ສະພາປະຊາຊົນ ແຂວງອັດຕະປືສະຫຼຸບວຽກງານປະຈຳປີ 2018

ເມື່ອບໍ່ດົນມານີ້, ຄະນະເລຂາທິການສະພາປະຊາຊົນ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວຂອງຄະນະເລຂາທິການສະພາປະຊາຊົນແຂວງ ປະຈຳປີ 2018 ແລະ ທິດທາງປະຈຳປີ 2019 ໂດຍການເປັນປະທານຂອງ ທ່ານ ກົງໃຈ ສີດາວົງ ເລຂາທິການສາພາປະຊາຊົນແຂວງ, ມີທ່ານ ເພັດແກ້ວ ເຮືອງປັນຍາ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 17 ແຂວງອັດຕະປື ປະທານສະພາປະຊາຊົນແຂວງ  ພ້ອມດ້ວຍພະນັກງານຫຼັກແຫຼ່ງ ແລະ ແຂກຮັບເຊີນເຂົ້າຮ່ວມ.

 ໃນພິທີ, ທ່ານ ນາງ ແສງອາລຸນ ວົງສາທິການ ຄະນະເລຂາທິການສະພາປະຊາຊົນແຂວງ ໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ພົ້ນເດັ່ນ ເປັນຕົ້ນວຽກງານເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນຳ ຂອງສາພາປະຊາຊົນແຂວງ ໂດຍສະເພາະໃນໄລຍະນີ້ ແມ່ນກຳລັງສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ແລະ ມະຕິ 10 ຂອງອົງຄະນະພັກແຂວງທີ່ວາງອອກ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນພັດທະນາແຫ່ງລັດ 5 ປີ ຄັ້ງທີ 8 ຂອງແຂວງ, ໂດຍ ທຸກພາກສ່ວນ ໄດ້ສຸມທຸກສະຕິປັດຍາກຳລັງແຮງຂອງຕົນເຂົ້າການຈັດຕັ້ງປະຕິບັດວຽກງານຕ່າງໆ.

ນອກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນບັນຫາອື່ນໆ ເປັນຕົ້ນແມ່ນ ວຽກງານການເມືອງນຳພາແນວຄິດ, ວຽກງານເປັນເສນາທິການໃຫ້ແກ່ຄະນະນຳ, ວຽກງານຈັດຕັ້ງພະນັກງານ, ວຽກງານການເງິນ ແລະອື່ນໆ ຄຽງຂ້າງດ້ານດີ ກໍຍັງມີດ້ານອ່ອນທີ່ເປັນຂໍ້ຄົງຄ້າງ ໂດຍສະເພາະສະຕິຄວາມຕື່ນຕົວຕໍ່ການຈັດຕັ້ງ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ຂອງພະນັກງານ-ລັດຖະກອນບາງຂະແໜງຍັງບໍ່ທັນສູງ ສະແດງອອກໃນການປະຕິບັດໜ້າທີ່ຊັກຊ້າບໍ່ທ່ວງທັນກັບເວລາ, ຂາດຄວາມເປັນແບບຢ່າງຕໍ່ການຈັດຕັ້ງ.

ໃນຕໍ່ໜ້າ, ຄະນະເລຂາທິການ ສະພາປະຊາຊົນແຂວງ ຈະສືບຕໍ່ ຍົກສູງຄຸນນະພາບໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃນການເປັນເສນາທິການ, ຕິດຕາມກວດກາ ແລະ ຊຸກຍູ້ການເປັນເສນາທິການຂອງຕົນແຕ່ລະພາກສ່ວນໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.