ເຈົ້າພໍ່ຢາເສບຕິດ ປົກປິດຄວາມລັບມາດົນ ຈົນລວຍຜິດປົກກະຕິ ສຸດທ້າຍກໍຖືກຈັບ ( ຕອນທີ 1 )

0
1838

ເປັນໂສດແຕ່ຢູ່ເຮືອນຫຼັງໃຫຍ່, ຂີ່ລົດຫຼູລາລາຄາແພງ ແຖມຍັງເປັນຜູ້ບໍລິຫານຮ້ານຄາຣາໂອເກະ, ເປັນຜູ້ບໍລິຫານສູນອອກກຳລັງກາຍ ແຖມຍັງມີສາວງາມເຂົ້າ-ອອກເຮືອນເປັນປະຈຳ, ນັ້ນມັນເປັນເອກະລັກ ແລະ ເປັນນິດໄສຂອງເຈົ້າພໍ່ຢາເສບຕິດລາຍໃຫຍ່ ເຊິ່ງຖືກໃສ່ອັນດັບເປັນເບີ 1 ຂອງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເຊິ່ງຜູ້ກ່ຽວມີຊື່ວ່າ ທ້າວ ຟາມ ບາເຊີ້ນ; ດ້ວຍຄວາມຮັ່ງມີແບບບໍ່ມີໃຜຮູ້ວ່າ ຜູ້ກ່ຽວເຮັດຫຍັງ ແລະ ຜູ້ກ່ຽວຍັງເຊື່ອໝັ້ນຕົນເອງອີກວ່າ ອີກດົນຈຶ່ງຈະຮູ້ວ່າ ຕົນເອງເຄື່ອນໄຫວຫຍັງຈຶ່ງລວຍ.

ໂດຍຜ່ານວຽກຕິດຕາມເປົ້າໝາຍຢ່າງເອົາຈິງເອົາຈັງ ແລະ ມີຄວາມຮັບຜິດຊອບສູງຂອງ ພະນັກງານພະແນກຕຳຫຼວດສືບສວນ-ສອບສວນ ກ່ຽວກັບ ຜູ້ກະທຳຜິດດ້ວຍການຄ້າຂາຍຢາເສບຕິດ, ກອງບັນຊາການຕຳຫຼວດນະຄອນຮ່າໂນ້ຍ ຈຶ່ງສາມາດສືບຮູ້ ແລະ ສາມາດມ້າງໄດ້ລາຍຄະດີທີ່ເຈົ້າພໍ່ຢາເສບຕິດລາຍໃຫຍ່ ທ້າວ ບາເຊີ້ນ ສຳເລັດ ແລະ ໄດ້ເຂົ້າຈັບຕົວຜູ້ກ່ຽວ ໃນວັນທີ 27 ສິງຫາ 2018.

ຫຼາຍປີຜ່ານມາ, ປະຊາຊົນທີ່ອາໄສຢູ່ເຂດຈັດສັນ ຊ່າຍດົ່ງ ຄຸ້ມລັອງບ້ຽນ ນະຄອນຫຼວງຮ່າໂນ້ຍ ສ່ວນຫຼາຍແມ່ນຈະພັກອາໄສໃນເຮືອນລວມ ເລກທີ 22 ທີ່ຂຶ້ນກັບ ໜ່ວຍ 4 ເຊິ່ງເຈົ້າຂອງເຮືອນຫຼັງດັ່ງກ່າວຄື ທ້າວ ບາເຊີ້ນ ທີ່ມັກຈະລົງໄປບໍລິຫານກິດຈະການເຮືອນພັກ ຢູ່ທີ່ນະຄອນໂຮ່ຈິມິນ ແລະ ພໍໄດ້ໄລຍະໜຶ່ງກໍກັບຄືນມາລົງທຶນ ແລະ ບໍລິຫານກິດຈະການ ກ່ຽວກັບ ຮ້ານຄາຣາໂອເກະ. ດັ່ງນັ້ນ, ຈຶ່ງຖືກຫຼາຍຄົນໃນເຂດນັ້ນ ໃຫ້ສາຍາວ່າ “ທ່ານມະຫາເສດຖີໜຸ່ມ” ເຊິ່ງນອກຈາກເຮັດວຽກບໍລິຫານຊ່ວຍພໍ່-ແມ່ແລ້ວ ຜູ້ກ່ຽວຍັງໄດ້ເປີດໂຮງງານຜະລິດສີທາເຮືອນ ແລະ ໄດ້ເຂົ້າຮ່ວມທຸລະກິດຄ້າຂາຍລົດຫຼູ ນຳອີກ.

