ປກສ ແຂວງຫຼວງນ້ຳທາ ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນ ບຸນປີໃໝ່ລາວ

0
1235

ວັນທີ 19 ເມສາ 2019 ຜ່ານມາ, ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນບຸນກຸດສົງການປີໃໝ່ລາວ ພສ 2562, ໂດຍມີ ພັທ ອິນສົມ ທຳລະສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍບັນດາຫົວໜ້າຄະນະຫ້ອງຕຳຫຼວດ, ຫ້ອງສັນຕິບານ, ກອງພັນປ້ອງກັນເຄື່ອນທີ່ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນບຸນກຸດສົງການປີໃໝ່ລາວ ພສ 2562
ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນບຸນກຸດສົງການປີໃໝ່ລາວ ພສ 2562
ພັທ ຄຳຕຸ່ນ ບຸນລຽນຂັນ ຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ ໄດ້ສະຫຼຸບຜົນງານການປ້ອງກັນບຸນປີໃໝ່ລາວ ເລີ່ມແຕ່ວັນທີ 12-18 ເມສາ 2019 ເຫັນວ່າ:

ມີຄວາມສະຫງົບດີ, ມີການປະຈຳການຂອງອ້າຍນ້ອງແຕ່ລະຈຸ, ການເຄື່ອນໄຫວລາດຕະເວນ ແລະ ປະຈຳການແກ້ໄຂວຽກງານວິຊາສະເພາະ ຕະຫຼອດ 24  ຊົ່ວໂມງ.

ສະຫະພັນແມ່ຍິງ ປກສ ແຂວງ ໄປມອບເຄື່ອງໃຫ້ແຕ່ລະຈຸປະຈຳການ
ສະຫະພັນແມ່ຍິງ ປກສ ແຂວງ ໄປມອບເຄື່ອງໃຫ້ແຕ່ລະຈຸປະຈຳການ

ນອກນັ້ນ, ສະຫະພັນແມ່ຍິງ ປກສ ແຂວງ ຍັງໄດ້ຈັດແບ່ງກັນເອົາອາຫານ, ເຄື່ອງດື່ມປະເພດນໍ້າ ແລະອື່ນໆ ໄປມອບໃຫ້ແຕ່ລະຈຸປະຈຳການ ພ້ອມທັງຍັງໄດ້ຮັບເຄື່ອງອຸປະຖຳຈາກບັນດາບໍລິສັດ ແລະ ອົງການຈັດຕັ້ງ ລວມມີນໍ້າດື່ມ 55 ແພັກ, ເຄື່ອງດື່ມ M150 ຈຳນວນ 10 ແກັດ, ເຄື່ອງດື່ມກະທິງແດງ 10 ແກັດ, ໝີ່ໄວໆ 3 ແກັດ, ແກ່ນຕາເວັນ 1 ແກັດ ແລະ ເງິນອີກຈຳນວນໜຶ່ງ.

ນັບແຕ່ວັນທີ 12-17, ທົ່ວແຂວງ ມີອຸບັດຕິເຫດເກີດຂຶ້ນ 17 ຄັ້ງ, ມີຜູ້ເສຍ ຊີວິດ 12 ຄົນ, ຖ້າທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 1 ຄັ້ງ ແລະ ມີຜູ້ເສຍຊີວິດ ເພີ່ມຂຶ້ນ 1 ຄົນ.

ໃນໂອກາດດັ່ງກ່າວ, ພັທ ອິນສົມ ທໍາລະສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນຄັ້ງນີ້ ພ້ອມທັງຮຽກຮ້ອງໃຫ້ສືບຕໍ່ປະຈຳການແກ້ໄຂວຽກງານວິຊາສະເພາະ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ ໃຫ້ມີຜົນສຳເລັດຍິ່ງຂຶ້ນກວ່າເກົ່າ.