າງໜ້ອຍ 8 ຫຼັງ ຖືກຝັງຢູ່ໃຕ້ກອງຕົມ.

ນອກຈາກນີ້, ເສດດິນຫີນ ຍັງປິດກັ້ນທາງຫຼວງສາຍ ແພນ-ອາເມລິກາ ແລະ ບໍລິເວນຊຸມຊົນໂຣຊາສ ທີ່ຢູ່ຫ່າງຈາກນະຄອນຫຼວງໂບໂກຕ້າ ເມືອງຫຼວງຂອງປະເທດ ໄປປະມານ 630 ກິໂລແມັດ.

ຍ້ອນຝົນຕົກໜັກ ຈຶ່ງເປັນສາເຫດໃຫ້ເກີດດິນເຈື່ອນ
ຍ້ອນຝົນຕົກໜັກ ຈຶ່ງເປັນສາເຫດໃຫ້ເກີດດິນເຈື່ອນ

ປັດຈຸບັນ, ເຈົ້າໜ້ານທີ່ກູ້ໄພ ຍັງສືບຕໍ່ຄົ້ນຫາຜູ້ເຄາະຮ້າຍ ໂດຍນຳເອົາເຄື່ອງຈັກກົນໜັກ ມາເຄຍເສດດິນ ແລະ ຊາກເປ່ເພອອກໄປ.

ໃນຂະນະທີ່ ປະທານາທິບໍດີ ອີວານ ດູເກ້ ຂອງໂກລົມບີ ກໍໄດ້ໂພສຂໍ້ຄວາມໃຫ້ກຳລັງໃຈກັບຄອບຄົວຜູ້ເຄາະຮ້າຍ, ສ່ວນສຳລັບຜູ້ບາດເຈັບ ແມ່ນຖືກພາຕົວສົ່ງໂຮງໝໍ ເປັນທີ່ຮຽບຮ້ອຍແລ້ວ.

ບໍ່ພຽງເທົ່ານັ້ນ ບາງພື້ນທີ່ກໍຍັງມີນໍ້າຖ້ວມຂັງ ອີກດ້ວຍ
ບໍ່ພຽງເທົ່ານັ້ນ ບາງພື້ນທີ່ກໍຍັງມີນໍ້າຖ້ວມຂັງ ອີກດ້ວຍ