ທ່ານ ຈຽງຈາຍດົງ (Jiang Zai dong) ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ

ທ່ານ ຈຽງຈາຍດົງ (Jiang Zai dong) ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ພົບປະ ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະ ໃນວັນທີ 4 ເມສາ 2019 ຢູ່ທີ່ຫ້ອງວ່າການແຂວງ.

ໃນການເຂົ້າພົບປະຄັ້ງນີ້ ທ່ານເຈົ້າແຂວງໆຊຽງຂວາງ ໄດ້ກ່າວຕ້ອນຮັບອັນອົບອຸ່ນ ພ້ອມທັງລາຍງານການພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນແມ່ນວຽກງານການຮ່ວມມືກັບ ສປ ຈີນ ປັດຈຸບັນມີນັກລົງທຶນຊາວຈີນ ມາລົງທຶນຢູ່ແຂວງຊຽງຂວາງ ກວມ 62% ຂອງການລົງທຶນທັງໝົດຢູ່ແຂວງ ແລະ ໃນຕໍ່ໜ້າຄາດວ່າ ຈະມີນັກລົງທຶນຊາວຈີນ ມາລົງທຶນຂະຫຍາຍເສັ້ນທາງແຕ່ເທດສະບານໂພນສະຫວັນ ຮອດ ວັງວຽງ ແລະ ຂະຫຍາຍເດີ່ນບິນທົ່ງໄຫຫີນ ເພື່ອຮອງຮັບການທ່ອງທ່ຽວ ແລະ ການຄົມມະນາຄົມຂົນສົ່ງສະດວກ ແລະ ວ່ອງໄວ.

ລາວ-ຈີນ ມີມູນເຊື້ອການຮ່ວມມືມາແຕ່ດົນນານແລ້ວ, ການຕໍ່ສູ້ປົດປ່ອຍຊາດໄລຍະນັ້ນ ໄດ້ເຮັດໃຫ້ນັກປະຕິວັດຈີນ ເສຍຊີວິດຢູ່ແຂວງຊຽງຂວາງ ຈຶ່ງເຮັດໃຫ້ມີສຸສານຈີນ ທີ່ສະແດງເຖິງວິລະກຳການຮ່ວມມື ແລະ ຄວາມສາມັກຄີທີ່ມີມາແຕ່ດົນນານແລ້ວ.

ລາວ-ຈີນ ມີມູນເຊື້ອການຮ່ວມມືມາແຕ່ດົນນານແລ້ວ
ລາວ-ຈີນ ມີມູນເຊື້ອການຮ່ວມມືມາແຕ່ດົນນານແລ້ວ

ທ່ານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ກໍໄດ້ກ່າວຍິນດີໃຫ້ການຊ່ວຍເຫຼືອກໍ່ສ້າງພະນັກງານ, ປັບປຸງແລກປ່ຽນບົດຮຽນວຽກພັກ-ພະນັກງານ, ທິດສະດີການເມືອງ, ສະຖານທູດຍິນດີຈະຊ່ວຍເຫຼືອສະໜັບສະໜູນປະເທດລາວ ກໍຄື ແຂວງຊຽງຂວາງ ກັບ ສປ ຈີນ ຊ່ວຍເຫຼືອຮ່ວມມືການສຶກສາກະສິກຳຍາວນານ ແລະ ເພີ່ມທຶນການສຶກສາໄປຮຽນ ຢູ່ ສປ ຈີນ ໃຫ້ຫຼາຍຂຶ້ນ ພ້ອມທັງຈະຊ່ວຍສ້າງຫໍສະໝຸດຢູ່ໂຮງຮຽນໃດໜຶ່ງ ຢູ່ແຂວງຊຽງຂວາງ ແລະ ຈະເພີ່ມທະວີການລົງທຶນ ຢູ່ແຂວງຊຽງຂວາງ ຫຼາຍຂຶ້ນ ເຊິ່ງຄາດວ່າ ຈະສ້າງເມືອງພັກຜ່ອນ ເປັນແຫຼ່ງທ່ອງທ່ຽວ ຕິດພັນກັບ ການປົກປັກຮັກສາສິ່ງແວດລ້ອມແບບຍືນຍົງ ທີ່ແຂວງຊຽງຂວາງ.