ນະຄອນຫຼວງວຽງຈັນ-ໂຮ່ຈິມິນ ແລກປຽນບົດຮຽນວຽກງານແຮງງານ

ພະແນກແຮງງານ ແລະ ສະຫວັດດີການ-ສັງຄົມ ນະຄອນຫຼວງວຽງຈັນ (ພະແນກ ຮສສ ນວ) ສປປ ລາວ ແລະ ພະແນກແຮງງານ, ຜູ້ເສຍອົງຄະ ແລະ ສັງຄົມ ນະຄອນໂຮ່ຈິມິນ ສສ ຫວຽດນາມ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນກ່ຽວກັບວຽກງານວິຊາສະເພາະ ໃນວັນທີ 23 ເມສາ 2019, ເປັນກຽດເຂົ້າຮ່ວມ ມີ ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ທັງເປັນຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ທ່ານ ເລ ມິ່ງ ເຕີ່ນ ຫົວໜ້າພະແນກແຮງງານ, ຜູ້ເສຍອົງຄະ ແລະ ສັງຄົມນະຄອນໂຮ່ຈິມິນ, ມີບັນດາຄະນະກ່ຽວຂ້ອງ.

ໃນກອງປະຊຸມ, ທັງສອງຝ່າຍໄດ້ຜັດປ່ຽນກັນລາຍງານສະພາບການຈັດຕັ້ງປະຕິບັດວຽກງານໄລຍະ 1 ປີຜ່ານມາ; ໂດຍສະເພາະຝ່າຍລາວ ທ່ານ ນາງ ລຳພອຍສີ ອັກຄະຈັນ ຫົວໜ້າພະແນກ ຮສສ ນວ ໃຫ້ຮູ້ວ່າ: ພະແນກ ຮສສ ນວ ໄດ້ເອົາໃຈໃສ່ປະສານສົມທົບກັບກົມຄຸ້ມຄອງແຮງງານ ກະຊວງ ຮສສ ແລະ ຫ້ອງການ ຮສສ ເມືອງ 9 ຕົວເມືອງ ເພື່ອລົງຕິດຕາມ-ກວດກາບັນດາຫົວໜ່ວຍແຮງງານໃຫ້ປະຕິບັດຕາມລະບຽບກົດໝາຍແຮງງານ ໄດ້ 556 ຫົວໜ່ວຍ ເທົ່າກັບ 158,33% ລື່ນແຜນການປີ ( ແຜນປີ ແມ່ນ 300 ຫົວໜ່ວຍ), ລວມມີ ແຮງງານລາວ ແລະ ຕ່າງປະເທດ ທັງໝົດ 34.935 ຄົນ ຍິງ 19. 701 ຄົນ, ມີສັນຍາແຮງງານ 24. 348 ຄົນ ຍິງ 14.177 ຄົນ ແລະ ບໍ່ມີສັນຍາແຮງງານ 10.587 ຄົນ ຍິງ 5.524 ຄົນ, ເງິນເດືອນຂອງຜູ້ອອກແຮງງານສະເລ່ຍ 1.200.000-1.500.000 ກີບ.

ນອກນັ້ນ, ຍັງໄດ້ຮ່ວມກັບ ສູນພັດທະນາສີມືແຮງງານ ນວ ແລະ ຫົວໜ່ວຍແຮງງານຈັດຕັ້ງພັດທະນາສີມືແຮງງານກັບທີ່ໄດ້ 3.987 ຄົນ ຍິງ 2.653 ຄົນ, ໃນນັ້ນ, ພັດທະນາສີມືແຮງງານກັບທີ່ 3.971 ຄົນ ຍິງ 2.577 ຄົນ ແລະ ຈັດຝຶກອົບຮົມເຄື່ອນທີ່ໃຫ້ຊາວໜຸ່ມຜູ້ທີ່ດ້ອຍໂອກາດ ແລະ ບໍ່ມີເງື່ອນໄຂເຂົ້າສຶກສາຢູ່ສະຖາບັນ ມີ 76 ຄົນ ໂດຍມີມາດຖານການທົດສອບ ເປັນຕົ້ນທາງດ້ານໄອທີ, ເສີມສວຍ, ຕັດຫຍິບ ແລະ ໄຟຟ້າອາຄານ ແລະ ດ້ານວຽກງານອື່ນໆ ເພື່ອເຮັດໃຫ້ຊາວໜຸ່ມໃນຂອບເຂດ ນວ ໄດ້ມີອາຊີບເສີມທີ່ດີໃນຕໍ່ໜ້າ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກໃນອະນາຄົດ.

ໃນຕອນທ້າຍ, ທັງສອງພະແນກ ໄດ້ພ້ອມກັນເຊັນບົດບັນທຶກຊ່ວຍຈຳ ເພື່ອຢັ້ງຢືນເຖິງຄວາມສາມັກຄີ ແລະ ມິດຕະພາບທີ່ດີຕໍ່ການຮ່ວມມືຂອງສອງພະແນກບົນພື້ນຖານເຈດຕະນາລົມໃຫ້ມີຄວາມແໜ້ນແຟ້ນຫຼາຍຂຶ້ນ ພ້ອມກັນສືບຕໍ່ຮ່ວມມືເຊິ່ງກັນແລະ ກັນທາງດ້ານການພັດທະນາສີມືແຮງງານ ແລະ ຈັດຫາວຽກເຮັດງານທຳ, ການຄຸ້ມຄອງແຮງງານຢູ່ ພາຍໃນ ແລະ ຕ່າງປະເທດ, ວຽກງານນະໂຍບາຍຕໍ່ຜູ້ມີຜົນງານ ແລະ ວຽກງານສູນພັດທະນາສີມືແຮງງານໃນການຊ່ວຍຍົກລະດັບຄູໃນວິຊາຊີບສາຂາຕ່າງໆ ແລະ ວັດຖຸອຸປະກອນຮັບໃຊ້ເຂົ້າໃນການສິດສອນແນໃສ່ຮັບປະກັນໄດ້ທາງດ້ານຄຸນນະພາບ ແລະ ມີປະສິດທິຜົນ; ລົງນາມໃນບົດບັນທຶກດັ່ງ ກ່າວໂດຍ ທ່ານ ເລ ມິ່ງ ເຕີ່ນ ແລະ ທ່ານ ນາງ ລຳພອຍສີອັກຄະຈັນ.