ຄອບຄົວຂອງຜູ້ກ່ຽວຖືກຕີລາຄາວ່າ ເປັນຄອບຄົວທີ່ປະຕິບັດລະບຽບວິໄນຂອງທ້ອງຖິ່ນວາງອອກໄດ້ດີ, ແຕ່ມີຄັ້ງໜຶ່ງໃນສະໄໝທີ່ ທ້າວ ບາເຊີ້ນ ຍັງນ້ອຍ ແລະ ເປັນຄົນຂີ້ດື້ ມັກຊື້ປືນກິລາມາຍິງຊ້ອມຫຼິ້ນ ແລະ ມີຄັ້ງທີ່ຜູ້ກ່ຽວໄດ້ຍິງລູກປືນໄປຖືກຄົນໃນເຂດນັ້ນ ຈົນເປັນເລື່ອງຟົດນັນກັນຂຶ້ນ ແລ້ວອົງການທີ່ກ່ຽວຂ້ອງ ຈຶ່ງໄດ້ເອີ້ນໄປສຶກສາອົບຮົມ ແລະ ປັບໃໝເງິນ 15 ລ້ານດົ່ງ ໃນສະຖານມີອາວຸດປືນກິລາໄວ້ຄອບຄອງແບບບໍ່ຖືກຕ້ອງ.

ຕາມການເປີດເຜີຍຂອງພະນັກງານສືບສວນ-ສອບສວນ ກ່ຽວກັບ ຢາເສບຕິດ ແມ່ນ ບໍ່ໄດ້ຢຸດເຊົາພຽງແຕ່ການສືບຮູ້ວ່າ ຜູ້ກ່ຽວເຄີຍມີປືນກິລາໄວ້ໃນຄອບຄອງ, ແຕ່ປີ 2014 ທ້າວ ບາເຊີ້ນ ກໍເຄີຍຖືກເຈົ້າໜ້າທີ່ຈັບຕົວ ແລະ ຖືກສານປະຊາຊົນ ນະຄອນໂຮ່ຈິມິນ ຕັດສິນຈຳຄຸກ 17 ເດືອນ 22 ມື້ ໃນສະຖານມີອາວຸດປືນຫຼວງ ໄວ້ໃນຄອບຄອງແບບບໍ່ຖືກຕ້ອງ ນຳດ້ວຍ.

ການພົວພັນກັບອາວຸດປືນຂອງ ເຈົ້າພໍ່ຢາເສບຕິດລາຍນີ້

ສ່ວນໃນວົງການທີ່ມີສາຍາເປັນ ເຈົ້າພໍ່ຢາເສບຕິດເບີ 1 ໃນຮ່າໂນ້ຍ ນັ້ນ ກໍຍ້ອນວ່າ ຄວາມຈິງແລ້ວຜູ້ກ່ຽວ ຍັງຢູ່ໃນອັນດັບ 2 ໃນວົງການນີ້ ແຕ່ໄດ້ຮັບການນັບຖື ແລະ ຍອມຮັບຈາກຫຼາຍກຸ່ມໃນເຄືອຂ່າຍ ຈຶ່ງຍົກໃຫ້ຜູ້ກ່ຽວເປັນ ເຈົ້່າພໍ່ອັນດັບ 1 ໃນກຸ່ມ ເຊິ່ງມັນມີຜົນຕໍ່ການຕັດສິນໃຈໃນການຊື້-ຂາຍຢາເສບຕິດຮ່ວມກັນ ສຳລັບຜູ້ອື່ນ ຈະຈ່າຍເງິນກ່ອນພຽງສ່ວນໃດສ່ວນໜຶ່ງ ຈົນເມື່ອຂາຍຢາໄດ້ເງິນ ຈຶ່ງມາຈ່າຍໃຫ້ອີກ; ແຕ່ສຳລັບ ທ້າວ ບາເຊີ້ນ ຫຼາຍຄົນແມ່ນຍອມຮັບ ແລະ ມັກເອົາຢາມາປ່ອຍໃຫ້ ເພາະຜູ້ກ່ຽວຈະບໍ່ຕິດໜີ້ພຽງແຕ່ດົ່ງດຽວ.

ຫຼາຍປີຜ່ານມາ, ກຳລັງເຈົ້າໜ້າທີ່ຕຳຫຼວດ ທີ່ຕິດຕາມເປົ້າໝາຍ ສາມາດເກັບກຳຂໍ້ມູນຫຼັກຖານທີ່ກ່ຽວຂ້ອງກັບ ການເຄື່ອນໄຫວຄ້າຂາຍຢາເສບຕິດຂອງ ທ້າວ ບາເຊີ້ນ, ຍິ່ງຄົ້ນຄວ້າເລິກລົງໄປ ກຳລັງເຈົ້າໜ້າທີ່ວິຊາສະເພາະ ກໍຍິ່ງຮູ້ຫຼາຍຂຶ້ນກ່ຽວກັບ ການເຄື່ອນໄຫວຂອງເຄືອຂ່າຍໃຫຍ່ນີ້ ເທົ່ານັ້ນ; ທ້າວ ບາເຊີ້ນ ແມ່ນນັກຄ້າຂາຍຢາເສບຕິດ ປະເພດຢາໄອສ໌ ທຸກຄັ້ງແມ່ນ 10-20 ກິໂລກຼາມ ຂຶ້ນໄປ. ນອກນັ້ນ, ຜູ້ກ່ຽວຍັງຊື້ຝຸ່ນແປ້ງ ທີ່ເປັນສ່ວນຜະລິດຢາເສບຕິດ ປະເພດຢາບ້າ ໂດຍມີຈຸດປະສົງແມ່ນ ຈະເອົາມາຜະລິດເອງໃນເຮືອນຂອງຕົນ.