ລມຕ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ປກສ 2 ແຂວງພາກກາງ

0
2320

ທ້າຍອາທິດຜ່ານມາ, ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະ ໄດ້ພົບປະໂອ້ລົມພະນັກງານ-ນັກຮົບຫຼັກແຫຼ່ງ ກອງບັນຊາການ ປກສ ແຂວງຄຳມ່ວນ ແລະ ປກສ ແຂວງບໍລິຄຳໄຊ ເຊິ່ງມີຫົວໜ້າກອງບັນຊາການ ປກສ ຂອງສອງແຂວງ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.

ພົບປະໂອ້ລົມພະນັກງານ-ນັກຮົບຫຼັກແຫຼ່ງ ກອງບັນຊາການ ປກສ ແຂວງຄຳມ່ວນ ແລະ ປກສ ແຂວງບໍລິຄຳໄຊ
ພົບປະໂອ້ລົມພະນັກງານ-ນັກຮົບຫຼັກແຫຼ່ງ ກອງບັນຊາການ ປກສ ແຂວງຄຳມ່ວນ ແລະ ປກສ ແຂວງບໍລິຄຳໄຊ

ໃນໂອກາດນີ້, ທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ ຄະນະພັກ-ຄະນະບັນຊາ ແລະ ພະນັກງານຫຼັກແຫຼ່ງ ຂອງສອງກອງບັນຊາການ ປກສ ແຂວງ ໂດຍເນັ້ນໃຫ້ ຄະນະພັກ-ຄະນະກອງບັນຊາການແຕ່ລະຂັ້ນ ຈົ່ງເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ທົ່ວກອງບັນຊາການ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ຊໍານິຊໍານານທາງດ້ານວຽກງານວິຊາສະເພາະ, ມີແບບແຜນໃນການເຮັດວຽກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ແລະ ປະຕິບັດລະບອບສ່ອງແສງລາຍງານຕໍ່ຂັ້ນເທິງຢ່າງເປັນປົກກະຕິ, ກຽມພ້ອມທຸກເວລາໃນການຈັດວາງກຳລັງ ເພື່ອປ້ອງກັນ ແລະ ສະກັດກັ້ນຕໍ່ກັບເລ່ລ່ຽມກົນອຸບາຍຂອງພວກກຸ່ມຄົນບໍ່ດີ, ພ້ອມທັງສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມຢ່າງຮີບດ່ວນ ແລະ ທ່ວງທັນກັບເຫດການ, ເອົາໃຈໃສ່ປັບປຸງວຽກງານພະລາທິການ, ແກ້ໄຂຊີວິດການເປັນຢູ່ພາຍໃນກຳລັງໃຫ້ດີຂຶ້ນ, ເອົາໃຈໃສ່ໃນການກຳແໜ້ນສະພາບການເຂົ້າ-ອອກເມືອງຂອງພົນລະເມືອງລາວ ແລະ ຊາວຕ່າງປະເທດ, ສືບຕໍ່ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ຢູ່ບັນດາເມືອງ, ຈຸດສຸມ ແລະ ເຂດທີ່ມີຄວາມສ່ຽງ, ສຸມໃສ່ຈັດຕັ້ງປະຕິບັດຜັນຂະຫຍາຍຄຳສັ່ງ ເລກທີ 27/ນຍ ແລະ ຄຳສັ່ງເລກທີ 15/ນຍ ໃຫ້ປະກົດຜົນເປັນຈິງ ເປັນຕົ້ນແມ່ນ ບັນຫາການຄ້າຂາຍຢາເສບຕິດ, ຂີ້ລັກງັດແງະ, ຄ້າ-ຂາຍເຖື່ອນ, ບັນຫາອຸບັດຕິເຫດ ແລະອື່ນໆ, ສຸມໃສ່ຈັດຕັ້ງປະຕິບັດຕາມລະບຽບການ ໃນການຄຸ້ມຄອງລາຍຮັບ-ລາຍຈ່າຍເງິນ ແຕ່ລະຮ່ວງຜ່ານປະຕູດຽວຢ່າງເຂັ້ມງວດ ແລະ ໂປ່ງໃສ ເພື່ອໃຫ້ຮັບປະກັນໃຫ້ທົ່ວແຂວງຄຳມ່ວນ ມີຄວາມສະຫງົບປອດໄພທາງດ້ານສັງຄົມ ແລະ ມີສະຖຽນລະພາບທາງດ້ານການເມືອງທີ່ໜັກແໜ້ນ.

