ໃຊ້ລະບົບໄຟຕາລົດຢ່າງມີສະຕິ ເພື່ອຫຼຸດຜ່ອນຄວາມສ່ຽງການເກີດອຸບັດຕິເຫດ

0
489

ການຂັບຂີ່ຍານພາຫະນະໃນເວລາກາງຄືນ ແມ່ນມີຄວາມສ່ຽງຕໍ່ການເກີດອຸບັດຕິເຫດຫຼາຍກວ່າການຂັບຂີ່ໃນຕອນກາງເວັນ, ຍ້ອນວ່າກາງຄືນມີແສງສະຫວ່າງບໍ່ພຽງພໍ ເຮັດໃຫ້ສາຍຕາຄົນເຮົາເບິ່ງເຫັນຮອບຕົວໄດ້ບໍ່ໄກ, ເຖິງວ່າຈະແລ່ນຢູ່ໃນເທດສະບານທີ່ມີໄຟເຢືອງທາງຢູ່ຕາມແຄມທາງ ຫຼື ມີໄຟຕາລົດຂອງເຮົາກໍຕາມ, ແມ່ນຈະບໍ່ສາມາດທຽບກັບກາງ ເວັນໄດ້; ສະນັ້ນ, ບັນຫາທີ່ຄວນລະວັງ ກໍຄືການໃຊ້ໄຟຕາລົດເຍືອງທາງເວລາເດີນທາງ, ບາງຄົນມັກໃຊ້ໄຟຕາສູງຮຸ່ງແຈ້ງ ເພື່ອເຮັດໃຫ້ການແນມເຫັນຂອງຕົນດີຂຶ້ນ ແຕ່ໃນທາງກົງກັນຂ້າມພັດເຮັດໃຫ້ລົດຄັນອື່ນທີ່ສວນທາງມາເຫຼື້ອມຕາ, ສ້າງຄວາມລໍາຄານ ແລະ ເຮັດ ໃຫ້ຜູ້ອື່ນມີຄວາມສ່ຽງໃນການເກີດອຸບັດຕິເຫດໄດ້ງ່າຍ.

ຕາມລະບຽບການສັນຈອນທາງຫຼວງມາດຕາ 21 ວ່າດ້ວຍການນໍາໃຊ້ໄຟສະຫວ່າງ, ໄດ້ລະບຸໄວ້ວ່າ: ເວລາກາງຄືນໃນເຂດທີ່ມືດ ອະນຸຍາດໃຫ້ໃຊ້ໄຟຕາຕໍ່າ ຫຼື ຕາສູງ, ໃນເຂດສ່ວນມີແສງສະຫວ່າງ ອະນຸຍາດໃຫ້ໃຊ້ໄຟຕາຕໍ່າ ຫຼື ໄຟລີ່, ເວລາກາງເວັນ ໃນເວລາຟ້າມືດມົວ ຫຼື ເວລາທາງເຂົ້າອຸມົງ ຜູ້ຂັບຂີ່ຕ້ອງເປີດໄຟຕາ ແລະ ປ່ຽນໄຟຕາສູງເປັນໄຟຕາຕໍ່າໃນເວລາພົບ ຍານພາຫະນະໃນໄລຍະ 150 ແມັດ ເພື່ອບໍ່ໃຫ້ເຫຼື້ອມຕາຜູ້ຂັບຂີ່ຄົນອື່ນທີ່ແລ່ນສວນທາງມາ ແລະ ຕ້ອງຜ່ອນຄວາມໄວ ຫຼື ຢຸດເປີດໄຟສັນຍານອັນຕະລາຍ; ເວລາຈອດ ຫຼື ຈອດຊົ່ວຄາວ ໃນພາກສ່ວນຫົນທາງມືດ ບໍ່ເຫັນຊັດເຈນພາຫະນະທີ່ຈອດຕ້ອງເປີດໄຟລີ່, ຖ້າຢູ່ນອກເຂດມີຄົນຫຼາຍ ໄຟລີ່ບໍ່ເຮັດວຽກ ກໍອອກໄປຈອດຢູ່ນອກທາງສັນຈອນ, ຖ້າເປັນໄປໄດ້ຕ້ອງມີເຄື່ອງໝາຍຊີ້ບອກໃນໄລຍະຫ່າງຈາກທ້າຍລົດປະມານ 25-30 ແມັດ; ສໍາລັບໄຟກັນໝອກ ອະນຸຍາດໃຫ້ໃຊ້ໃນກໍລະນີບໍ່ເຫັນກັນຊັດເຈນ ຫຼື ໃນກໍລະນີທາງອຸມົງ; ການໃຊ້ໄຟຕາສະປອດໄລໄດ້ແຕ່ສະເພາະເຂດຫົນທາງທີ່ບໍ່ມີຄົນຫຼາຍ ຫຼື ທິດກົງກັນຂ້າມບໍ່ມີຍານພາຫະນະອື່ນເທົ່ານັ້ນ ຖ້າວ່າໃນເຂດທີ່ມີຄົນຫຼາຍ ໄຟດັ່ງກ່າວທີ່ສາມາດໃຊ້ໄດ້ມີແຕ່ຍານພາຫະນະພິເສດ ເຊັ່ນ: ລົດດັບເພີງ, ລົດໂຮງໝໍ ໃນກໍລະນີປະຕິບັດວຽກງານສຸກເສີນ.

