ສີລັງກາ ຍົກເລີກເຄີຟິວ ຍອດເສຍຊີວິດເພີ່ມເປັນ 290

0
699

ທາງການສີລັງກາ ຍົກເລີກການປະກາດຄຳສັ່ງ ຫ້າມອອກນອກເຄຫາສະຖານ ໃນເວລາກາງຄືນ ຫຼື ເຄີຟິວ ແລ້ວ ໃນວັນທີ 22 ເມສາ ທີ່ຜ່ານມາ ຫຼັງຈາກເກີດເຫດລະເບີດຫຼາຍຄັ້ງ ຢູ່ທີ່ໂບດຄຣິສ ແລະ ໂຮງແຮມຫຼູ ໃນວັນທີ 21 ເມສາ ທີ່ຜ່ານມາ ເຊິ່ງຫຼ້າສຸດ ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 290 ຄົນ ແລະ ບາດເຈັບອີກປະມານ 500 ຄົນ.

ແນວໃດກໍຕາມ, ຂະນະນີ້ ຍັງບໍ່ມີກຸ່ມ ຫຼື ບຸກຄົນໃດ ອອກມາລະບຸວ່າເປັນຜູ້ຢູ່ເບື້ອງຫຼັງເຫດລະເບີດ ທີ່ໂບດ 2 ແຫ່ງ ແລະ ໂຮງແຮມອີກ 4 ແຫ່ງ ທັ້ງໃນ ແລະ ນອກນະຄອນຫຼວງໂຄລຳໂບ ແລະ ໂບດອີກ 1 ແຫ່ງ ທີ່ບໍລິເວນແຄມຝັ່ງ ທິດຕາເວັນຕົກສຽງເໜືອຂອງປະເທດ.

ແຫຼ່ງຂ່າວລັດຖະບານສີລັງກາ ເປີດເຜີຍວ່າ:

ປະທານາທິບໍດີ ໄມຕຣີພາລາ ສິຣິເສນາ ເຊິ່ງເດີນຢ້ຽມຢາມຕ່າງປະເທດ ຂະນະທີ່ເກີດເຫດ ໄດ້ຮຽກປະຊຸມສະພາຄວາມໝັ້ນຄົງແຫ່ງຊາດ ໃນວັນທີ 22 ເມສາ ຜ່ານມາ ຕາມເວລາທ້ອງຖິ່ນ.

ທັ້ງນີ້, ເປັນເລື່ອງທີ່ວິຕົກກັງວົນກັນວ່າ: ເຫດໂຈມຕີດັ່ງກ່າວ ຈະເປັນຈຸດເລີ່ມຕົ້ນໃຫ້ເກີດກະແສຄວາມຮຸນແຮງຄັ້ງໃໝ່ ຫຼື ບໍ ເພາະໃນຕອນຄໍ່າຂອງວັນທີ 21 ເມສາ ຜ່ານມາ ເຈົ້າໜ້າທີ່ຕຳຫຼວດ ໄດ້ລາຍງານວ່າ ເກີດເຫດແກວ່ງລະເບີດໄຟ ໃສ່ມັດສະຢິດ ທາງທິດຕາເວັນຕົກສຽງເໜືອ ແລະ ລັກລອບວາງເພີງ ຮ້ານຄ້າ 2 ແຫ່ງ ຂອງຊາວມຸດສະລິມ ຢູ່ທາງທິດຕາເວັນຕົກຂອງປະເທດ.

ລາຍງານລະບຸວ່າ: ຫຼັງການປະກາດຍົກເລີກ ເຄີຟິວ, ການຈະລາຈອນ ຍັງເບົາບາງຢູ່ ແລະ ມີລາຍງານວ່າ ມີທະຫານຖືປືນປະຈຳການດ້ານນອກໂຮງແຮມຊື່ດັງ ແລະ ອາຄານໂວເທຣດເຊນເຕີ ໃນເຂດທຸລະກິດ ທີ່ມີໂຮງແຮມ 4 ແຫ່ງ ຕົກເປັນເປົ້າໂຈມຕີ. ນອກຈາກນີ້, ທາງການຍັງສັ່ງບຼັອກສື່ສັງຄົວອອນລາຍ ແລະ ເວັບໄຊສົ່ງຂໍ້ຄວາມ ລວມທັງ ເຟສບຸກ ແລະ ວອດສ໌ແອບ.