ກອງປະຊຸມໃຫ່ຍ ຄັ້ງທີ 6 ຂອງ ຄະນະພັກຮາກຖານ ກອງພັນ 411 ແຂວງໄຊຍະບູລີ

ກອງປະຊຸມໃຫ່ຍ ຄັ້ງທີ 6 ຂອງ ຄະນະພັກຮາກຖານ ກອງພັນ 411 ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພັທ ພິໄລວັນ ພິລາຈັນ ເລຂາຄະນະພັກຮາກຖານ ຫົວໜ້າການເມືອງ ກອງພັນ 411, ມີສະຫາຍ ພົຈວ ຄຳໝັ້ນ ວັນນະວົງ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າກອງບັນຊາການທະຫານແຂວງ ຕະຫຼອດຮອດສະມາຊິກພັກພາຍໃນ ກອງພັນ 411 ເຂົ້າຮ່ວມຢ່າງພ້ອມພຽງ.

ມີສະມາຊິກພັກພາຍໃນ ກອງພັນ 411 ເຂົ້າຮ່ວມຢ່າງພ້ອມພຽງ
ມີສະມາຊິກພັກພາຍໃນ ກອງພັນ 411 ເຂົ້າຮ່ວມຢ່າງພ້ອມພຽງ

ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ ແລະ ເປັນເອກະພາບກັນ ຮັບຮອງເອົາຮ່າງລາຍງານການເມືອງທັງ 2 ພາກ ແລະ ບົດສໍາຫຼວດການນໍາພາລວມ ຂອງຄະນະພັກຊຸດເກົ່າ; ໃນນັ້ນ, ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຊີ້ນຳ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ໃນໄລຍະ 5 ປີຜ່ານມາ, ເຊິ່ງຂອບເຂດການນໍາພາ ມີ 5 ໜ່ວຍພັກຂຶ້ນກັບ, ມີສະມາຊິກພັກທັງໝົດ 95 ສະຫາຍ ຍິງ 3 ສະຫາຍ, ສຳຮອງ 1 ສະຫາຍ. ຜ່ານການສໍາຫຼວດກວດກາຕີລາຄາແບ່ງປະເພດ ມີສະມາຊິກພັກແຂງ 95 ສະຫາຍ, ໜ່ວຍພັກທີ່ຂຶ້ນກັບທັງ 5 ໜ່ວຍ ໄດ້ປະເພດ ແຂງ, ຄະນະພັກຮາກຖານ ໄດ້ປະເພດ ເຂັ້ມແຂງ-ຮູ້ນຳພາຮອບດ້ານ.

ປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ
ປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ

ກອງປະຊຸມ ຍັງໄດ້ພ້ອມກັນປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທີ່ຖືກຕ້ອງ ແລະ ສອດຄ່ອງກັບມາດຖານ ໂດຍມີຜູ້ສະໝັກ 7 ສະຫາຍ, ເລືອກເອົາ 5 ສະຫາຍ ຄື: ໄດ້ເປັນເອກະສັນກັນເລືອກຕັ້ງເອົາສະຫາຍ ພັທ ວິໄລວັນ ພິລາຈັນ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັຕ ວົງທອງ ວົງວິໄລ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ພັຕ ຈັນສວຍ ວົງພະອິນແປງ, ສະຫາຍ ພັຕ ຄຳໄພ້ ແສນອຳໄພ ແລະ ສະຫາຍ ພັຕ ເຕີນ ທະນູມາ ເປັນຄະນະພັກຮາກຖານ.