ກອງປະຊຸມໃຫຍ່ ຄັ້ງທີ 4 ຄະນະບໍລິຫານງານສະຫະພັນນັກຮົບເກົ່າເມືອງໄຊ

ກອງປະຊຸມໃຫຍ່ ຄັ້ງທີ IV ຂອງສະຫະພັນນັກຮົບເກົ່າເມືອງໄຊ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນຕົ້ນເດືອນຜ່ານມາ, ໂດຍການເປັນປະທານຂອງ ພັທ ຄຳມອນ ຈັນທະລີ ຄະນະບໍລິຫານງານສະຫະພັນນັກຮົບເກົ່າແຂວງ, ປະທານສະຫະພັນນັກຮົບເກົ່າເມືອງໄຊ, ມີ ທ່ານ ຄໍາແພງ ຂັນມະນີ ເລຂາພັກເມືອງ ເຈົ້າເມືອງໆໄຊ, ມີສະມາຊິກສະຫະພັນນັກຮົບເກົ່າທົ່ວເທດສະບານເມືອງເຂົ້າຮ່ວມ.

ພັທ ໄມ່ສຸກ ບຸນສະຫວັດ ຮອງປະທານສະຫະພັນນັກຮົບເກົ່າເມືອງໄຊ ກ່າວວ່າ:

ປີຜ່ານມາ ຄະນະບໍລິຫານງານສະຫະພັນນັກຮົບເກົ່າແຕ່ລະຂັ້ນ ໄດ້ເອົາໃຈໃສ່ຍົກສູງວຽກງານສຶກສາອົບຮົມການ ເມືອງ-ແນວຄິດ ຕິດພັນກັບການຈັດຕັ້ງພະນັກງານ, ວຽກງານນະໂຍບາຍ, ກວດກາ, ສ້າງພັກພະນັກງານ, ວຽກງານຫ້ອງການບໍລິຫານ, ການແກ້ໄຂຊີວິດການເປັນຢູ່ ແລະ ວຽກງານອື່ນໆ. ໃນນັ້ນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນວຽກງານການລົງເຜີຍແຜ່ ແລະ ຊຸກຍູ້ວຽກງານຂໍ້ແຂ່ງຂັນ 3 ດີ 6 ຮັກສາ ໃຫ້ບັນດາໜ່ວຍຮາກຖານໄດ້ 23 ຄັ້ງ, ມີ 23 ໜ່ວຍ, ມີຜູ້ເຂົ້າຮ່ວມ 587 ເທື່ອຄົນ ຍິງ 95 ຄົນ; ໄດ້ເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 16 ປີ, ມີຜູ້ເຂົ້າຮ່ວມ 131 ຄົນ ຍິງ 33 ຄົນ, ເກັບກຳສະຖິຕິພະນັກງານບຳນານ-ເສຍອົງຄະໃນອົງການຈັດຕັ້ງສະຫະພັນນັກຮົບ ເກົ່າທີ່ເຮັດການປະຕິວັດ 3 ໄລຍະ ລວມມີ 213 ຄົນ ຍິງ 31 ສະຫາຍ, ລົງກວດກາຊຸກຍູ້ຂະບວນການເປີດ ແຂ່ງຂັນ 3 ດີ 6 ຮັກສາ ຂອງໜ່ວຍສະຫະພັນນັກຮົບເກົ່າຮາກຖານ ບ້ານ-ກຸ່ມບ້ານ ສຳເລັດ 100%, ໄດ້ສ້າງບົດສະຫຼຸບປະຈຳ 3 ເດືອນ, 6 ເດືອນ ແລະ 9 ເດືອນ ສົ່ງໃຫ້ສາຍ ຕັ້ງ-ສາຍຂວາງ 14 ຄັ້ງ, ມີ 42 ສະບັບ, ສ້າງງົບປະມານເງິນເດືອນ, ເງິນບໍລິຫານ, ດັດສົມ ແລະ ນໍ້າມັນເປັນງວດ ມີ 4 ຊຸດ.

ນອກນັ້ນ, ໜ່ວຍພັກສະຫະພັນນັກຮົບເກົ່າເມືອງ ຍັງໄດ້ຮັບການຢັ້ງຢືນໜ່ວຍພັກແຂງ-ຮູ້ນຳພາ ຮອບດ້ານ 2 ສະໄໝຕິດຕໍ່ກັນ, ມີສະມາຊິກພັກທັງໝົດ 5 ສະຫາຍ ແລະ ຜົນງານອື່ນໆອີກ. ຈາກນັ້ນຜູ້ແທນກອງປະຊຸມ  ຍັງໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນຕີລາຄ່າດ້ານດີຜົນງານ-ດ້ານອ່ອນຂໍ້ຄົງຄ້າງ, ຂໍ້ສະເໜີ ແລະ ແກ້ຂໍ້ຂ້ອງໃຈ ເພື່ອແນໃສ່ເຮັດໃຫ້ຮ່າງບົດສະຫຼຸບມີເນື້ອໃນຄົບຖ້ວນສົມບູນ.