ລະບົບໄຟແສງສະຫວ່າງຂອງພາຫະນະ, ໄຟສັນຍານມີຄວາມສຳຄັນຫຼາຍໃນການຂັບຂີ່, ຖ້າບໍ່ມີ ຈະເຮັດໃຫ້ຄົນອື່ນບໍ່ຮູ້ຈຸຸດປະສົງຂອງເຮົາ ເວລາຈະລ້ຽວຊ້າຍ-ຂວາ ຫຼື ຈະຈອດລົດ ອາດຈະເກີດອຸບັດຕິເຫດໄດ້ງ່າຍ; ລົດຍົນທຸກຄັນຕ້ອງມີລະບົບໄຟຢ່າງຄົບຖ້ວນ ແລະ ຖືກຕ້ອງ ເຊັ່ນ: ລະບົບໄຟຕາໃຫຍ່, ໄຟຕາຕໍ່າ ຕ້ອງເຍືອງອອກໄປ 20-25 ແມັດ, ຕາສູງ 100-150 ແມັດ, ລະບົບໄຟສັນຍານ, ລະບົບໄຟເບຼກຕ້ອງຮຸ່ງດີ, ລະບົບໄຟຖອຍຫຼັງ ແລະ ລະບົບໄຟສຸກເສີນ, ຖ້າກໍລະນີລະບົບໄຟບໍ່ຮຸ່ງ, ບໍ່ແຈ້ງດີ ຫຼື ຂາດ ຕ້ອງຮີບຮ້ອນປ່ຽນໃໝ່ໂດຍໄວ.

ໃນສະພາບຄວາມເປັນຈິງຜູ້ຂັບຂີ່ບາງຄົນ ເວລາຂັບບຂີ່ຍານພາຫະນະຕາມທ້ອງຖະໜົນໃນເວລາກາງຄືນ ແມ່ນຍັງຖືເບົາຕໍ່ກົດລະບຽບຈະລາຈອນ ບໍ່ວ່າຈະຢູ່ໃນເຂດເທດສະບານເມືອງ ຫຼື ຊານເມືອງ ເຊິ່ງສະແດງອອກເວລາຂັບຂີ່ແມ່ນຍັງເປີດໄຟຕາສູງ ທັງໆທີ່ມີລົດກໍາລັງແລ່ນສວນທາງກັບຟາກກົງກັນຂ້າມ ແລະ ບໍ່ສົນໃຈວ່າຈະເຫຼື້ອມຕາຜູ້ໃດ ຫຼື ບາງຄົນກໍລືມຄິດ ຈົນກາຍເປັນຄວາມລຶ້ງເຄີຍ, ເຮັດໃຫ້ເກີດມີສຽງວິພາກວິຈານຮ້ອງດ່າກັນໄປຕາມທາງ; ມີບາງກໍລະນີ ແມ່ນເປັນຍ້ອນສະພາບເຕັກນິກຂອງຍານພາຫະນະ ເພາະວ່າຍານພາຫະນະບ້ານເຮົາມີລົດເກົ່າຫຼາຍ ແລະ ຜູ້ເປັນເຈົ້າຂອງ ກໍຍັງຖືເບົາຕໍ່ການກວດກາສະພາບເຕັກນິກຂອງລົດ, ໂດຍສະເພາະໄຟຕາໃຫຍ່, ຕານ້ອຍ ແລະ ໄຟສັນຍານຕ່າງໆ ສ່ວນຫຼາຍຍັງບໍ່ໄດ້ມາດຕະຖານ.