ໃນພິທີ, ພັອ ແກ້ວດາວົງ ໄຊຍະແສງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບ ຜົນງານໃນບາງບັນຫາ ແລະ ບັນດາສະພາບການທີ່ເກີດຂຶ້ນພາຍໃນແຂວງ ວ່າ:

ໃນໄລຍະຜ່ານມາ, ຄະນະພັກ-ຄະນະກອງບັນຊາການ ແມ່ນໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ພະນັກງານ-ນັນຮົບຂອງຕົນ ຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ເຮັດໃຫ້ພະນັກງານ-ນັກຮົບ ໃນທົ່ວກຳລັງ ມີແນວຄິດອຸ່ນອຽນທຸ່ນທ່ຽງ ແລະ ເຄື່ອນໄຫວວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ, ສາມາດເຮັດສຳເລັດວຽກງານຕາມການມອບໝາຍ ເປັນຕົ້ນແມ່ນ ສາມາດມ້າງຄະດີຢາເສບຕິດໄດ້ 236 ລາຍ, ຢຶດຂອງກາງຢາເສບຕິດ ເປັນປະເພດຢາບ້າ 105.510 ເມັດ, ຢາໄອສ໌ 600 ກິໂລກຼາມ, ມີອຸບັດຕິເຫດເກີດຂຶ້ນ 193 ລາຍ, ພາຫະນະເປ່ເພທັງໝົດ 346 ຄັນ, ຄົນໄດ້ຮັບບາດເຈັບ 266 ຄົນ ແລະ ເສຍຊີວິດ 43 ຄົນ.

ສຳລັບ ແຂວງບໍລິຄໍາໄຊ ແມ່ນການຕ້ອນຮັບຂອງ ພັອ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ ແລະ ທ່ານຫົວໜ້າກອງບັນຊາການແຂວງ ໄດ້ລາຍງານສະພາບໂດຍຫຍໍ້ ເຊິ່ງມີຫຼາຍເຫດການທີ່ພົ້ນເດັ່ນ ສະແດງອອກ ຄື:

3 ເດືອນຜ່ານມາ ສາມາດຢຶດຂອງກາງຢາບ້າໄດ້ 2.680.000 ເມັດ, ຢາໄອສ໌ 230 ກິໂລກຼາມ, ກັນຊາ 1.505 ກິໂລກຼາມ, ລົງເກັບກູ້ອາວຸດລ່າເນື້ອ ໄດ້ປືນ 1.245 ກະບອກ, ອາວຸດເສິກ 248 ກະບອກ, ປືນແວງ 32 ກະບອກ, ປືນລົມ 2 ກະບອກ, ລູກປືນ 349 ລູກ, ໝາກແຕກ 3 ໜ່ວຍ, ໝໍ້ຊ໋ອດ 68 ໜ່ວຍ, ຈັກສະຕິ໋ນ 261 ເຄື່ອງ, ທົ່ວແຂວງມີອຸບັດຕິເຫດເກີດຂຶ້ນທັງໝົດ 24 ຄັ້ງ, ພາຫະນະເປ່ເພ 43 ຄັນ, ຄົນ ໄດ້ຮັບບາດເຈັບ 55 ຄົນ ແລະ ເສຍຊີວິດ 2 ຄົນ.

ນອກນັ້ນ, ຄະນະພັກ-ຄະນະບັນຊາ ຍັງໄດ້ເອົາໃຈໃສ່ໃນການແກ້ໄຂບັນຫາ 4 ເຖື່ອນຢ່າງຈິງຈັງ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງແກ້ໄຂບັນຫາອາວຸດເຖື່ອນ, ການແກ້ໄຂລົດເຖື່ອນ, ການແກ້ໄຂຄົນເຖື່ອນ ( ຄົນທີ່ຍົກຍ້າຍມາບໍ່ຖືກຕ້ອງ ), ແກ້ໄຂການຊື້-ຂາຍຫວຍເຖື່ອນ ແລະ ປ່ອຍເງິນກູ້ນອກລະບົບ ທີ່ກໍ່ຄວາມບໍ່ສະຫງົບໃນສັງຄົມ ໃຫ້ຫຼຸດໜ້ອຍຖ້ອຍລົງ.