ຫຼາຍພາກສ່ວນ ໃຫ້ການອຸປະຖຳວັນສ້າງຕັ້ງກຳລັງ ປກສ ຄົບຮອບ 58 ປີ

ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ  (5 ເມສາ 1961-5 ເມສາ 2019) ຂຶ້ນໃນຫວ່າງບໍ່ດົນມານີ້ ແລະ ໄດ້ມີຫຼາຍພາກສ່ວນໄດ້ນຳເອົາວັດຖຸປັດໄຈມາປະກອບສ່ວນຊ່ວຍເຫຼືອ ກອງບັນຊາການ ປກສ ແຂວງ ກ່າວຮັບໂດຍ ພັອ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ.

ການອຸປະຖຳຊ່ວຍເຫຼືອກອງບັນຊາການ ປກສ ແຂວງຄັ້ງນີ້, ກໍເພື່ອເປັນການຊຸກຍູ້ສົ່ງເສີມວຽກງານປ້ອງກັນຄວາມສະຫງົບໃນທົ່ວແຂວງຫຼວງນ້ຳທາ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ໃນນັ້ນ, ມີຫ້ອງວ່າການປົກຄອງແຂວງ  ເງິນ ຈໍານວນ 500.000 ກີບ, ຫ້ອງການ ປກຊ-ປກສ ແຂວງ 300.000 ກີບ, ກອງບັນຊາການທະຫານແຂວງ 4.000.000 ກີບ, ອົງການໄອຍະການປະຊາຊົນແຂວງ 300.000 ກີບ, ລປພ ເຂດບໍ່ເຕ່ນແດນຄຳ 10.000.000 ກີບ, ຫ້ອງການຕົວແທນອຸດສາຫະກໍາການຄ້າ ແຂວງດຽນບຽນ ສສ ຫວຽດນາມ 100 ໂດລາ, ບໍລິສັດຢາງພາລາ 900 ຢວນ, ບໍລິສັດໂຊກໄຊກໍ່ສ້າງ 1.000.000 ກີບ, ຮ້ານສ້ອມແປງກິກພາພອນ 1.000.000 ກີບ, ທ່ານ ມາຍແວງ ດຶກ 1.000.000 ກີບ, ປໍ້ານ້ໍາມັນໂຊກໄຊ 200.000 ກີບ, ຮ້ານອັດສີດ ແສນປະທັບໃຈ 300.000 ກີບ, ທ່ານ ບຸນສົງ ແກ້ວມະນີວົງ 200.000 ກີບ. ລວມມູນຄາອຸ ປະຖຳຊ່ວຍເຫຼືອຈາກຫຼາຍພາກສ່ວນ ທັງໝົດຈຳນວນເງິນກີບ 18.800.000 ກີບ, ເງິນໂດລາສະຫະລັດ 100 ໂດລາສະຫະລັດ ແລະ ເງິນຢວນ 900 ຢວນ. ໂອກາດດັ່ງກ່າວ, ພັອ ສົມໄຊ ຈັນທະວົງ ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງຫຼາຍພາກສ່ວນທີ່ໃຫ້ການຊ່ວຍເຫຼືອໃນຄັ້ງນີ້, ເຊິ່ງຈຳນວນເງິນດັ່ງກ່າວ ຈະໄດ້ນຳໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ ກໍຄືວຽກງານປ້ອງກັນຄວາມສະຫງົບໃຫ້ມີປະສິດທິ ຜົນດີ.