ຕາມດໍາລັດ 188/ນຍ ມາດຕາ 16 ວ່າດ້ວຍການໃຊ້ໄຟແສງສະຫວ່າງ ແລະ ລະບົບໄຟສັນຍານທີ່ບໍ່ຖືກຕ້ອງລະບຸໄວ້ ດັ່ງນີ້: ຜູ້ຂັບຂີ່ຜູ້ໃດຫາກຂັບຂີ່ລົດທີ່ນໍາໃຊ້ລະບົບໄຟແສງສະຫວ່າງ ແລະ ລະບົບໄຟສັນຍານທີ່ບໍ່ຖືກຕ້ອງ ເຊັ່ນ: ບໍ່ໃຕ້ໄຟຕາ ແລະ ໄຟທ້າຍລົດໃນຍາມກາງຄືນ ຫຼື ໃນຍາມກາງເວັນທີ່ມີຝົກຕົກໜັກ, ມີນໍ້າໝອກໃນເວລາອາກາດມືດມົວ ຫຼື ໃຊ້ໄຟຕາສູງໃນເວລາສວນທາງກັບລົດຄັນອື່ນ ຈະຖືກປັບໃໝຕາມປະເພດລົດ ຄື: ລົດຖີບ 10.000 ກີບ, ລົດຈັກ, ລົດ 3 ລໍ້ຕິດເຄື່ອງຈັກ, ລົດໄຖນາເດີນຕາມ 20.000 ກີບ, ລົດເບົາປະເພດລົດເກງ, ກະບະ, ຈິບ, ຕູ້ 20.000 ກີບ, ລົດໂດຍສານ 4 ລໍ້ 50.000 ກີບ, ລົດບັນທຸກ 6 ລໍ້ 70.000 ກີບ, ລົດບັນທຸກ 10 ລໍ້ຂຶ້ນໄປ ຫຼື ລົດໂດຍສານ (ລົດບັດ) 100.000 ກີບ.
ຢ່າງໃດກໍຕາມ, ເຊື່ອວ່າຜູ້ຂັບຂີ່ຫຼາຍຄົນຄົງບໍ່ມັກເວລາເດີນທາງກາງຄືນແລ້ວພົບກັບໄຟຕາລົດຂອງຄົນອື່ນທີ່ແລ່ນສວນທາງກັນ ແລ້ວເປີດຕາສູງໃສ່ ເຮັດໃຫ້ເຫຼື້ອມຕາຈົນແນມບໍ່ເຫັນຫົນທາງຊັດເຈນ; ສະນັ້ນ, ຜູ້ຂັບຂີ່ຄສນມີສະຕິຢູ່ສະເໝີກ່ຽວກັບການໃຊ້ໄຟຕາລົດ ແລະ ຕ້ອງມີຄວາມລະມັດລະວັງເປັນພິເສດຕໍ່ກັບການໃຊ້ໄຟຕາລົດຢູ່ຕາມເສັ້ນທາງ ເຖິງວ່າຈະມີໄຟເຍືອງທາງ ຫຼື ບໍ່ມີ ກໍຕາມ, ຖ້າກໍລະນີຢູ່ໃນເຂດເທດສະບານເມືອງ ຕ້ອງໃຕ້ໄຟຕາຕໍ່າສະເໝີ, ເມື່ອຢູ່ເຂດນອກເທດສະບານ ບໍ່ມີດອກໄຟເຍືອງທາງຢູ່ຕາມແຄມທາງ ຈຶ່ງໃຊ້ໄຟຕາສູງໄດ້ ຖ້າບໍ່ມີພາຫະນະຄັນອື່ນສວນທາງມາ ເພື່ອເຮັດໃຫ້ລະບຽບການສັນຈອນນັບມື້ນັບມີຄວາມເຂັ້ມງວດ, ທີ່ສໍາຄັນຈະເຮັດໃຫ້ການຂັບຂີ່ໃນຍາມກາງຄືນມີຄວາມປອດໄພຈາກການເກີດອຸບັດຕິເຫດ ແລະ ຮັກສາໄດ້ມາລະຍາດການຂັບຂີ່ທີ່ດີຂອງຄົນລາວ.

ໂດຍ: ຈັນສະໝອນ